ຈາກທາງຜ່ານ ສູ່ຜູ້ຈັບພວງມະໄລ, ການປະຕິວັດຊັບພະຍາກອນມະນຸດ ເທິງລາງເຫຼັກກ້າປະຫວັດສາດ
ເມື່ອເວົ້າເຖິງໂຄງການທາງລົດໄຟລາວ-ຈີນ, ສາຍຕາຂອງຄົນພາຍນອກມັກຈະຈັບຈ້ອງໄປທີ່ຄວາມຍິ່ງໃຫຍ່ຂອງໂຄງສ້າງເຫຼັກກ້າ, ອຸໂມງທີ່ເຈາະທະລຸສາຍພູອັນສະຫຼັບຊັບຊ້ອນ ຫຼື ຕົວເລກການລົງທຶນມະຫາສານ.
ຕະຫຼອດໄລຍະເວລາທີ່ຜ່ານມາ, ມີສື່ມວນຊົນຕ່າງປະເທດຈຳນວນບໍ່ໜ້ອຍ ທີ່ມັກຈະສ່ອງແສງໂຄງການນີ້ຜ່ານເລນຕາແຫ່ງຄວາມເຄືອບແຄງສົງໄສ ພ້ອມທັງຕັ້ງຄຳຖາມຢ່າງໜັກໜ່ວງວ່າ: ພາຍໃຕ້ຄວາມຍິ່ງໃຫຍ່ທາງດ້ານວິສະວະກຳນີ້, ລາວເປັນພຽງ ‘ທາງຜ່ານ’ ຫຼື ບໍ່? ແລະ ນີ້ເປັນພຽງໂຄງການທີ່ສ້າງໂດຍຄົນຈີນ ເພື່ອຮັບໃຊ້ຜົນປະໂຫຍດຂອງຈີນລ້ວນໆແມ່ນບໍ?
ແຕ່ຫາກພວກເຮົາເປີດປະຕູເຂົ້າໄປເບິ່ງເບື້ອງຫຼັງການເຮັດວຽກຕົວຈິງໃນມື້ນີ້, ພາບທີ່ປາກົດແມ່ນກຳລັງສັ່ນຄອນທຸກມະຍະຄະຕິທີ່ເຄີຍມີມາຢ່າງສິ້ນເຊີງ. ເພາະຈິດວິນຍານທີ່ແທ້ຈິງຂອງລົດໄຟສາຍນີ້ ບໍ່ໄດ້ຝັງກາຍຢູ່ກ້ອງລາງເຫຼັກ ຫຼື ແຜ່ນຊີມັງ, ຫາກແຕ່ມັນກຳລັງເຕັ້ນແຮງຢູ່ໃນຫົວໃຈຂອງ ‘ຊາວໜຸ່ມລາວ’ ທີ່ພວມກ້າວຂຶ້ນມາເປັນຜູ້ຈັບພວງມະໄລ ແລະ ກຳນົດຊະຕາກຳຂອງໂຄງການປະຫວັດສາດນີ້ດ້ວຍສອງມືຂອງພວກເຂົາເອງ.”
ຄວາມມີຊີວິດຊີວາທີ່ຍືນຍາວຂອງໂຄງການພື້ນຖານໂຄງລ່າງລະດັບຊາດ ບໍ່ເຄີຍຢຸດຢູ່ທີ່ການຕັດໂບເປີດນຳໃຊ້ ຫລື ຄວາມສຳເລັດຂອງການວາງລາງເຫຼັກກ້າເທົ່ານັ້ນ. ຫາກແຕ່ມັນຂຶ້ນຢູ່ກັບວ່າ ໃຜຄືຜູ້ທີ່ຈະມາສືບຕໍ່ຈັບພວງມະໄລ ແລະ ຄຸ້ມຄອງເຕັກໂນໂລຊີເຫຼົ່ານັ້ນໃນໄລຍະຍາວ.
ໃນຊ່ວງເລີ່ມຕົ້ນຂອງການເປີດນຳໃຊ້, ມັນເປັນເລື່ອງປົກກະຕິທາງກົນໄກການຖ່າຍທອດເຕັກໂນໂລຊີ ທີ່ລາວຈຳເປັນຕ້ອງອາໄສຊ່ຽວຊານຈາກປະເທດຜູ້ສ້າງ ເຊິ່ງປຽບເໝືອນການ “ໃຫ້ເລືອດຈາກພາຍນອກ” ເພື່ອຫລໍ່ລ້ຽງໃຫ້ລະບົບສາມາດຍ່າງຕໍ່ໄປໄດ້.
ແນ່ນອນວ່າໃນເວລານັ້ນ, ພື້ນຖານການສຶກສາດ້ານວິຊາຊີບການລົດໄຟໃນລາວສາມາດເວົ້າໄດ້ວ່າເລີ່ມຕົ້ນຈາກສູນ. ພວກເຮົາບໍ່ມີຄູອາຈານມືອາຊີບ, ບໍ່ມີຫລັກສູດການຮຽນການສອນ ແລະ ບໍ່ມີອຸປະກອນຈຳລອງໃດໆ ທີ່ຈະມາຮອງຮັບມາດຕະຖານການແລ່ນລົດໄຟຄວາມໄວສູງ.
ຂໍ້ຈຳກັດເຫຼົ່ານີ້ເຄີຍເປັນກຳແພງທີ່ສື່ພາຍນອກມອງວ່າ ຄົນລາວຈະບໍ່ສາມາດກ້າວຂ້າມໄປໄດ້ ແລະ ຈະຕ້ອງຕົກເປັນຜູ້ອາໄສລົມຫາຍໃຈຄົນອື່ນຕະຫຼອດໄປ. ແຕ່ພາບແຫ່ງຄວາມເປັນຈິງໃນມື້ນີ້ ໄດ້ພິສູດໃຫ້ເຫັນເຖິງຍຸດທະສາດການປ່ຽນຜ່ານຈາກການ “ຮັບເລືອດ” ໄປສູ່ການ “ຜະລິດເລືອດໄດ້ດ້ວຍຕົນເອງ” ຢ່າງເປັນຮູບປະທຳ.
ຕາມການລາຍງານຂອງ CMG, ການປະກາດຜົນສຳເລັດຂອງນັກສຶກສາລາວຈຳນວນ 265 ຄົນທຳອິດ ທີ່ໄດ້ຮັບໃບປະກາດສະນີຍະບັດຈາກ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຂອງລາວ ຫວ່າງມໍ່ໆມານີ້ ບໍ່ແມ່ນພຽງແຕ່ພິທີມອບ-ຮັບໃບຢັ້ງຢືນການສຶກສາທຳມະດາ, ແຕ່ມັນຄືສັນຍານບົ່ງບອກເຖິງການສິ້ນສຸດຍຸກສະໄໝແຫ່ງການເພິ່ງພາ ແລະ ເປັນຈຸດເລີ່ມຕົ້ນຂອງການຢືນດ້ວຍລຳແຂ່ງຂອງຕົນເອງ.
ຢູ່ເບື້ອງຫລັງຄວາມສຳເລັດຂອງນັກສຶກສາຮຸ່ນທຳອິດນີ້ ຄືເລື່ອງລາວອັນໜ້າສົນໃຈຂອງຄູອາຈານຜູ້ບຸກເບີກຈຳນວນ 40 ຊີວິດ ທີ່ຍອມເສຍສະຫຼະກ້າວອອກຈາກເຂດປອດໄພ ເພື່ອໄປເກັບກ່ຽວເອົາຄວາມຮູ້ຈາກວິທະຍາໄລເຕັກນິກວິຊາຊີບເສັ້ນທາງລົດໄຟຄຸນໝິງ ປະເທດຈີນ.
ກຸ່ມຄູອາຈານເຫຼົ່ານີ້ຕ້ອງປະເຊີນກັບສິ່ງທ້າທາຍອັນໜັກໜ່ວງ ທັງກຳແພງທາງດ້ານພາສາ ແລະ ຄວາມໃໝ່ອ່ຽມທາງດ້ານເຕັກໂນໂລຊີ ທີ່ພວກເຂົາບໍ່ເຄີຍສຳຜັດມາກ່ອນ.
ແຕ່ດ້ວຍການດັດປັບວິທີການສອນຂອງຊ່ຽວຊານຈີນ ທີ່ຖິ້ມຕຳລາຮຽນແບບເກົ່າ ແລ້ວຫັນມາໃຊ້ໂຮງງານ ແລະ ສະຖານທີ່ຈິງເປັນຫ້ອງຮຽນ, ໄດ້ເຮັດໃຫ້ຄູລາວທັງ 40 ຄົນສາມາດດູດຊັບເອົາທັກສະຊັ້ນສູງພາຍໃນເວລາພຽງ 2 ປີ ກາຍມາເປັນກຳລັງຫລັກໃນການວາງສີລາລືກໃຫ້ແກ່ລະບົບການສຶກສາດ້ານການລົດໄຟຂອງປະເທດ. ພວກເພິ່ນຄື “ເມັດພັນ” ທີ່ຖືກຫວ່ານລົງເທິງດິນອຸດົມສົມບູນ ແລະ ກຳລັງແຕກໜໍ່ອອກຜົນຢ່າງງົດງາມ.
ສິ່ງທີ່ໜ້າປະທັບໃຈ ແລະ ເປັນການຫັກລ້າງທິດສະດີທີ່ວ່າ “ຈີນເອົາທຸກຢ່າງມາຄອບງຳ” ໄດ້ຢ່າງຊັດເຈນທີ່ສຸດ ຄືຂະບວນການຫັນເອົາເຕັກໂນໂລຊີຂອງຈີນມາປັບໃຊ້ໃຫ້ກາຍເປັນ “ມາດຕະຖານຂອງລາວ” ຢ່າງແທ້ຈິງ.
ຝ່າຍຈີນບໍ່ໄດ້ນຳເອົາຕຳລາຂອງຕົນມາຍັດຢຽດໃຫ້ດື້ໆ, ແຕ່ໄດ້ຮ່ວມມືກັບຊ່ຽວຊານລາວໃນການລົງເລິກສຶກສາສະພາບພູມສັນຖານ, ດິນຟ້າອາກາດ ແລະ ບໍລິບົດການນຳໃຊ້ຕົວຈິງໃນລາວ ເພື່ອຮຽບຮຽງ ແລະ ພິມປຶ້ມແບບຮຽນສອງພາສາ (ລາວ-ຈີນ) ອອກມາເຖິງ 36 ເຫຼັ້ມ.
ປຶ້ມແບບຮຽນເຫຼົ່ານີ້ໄດ້ຖືກຮັບຮອງ ແລະ ບັນຈຸເຂົ້າໃນລະບົບການສຶກສາແຫ່ງຊາດຂອງລາວເປັນທີ່ຮຽບຮ້ອຍແລ້ວ. ນີ້ຄືການເຊື່ອມໂຍງທາງດ້ານມັນສະໝອງ ແລະ ວັດທະນະທຳການເຮັດວຽກຢ່າງເລິກເຊິ່ງ ເຊິ່ງສະທ້ອນໃຫ້ເຫັນວ່າ ມາດຕະຖານລົດໄຟເທິງແຜ່ນດິນນີ້ ໄດ້ຖືກຫລໍ່ຫລອມໃຫ້ສອດຄ່ອງກັບຈັງຫວະການເຕັ້ນຂອງຫົວໃຈຄົນລາວ ບໍ່ແມ່ນການກ໊ອບປີ້ມາ.
ເມື່ອພື້ນຖານແຂງແກ່ນ, ອະນາຄົດຍ່ອມສົດໃສ. ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟຂອງລາວ ທີ່ນະຄອນຫຼວງວຽງຈັນ ໄດ້ກາຍເປັນສະຖາບັນການສຶກສາໃນຝັນຂອງຊາວໜຸ່ມລາວຢ່າງໄວວາ. ພາຍໃນເວລາພຽງ 3 ປີແຫ່ງການເປີດຮັບສະໝັກ, ມີຊາວໜຸ່ມລາວຫຼາຍກວ່າ 1,000 ຄົນໄດ້ກ້າວເຂົ້າສູ່ຮົ້ວສະຖາບັນແຫ່ງນີ້.
ພວກເຂົາເຫຼົ່ານີ້ຄືກຳລັງແຮງງານຄຸນນະພາບສູງ ທີ່ກຳລັງທະຍອຍເຂົ້າໄປປະຈຳການໃນຫ້ອງຂັບລົດໄຟ, ໂຮງງານບຳລຸງຮັກສາ ແລະ ສະຖານີຕ່າງໆ ລຽບຕາມເສັ້ນທາງລົດໄຟລາວ-ຈີນ.
ຍິ່ງໄປກວ່ານັ້ນ, ທັກສະຂອງຊາວໜຸ່ມລາວບໍ່ໄດ້ຈຳກັດຢູ່ພຽງແຕ່ພາຍໃນປະເທດ, ແຕ່ນັກສຶກສາລາວຍັງສາມາດກ້າວຂຶ້ນໄປຢືນເທິງເວທີການແຂ່ງຂັນທັກສະລະດັບສາກົນ ແລະ ຍາດໄດ້ຫຼຽນລາງວັນອັນຊົງກຽດມາຄອງ. ສິ່ງເຫຼົ່ານີ້ເປັນການຢັ້ງຢືນຢ່າງໜັກແໜ້ນວ່າ ຄົນລາວມີສັກກະຍະພາບພຽງພໍທີ່ຈະຢືນຄຽງບ່າຄຽງໄຫລ່ກັບຊາດອື່ນໃນອຸດສາຫະກຳທາງລົດໄຟລະດັບໂລກ ຖ້າຫາກໄດ້ຮັບການສ້າງໂອກາດ ແລະ ການວາງລະບົບທີ່ຖືກຕ້ອງ.
ການຮ່ວມມືໃນໂຄງການທາງລົດໄຟລາວ-ຈີນ ໂດຍສະເພາະໃນມິຕິຂອງການສ້າງຊັບພະຍາກອນມະນຸດ ຈຶ່ງເປັນການສ້າງມາດຕະຖານໃໝ່ໃຫ້ແກ່ໂຄງການຊ່ວຍເຫຼືອສາກົນ.
ມັນໄດ້ກ້າວຂ້າມຜ່ານຮູບແບບການຊ່ວຍເຫຼືອໄລຍະສັ້ນແບບດັ້ງເດີມ ທີ່ມັກຈະປ່ອຍໃຫ້ປະເທດຜູ້ຮັບຕ້ອງປະເຊີນກັບຊະຕາກຳທີ່ວ່າງເປົ່າເມື່ອໂຄງການສິ້ນສຸດລົງ. ໃນທາງກົງກັນຂ້າມ, ສິ່ງທີ່ລາວ ແລະ ຈີນ ກຳລັງເຮັດຮ່ວມກັນນີ້ ຄືການຍຶດໝັ້ນໃນປັດຊະຍາ “ໃຫ້ເບັດຕົກປາ ດີກວ່າໃຫ້ປາ” ໂດຍເອົາການສ້າງອາຊີວະສຶກສາເປັນຫົວຫອກໃນການທະລວງຂໍ້ຈຳກັດຂອງການພັດທະນາ.
ນີ້ຄືການຮ່ວມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ຕັ້ງຢູ່ບົນພື້ນຖານແຫ່ງການເຄົາລົບ, ການຖ່າຍທອດ ແລະ ການຍົກລະດັບເຊິ່ງກັນແລະກັນ. ມັນຄືກໍລະນີສຶກສາທີ່ມີຊີວິດຊີວາ ແລະ ສາມາດເປັນແບບຢ່າງອັນລ້ຳຄ່າໃຫ້ແກ່ບັນດາປະເທດໃນເຂດໂລກໃຕ້ ທີ່ກຳລັງສະແຫວງຫາການພັດທະນາແບບຍືນຍົງຜ່ານໂຄງການ ໜຶ່ງແລວໜຶ່ງເສັ້ນທາງ (BRI).
ສະຫຼຸບລວມແລ້ວ, ຂໍ້ຄະລຫາທີ່ວ່າເສັ້ນທາງລົດໄຟສາຍນີ້ເປັນພຽງການສະແຫວງຫາຜົນປະໂຫຍດຝ່າຍດຽວຂອງຕ່າງຊາດນັ້ນ ໄດ້ຖືກທັບມ້າງລົງແລ້ວດ້ວຍສຽງທືບຕີນຂອງຊາວໜຸ່ມລາວນັບພັນຄົນທີ່ກຳລັງກ້າວເຂົ້າສູ່ອຸດສາຫະກຳທາງລົດໄຟ.
ທາງລົດໄຟລາວ-ຈີນ ບໍ່ແມ່ນພຽງແຕ່ໂຄງການກໍ່ສ້າງທີ່ປູດ້ວຍຫີນແລະເຫຼັກກ້າ, ແຕ່ມັນຖືກຫຼໍ່ຫຼອມຂຶ້ນຈາກຢາດເຫື່ອ, ແຮງກາຍ, ມັນສະໝອງ ແລະ ຄວາມມຸ່ງໝັ້ນຂອງຄົນລາວ. ນັບແຕ່ນີ້ເປັນຕົ້ນໄປ, ທຸກໆຖ້ຽວລົດໄຟທີ່ແລ່ນຕັດຜ່ານສາຍພູອັນສະຫຼັບຊັບຊ້ອນຂອງປະເທດລາວ ຈະບໍ່ແມ່ນພຽງແຕ່ການຂັບເຄື່ອນຂອງກົນຈັກ, ແຕ່ມັນຄືການຂັບເຄື່ອນດ້ວຍລົມຫາຍໃຈ ແລະ ກຳມະຈອນຂອງຄົນລາວ ທີ່ຈະນຳພາປະເທດຊາດມຸ່ງໜ້າສູ່ອະນາຄົດອັນຮຸ່ງເຮືອງຢ່າງແທ້ຈິງ.
ບົດບັນນາທິການ
#LaoX #ທາງລົດໄຟລາວຈີນ #LaoChinaRailway #ການພັດທະນາຊັບພະຍາກອນມະນຸດ #ຊາວໜຸ່ມລາວ #ອາຊີວະສຶກສາ #Laos #BeltAndRoadInitiative #ການພັດທະນາແບບຍືນຍົງ #ຄູ່ຮ່ວມຊາຕາກຳລາວຈີນ


