ຈາກເມືອງທີ່ຖືກນ້ຳຖ້ວມ ພັດທະນາສູ່ “ເມືອງຟອງນ້ຳ” ບໍ່ຕ້ອງຖ້າລະບາຍ


ທີ່ຜ່ານມາເຮົາໄດ້ເຫັນຂ່າວນ້ຳຖ້ວມຢູ່ຈີນຢ່າງໜັກ ເປັນອຸທົກກະໄພທີ່ໃຫຍ່ໃນຮອບຫຼາຍປີ,​ ເຊິ່ງບັນຫານ້ຳຖ້ວມຢູ່ຈີນນັ້ນ ເປັນບັນຫາທີ່ມີມາດົນນານ ລັດຖະບານຈີນໄດ້ໃຫ້ຄວາມສຳຄັນກັບບັນຫານີ້ຫຼາຍ. ຈົນໃນປີ 2015 ລັດຖະບານໄດ້ຄິດແຜນເພື່ອຮັບມືກັບບັນຫາອຸທົກກະໄພໃນອະນາຄົດ ໂດຍສ້າງເມືອງຟອງນ້ຳ ຫຼື Sponge city ຂຶ້ນມາ ເພື່ອລົດຜົນກະທົບຕໍ່ການພັດທະນາ ແລະ ສ້າງເມືອງທີ່ສົ່ງຜົນຕໍ່ລະບົບນິເວດ, ດູດຊຶມ ແລະ ນຳໃຊ້ 70% ຂອງນ້ຳຝົນໃຫ້ເກີດປະໂຫຍດ ເຊັ່ນດຽວກັບ 3 ເມືອງຂອງຈີນ ທີ່ໄດ້ຊື່ວ່າເປັນ “ເມືອງຟອງນ້ຳ” ຕົວແບບນັ້ນແມ່ນ: ເມືອງໜານໜິງ, ຜິງຊຽງ ແລະ ສົງຊິ່ງ.

ເມືອງໜານໜິງ ເມືອງເອກຂອງເຂດປົກຄອງຕົນເອງກວ່າງຊີຈ້ວງທາງພາກໃຕ້ຂອງຈີນ ເຊິ່ງເປັນເມືອງທີ່ອ້ອມຮອບໄປດ້ວຍພູ ແລະ ມີແມ່ນ້ຳຫຼາຍສາຍໄຫຼຜ່ານຢ່າງອຸດົມສົມບູນ. ແຕ່ເມື່ອຮອດລະດູຝົນ ເມືອງໜານໜິງຕ້ອງພົບກັບບັນຫາດິນເຈື່ອນ, ຂີ້ຕົມຖ້ວມຫົນທາງ… ຈົນໄດ້ເຂົ້າຮ່ວມໂຄງການປູທາງຍ່າງດ້ວຍຢາງໝາກຕອຍທີ່ມີຄຸນສົມບັດນ້ຳຊຶມຜ່ານໄດ້ ເປັນໄລຍະທາງ 8.17 ກິໂລແມັດ ອ້ອມຮອບທະເລສາບຫຼັກໃນສວນສາທາລະນະໜານຫູ, ໂດຍນ້ຳຝົນທີ່ດູດຊຶມໄວ້ ຈະຖືກນຳໄປລ້ຽງພືດໃນພາຍຫຼັງ ກາຍເປັນວົງຈອນໝຸນວຽນ. ນອກຈາກນັ້ນ ທາງເມືອງໜານໜິງຍັງໃຊ້ທຶນ 11,000 ລ້ານຢວນ ເພື່ອຂະຫຍາຍວິທີການດັ່ງກ່າວໃຫ້ກວມເອົາທົ່ວເມືອງໃຫ້ເຖິງ 20% ຂອງພື້ນທີ່ທັງໝົດໃນເມືອງອີກດ້ວຍ.

ຜິງຊຽງ ອະດີດເມືອງທີ່ເຄີຍນ້ຳຖ້ວມໜັກ ປານວ່າເປັນພື້ນທະເລ ເນື່ອງຈາກມີແມ່ນ້ຳໃຫຍ່ຫຼາຍສາຍໄຫຼຜ່ານ ປັດຈຸບັນໄດ້ສ້າງອຸໂມງບໍລິເວນທາງເທິງຂອງແມ່ນ້ຳ ເພື່ອບ່ຽງທາງນ້ຳໄປສູ່ແຫຼ່ງນ້ຳອື່ນໆ ໃຊ້ທະເລສາບເກັບ ແລະ ລະບາຍນ້ຳຈາກສ່ວນກາງຂອງແມ່ນ້ຳ, ສ້າງສະຖານີສູບນ້ຳເພີ່ມໃນບໍລິເວນປາຍນ້ຳ ເພື່ອເພີ່ມຄວາມສາມາດໃນການລະບາຍນ້ຳ. ນອກຈາກນີ້ ເຈົາໜ້າທີ່ເມືອງຜິງຊຽງຍັງໄດ້ສົ່ງເສີມການບົວລະບັດທະເລສາບ,​ ທົ່ງຫຍ້າອັນກວ້າງໃຫຍ່ ແລະ ສ້າງຫົນທາງທີ່ສາມາດດູດຊຶມນໍ້າໄວ້ຫຼາຍເຂດໃໝ່ຂອງເມືອງ ພ້ອມທັງມີການປັບປຸງລະບົບທໍ່ລະບາຍນ້ຳໃນເຂດເກົ່າ ເພື່ອຮອງຮັບການລະບາຍນ້ຳອີກດ້ວຍ.

ເທສະບານເມືອງສົງຊິ່ງ ໃນອະດີດເຄີຍຖືກຝົນພັດພາເອົາສິ່ງເປິເປື້ອນ ແລະ ມົນລະພິດ ໄຫຼລົງແມ່ນ້ຳແຍງຊີ ແລະ ແມ່ນ້ຳ ເຈຍຫຼິງ ເຮັດໃຫ້ເກີດເປັນມົນລະພິດໃນນ້ຳ ແຕ່ໃນປັດຈຸບັນແມ່ນໄດ້ປູກພືດໄວ້ບໍລິເວນຮ່ອງຕື້ນ ເປັນຕົວກັ່ນຕອງນ້ຳຝົນກ່ອນລົງໄປສູ່ແມ່ນ້ຳ.

ທັງ 3 ເມືອງ ເປັນພຽງ 1 ໃນ 16 ເມືອງກຸ່ມທຳອິດ ທີ່ມີແຜນສ້າງເປັນເມືອງຟອງນ້ຳ ໃນປີ 2015 ແລະ ຕໍ່ມາໃນປີ 2016 ກໍໄດ້ເປີດຕົວແຜນພັດທະນາເມືອງຟອງນ້ຳກຸ່ມທີ 2 ອີກ 14 ເມືອງ.

ໂຄງການເມືອງຟອງນ້ຳ ຍັງສ້າງໂອກາດທາງທຸລະກິດໃໝ່ໆ ທີ່ສົ່ງຜົນໃຫ້ຜົນຜະລິດປະຈຳປີຂອງພວກເຂົາມີມູນຄ່າຫຼາຍກວ່າ 8 ພັນລ້ານຢວນ ແລະ ນຳມາເຊິ່ງຜະລິດຕະພັນທີ່ເປັນວັດຕະກຳໃໝ່ ເຊັ່ນ: ກ້ອນດິນຈີ່ທີ່ດູດຊຶມນ້ຳທັງກະຕຸກໄດ້ໝົດພາຍໃນພິບຕາ ເຊິ່ງເປັນສິນຄ້າທີ່ຂາຍດີຢ່າງໄວວາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/