ເລີ່ມແລ້ວ! ເທສະການເບຍນານາຊາດທີ່ໃຫຍ່ທີ່ສຸດໃນອາຊີ! ສິ້ນສຸດວັນທີ 8 ສິງຫາ 2021 ນີ້!


ເທສະການເບຍນານາຊາດຊິງເຕົາ ຫຼື Oktoberfest of Asia ເປັນເທສະການໜຶ່ງທີ່ຈັດຂຶ້ນໃນເມືອງຊິງເຕົາ ມົນທົນຊານຕົງ ປະເທດຈີນ ເຊິ່ງຖືວ່າເປັນງານເທສະການເບຍທີ່ໃຫຍ່ທີ່ສຸດໃນທະວີບອາຊີ.

ປີນີ້ແມ່ນຈັດຂຶ້ນເປັນຄັ້ງທີ 31 ເລີ່ມຕັ້ງແຕ່ວັນທີ 16 ກໍລະກົດ ໄປຈົນຮອດ 8 ສິງຫາ 2021. ໃນງານແຕ່ລະປີຈະມີນັກດື່ມ ທີ່ມັກຮັກໃນເບຍຈາກທົ່ວໂລກມາລວມກັນບ່ອນນີ້ ເພື່ອລອງຊິມເບຍແບຣນຕ່າງໆ, ມີເບຍມາວາງສະແດງໃຫ້ໄດ້ລອງຊິມເຖິງ 1,600 ຊະນິດ ຈາກ 40 ປະເທດທົ່ວໂລກ.

ເທສະການດັ່ງກ່າວ ມີຄວາມຄ້າຍຄືກັບ Oktoberfest ໃນເມືອງມິວນິກ ປະເທດເຢຍລະມັນ ແລະ ຊິງເຕົາເອງກໍໄດ້ຮັບອິດທິພົນມາຈາກເທສະການດັ່ງກ່າວ ຍ້ອນເມື່ອກ່ອນເຄີຍເປັນທີ່ຕັ້ງຂອງຖານທັບເຢຍລະມັນ ໃນຕອນກ່ອນເຂົ້າສະຕະວັດທີ 20. ເມື່ອປີ 1991 ຊິງເຕົາໄດ້ຈັດງານເທສະການເບຍເປັນຄັ້ງທຳອິດ ເຊິ່ງເປັນການສະເຫຼີມສະຫຼອງການກໍ່ຕັ້ງເມືອງຄົບຮອບ 100 ປີ ໂດຍຈັດງານຕໍ່ເນື່ອງເຖິງ 16 ວັນໃນເດືອນກໍລະກົດ ຫາເດືອນສິງຫາ. ຈົນຮອດປີ 2019 ມີປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າຮ່ວມເທສະການດັ່ງກ່າວເຖິງ 7.2 ລ້ານຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/