2 ນັກກິລາລອຍນໍ້າ ຕົວແທນ ສປປ ລາວ ໄປແຂ່ງ Tokyo Olympics 2020 ສາມາດທຳລາຍສະຖິຕິຕົນເອງໄດ້!


ເຖິງແມ່ນວ່າການແຂ່ງຂັນໃນຄັ້ງນີ້ຈະຕົກຮອບ ແຕ່ຄວາມສາມາດນັ້ນຍັງຄົງຕິດຕົວໄປຢູ່ສະເໝີ ເຊິ່ງການແຂ່ງຂັນລອຍນ້ຳຍິງຟຣີສະຕາຍ 50 ແມັດ ສິຣິອາລຸນ ນັກກິລາລອຍນ້ຳຍິງໜຶ່ງດຽວຂອງລາວທີ່ມີຜົນງານໂດດເດັ່ນຢູ່ຕະຫຼອດ ສາມາດທຳລາຍສະຖິຕິຕົນເອງໄດ້ ເຮັດເວລາໄດ້ 29.22 ວິນາທີ ຈາກທີ່ເຄີຍເຮັດໄດ້ 31.19 ວິນາທີ, ຕາມຫຼັງສະຖິຕິ Olympics ແມ່ນ 5.17 ວິນາທີ ແລະ ຕາມຫຼັງສະຖິຕິໂລກ 5.55 ວິນາທີ.

ໃນການແຂ່ງຂັນ ສິຣິອາລຸນ ໄດ້ອັນດັບ 2 ຈາກ 8 ຄົນໃນການຄັດເລືອກກຸ່ມນີ້ ເຊິ່ງຕາມຫຼັງນັກກິລາ ທາຈີກິສຖານ ພຽງ 0.17 ວິນາທີ, ພາຍຫຼັງທີ່ຈົບການແຂ່ງຂັນຮອບຄັດເລືອກ ສິຣິອາລຸນ ແມ່ນຕົກຮອບ ເຊິ່ງໄດ້ອັນດັບທີ 64 ຈາກ 81 ຄົນເຂົ້າຮ່ວມ.

ສ່ວນ ທ້າວ ສັນຕິສຸກ ກໍລອຍນ້ຳຟຣີສະຕາຍ 50 ແມັດເຊັ່ນດຽວກັນ ເຮັດເວລາໄດ້ 26.04 ວິນາທີ ໄດ້ອັນດັບ 3 ຈາກ 8 ຄົນ ໃນການຄັດເລືອກຂອງກຸ່ມນີ້ ເຊິ່ງຕາມຫຼັງທີ 1 ນັກກິລາຈາກໂຕໂກ ພຽງ 0.36 ວິນາທີ;​ ເວລາຂອງສັນຕິສຸກ ຕາມຫຼັງສະຖິຕິ Olympics ແມ່ນ 4.74 ວິນາທີ ແລະ ຕາມຫຼັງສະຖິຕິໂລກດ້ວຍເວລາ 5.13 ວິນາທີ.

ພາຍຫຼັງຈົບການແຂ່ງຂັນຮອບຄັດເລືອກ ສັນຕິສຸກ ແມ່ນໄດ້ຕົກຮອບ, ເຊິ່ງໄດ້ອັນດັບທີ 59 ຈາກ 73 ຄົນເຂົ້າຮ່ວມຈາກ 66 ປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/