ລາຍໄດ້ຕໍ່ຫົວຂອງ ກຳປູເຈຍ ທະລຸ 2,000 ໂດລາສະຫະລັດ


ຈາກຂໍ້ມູນງົບປະມານ ໂດຍສັງເຂບຂອງກະຊວງເສດຖະກິດ ແລະ ການເງິນປະຈຳປີ ງົບປະມານຂອງກຳປູເຈຍ ໃນປີ 2024 ຄາດວ່າຈະເກີນ 2,000 ໂດລາສະຫະລັດ ເພີ່ມຂຶ້ນຫຼາຍກວ່າ 8% ຖ້າທຽບໃສ່ກັບປີ 2023 ແລະ ຄາດການວ່າການເຕີບໂຕທາງເສດຖະກິດຈະສູງເຖິງປະມານ 6.6% ເຊິ່ງຈະເຮັດໃຫ້ຜະລິດຕະພັນມວນລວມໃນປະເທດ (GDP) ໃນປັດຈຸບັນເພີ່ມຂຶ້ນເປັນ 142.96 ລ້ານລ້ານຣຽວ (3.492 ໝື່ນລ້ານໂດລາສະຫະລັດ)

ນອກຈາກນີ້ GDP ຕໍ່ຫົວກໍຄາດວ່າຈະເພີ່ມຂຶ້ນເປັນ 2,071 ໂດລາສະຫະລັດໃນປີນີ້ ເພີ່ມຂຶ້ນຈາກ 1,917 ໂດລາສະຫະລັດໃນປີຜ່ານມາ ແລະ 1,784 ໂດລາສະຫະລັດໃນປີ 2022. ການເຕີບໂຕຂອງລາຍໄດ້ຂອງປະເທດນັ້ນເປັນຜົນມາຈາກການສັງເກດ ແລະ ການສຶກສາຢ່າງພິຖີພິຖັນ ໂດຍບັນດາຜູ້ຊ່ຽວຊານ.

ປັດຈຸບັນ ມີການລົງທຶນຫຼັ່ງໄຫຼເຂົ້າກຳປູເຈຍ ໃນທຸກພາກສ່ວນຂອງປະເທດ ໂດຍຈະສັງເກດເຫັນວ່າໃນຂະນະທີ່ກິດຈະກຳທາງເສດຖະກິດ ແລະ ສັງຄົມໃນທ້ອງຖິ່ນມີຄວາມກ້າວໜ້າ ລະດັບລາຍໄດ້ຕໍ່ຫົວກໍເພີ່ມຂຶ້ນດ້ວຍຕາມລຳດັບ ເຊິ່ງອະດີດນາຍົກລັດຖະມົນຕີ ກໍໄດ້ສະທ້ອນໃຫ້ເຫັນເຖິງການປ່ຽນແປງຈາກປະເທດທີ່ເສຍຫາຍຈາກສົງຄາມ ມາສູ່ເສດຖະກິດທີ່ເຕີບໂຕຢ່າງວ່ອງໄວແຫ່ງໜຶ່ງໃນພູມີພາກ.

ພາກລັດ ແລະ ເອກະຊົນ ເພີ່ມຄວາມພະຍາຍາມທີ່ຈະຊ່ວຍກັນບັນລຸເປົ້າໝາຍ ໃນການຍົກລະດັບກຳປູເຈຍໃຫ້ເປັນປະເທດທີ່ມີລາຍໄດ້ປານກາງ ລະດັບສູງໃຫ້ໄດ້ພາຍໃນປີ 2030 ແລະ ກາຍເປັນເສດຖະກິດທີ່ມີລາຍໄດ້ສູງ ພາຍໃນປີ 2050.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/