ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຍັງມີຄວາມຕ້ອງການແຮງງານຈຳນວນຫຼາຍ


ໃນໄລຍະຜ່ານມາ ເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ສາມາດດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ 234 ບໍລິສັດ ສາມາດສ້າງວຽກເຮັດງານທຳໄດ້ ຈຳນວນ 9,000 ກວ່າຄົນ ແລະ ປັດຈຸບັນ ມີຄວາມຕ້ອງການແຮງງານລາວອີກຈຳນວນຫຼວງຫຼາຍ.

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະຄຸ້ມຄອງເສດຖະກິດພິເສດນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ ໃນໄລຍະຜ່ານມາເຖິງປັດຈຸບັນ ສາມາດດຶງດູດການລົງທຶນ ຈາກທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 234 ບໍລິສັດ ມີແຜນການລົງທຶນທັງໝົດ 6,4 ຕື້ໂດລາສະຫະລັດ ແລະ ມີທຶນຈົດທະບຽນ 1 ຕື້ໂດລາ. ການລົງທຶນຕົວຈິງມີມູນຄ່າ 3,1 ຕື້ໂດລາສະຫະລັດ; ປະຕິບັດພັນທະເຂົ້າງົບປະມານແຫ່ງລັດໄດ້ 236 ຕື້ກີບ ສ້າງວຽກເຮັດງານທຳໄດ້ 9,561 ຄົນ; ການສົ່ງອອກສິນຄ້າມີມູນຄ່າ 354 ລ້ານໂດລາສະຫະລັດ ແລະ ນຳເຂົ້າສິນຄ້າເຄື່ອງວັດຖຸອຸປະກອນ ວັດຸດິບມູນຄ່າ 3,6 ຕື້ໂດລາສະຫະລັດ, ໂຮງງານໃນເຂດເສດຖະກິດພິເສດ ສາມາດຜະລິດເຄື່ອງນຸ່ງຫົ່ມ ຜະລິດຕະພັນຢາປິ່ນປົວພະຍາດ ແລະ ອື່ນໆ  ລວມມີແຮງງານ 9 ພັນກວ່າຄົນ, ແຮງງານລາວ 7,000 ຄົນ ແລະ ແຮງງານຕ່າງປະເທດ 2 ພັນກວ່າຄົນ.

ເຂດເສດຖະກິດພິເສດບຶງທາດຫຼວງແມ່ນຕ້ອງການແຮງງານລາວ 300 ຄົນ ຕ່າງປະເທດ 50 ຄົນ ແມ່ນໂຄງການອະສັງຫາລິມມະຊັບ ການພັດທະນາພື້ນຖານໂຄງລ່າງພື້ນຖານ ວຽກງານດ້ານນ້ຳປະປາ-ໄຟຟ້າ, ການຈັດການສິ່ງເສດເຫຼືອ, ການເງິນ-ການໂຮງແຮມ ທຸລະກິດທ່ອງທ່ຽວ, ການຄ້າ-ການຂົນສົ່ງ.

ຂໍ້ມູນຈາກ: ໂທລະພາບ VTE9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/