ຊັດເຈນ! YG ລຶບໂປຣຟາຍດ່ຽວ 4 ສາວ BLACKPINK ອອກຈາກເວັບໄຊ


ກ່ອນໜ້ານີ້ຍັງມີປະເດັນເຮັດໃຫ້ແຟນໆຂ້ອງຄາໃຈກັນ ສຳລັບເລື່ອງສັນຍາກັບທາງຄ້າຍ YG Entertainment ຂອງ 4 ສາວ BLACKPINK  ທີ່ປະກອບດ້ວຍສາວ Jennie, Jisoo, Lisa ແລະ Rosé ເຊິ່່ງຜົນກໍປາກົດວ່າທັງ 4 ສາວໄດ້ຕັດສິນໃຈຕໍ່ສັນຍາໃນສ່ວນກິດຈະກຳວົງ ແຕ່ບໍ່ໄດ້ຕໍ່ໃນສັນຍາກິດຈະກຳດ່ຽວນັ້ນເອງ.

ເພື່ອເປັນການຕອກຢ້ຳ! ຄວາມຊັດເຈນໃຫ້ຫຼາຍຂຶ້ນ ທາງ YG Entertainment ກໍໄດ້ມີການເຄື່ອນໄຫວດ້ວຍການລຶບໂປຣຟາຍດ່ຽວຂອງທັງ 4 ສາວອອກຈາກການແນະນຳສິລະປິນໃນເວັບໄຊຂອງຄ່າຍເປັນທີ່ຮຽບຮ້ອຍແລ້ວ ຄົງເຫຼືອໄວ້ພຽງໂປຟາຍວົງພຽງເທົ່ານັ້ນ ອີກທັງຍັງລົບໂປຣຟາຍວົງ BIGBANG ອອກໄປດ້ວຍເຊັ່ນກັນ.

ໂດຍທັງ 4 ສາວກໍໄດ້ອອກເດີນໃນເສັ້ນທາງຂອງຕົນເອງບໍ່ວ່າຈະເປັນ Jennie ທີ່ໄດ້ກໍ່ຕັ້ງບໍລິສັດ Odd Atelier (OA) ເພື່ອເຮັດວຽກ ສ່ວນດ້ານ Jisoo ກໍໄດ້ຈັບມືຮ່ວມກັບອ້າຍສ້າງເອເຈນຊີໂດຍໃຊ້ຊື່ວ່າ Blissoo ແລະ Rosé ເອງກໍຖືກເບິ່ງວ່າຈະຮ່ວມງານກັບຄ້າຍ Columbia Records ຫຼືບໍ່! ທາງດ້ານສາວ Lisa ຍັງຄົງບໍ່ມີການເຄື່ອນໄຫວວ່າຈະຢູ່ຄ້າຍໃດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/