ປົກເວັບ 2026 09 24T113543 228

ນາຍົກຍີ່ປຸ່ນ ຮຽກຮ້ອງ UN ລຶບສະຖານະ “ລັດສັດຕູ” ຈາກຍຸກສົງຄາມໂລກ ຊຸກຍູ້ການປະຕິຮູບສະພາຄວາມໝັ້ນຄົງ

ນາຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ແຫ່ງຍີ່ປຸ່ນ ກ່າວສຸນທອນພົດຄັ້ງທຳອິດຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ໂດຍຮຽກຮ້ອງໃຫ້ລຶບຂໍ້ກຳນົດ “ລັດສັດຕູ” ຈາກຍຸກສົງຄາມໂລກຄັ້ງທີ 2 ອອກຈາກກົດບັນຍັດ UN ເພື່ອຢືນຢັນຈຸດຢືນປະເທດຮັກສັນຕິ ແລະ ຍົກລະດັບບົດບາດຄວາມໝັ້ນຄົງຂອງຍີ່ປຸ່ນ ທ່າມກາງແຮງຕ້ານທານທາງພູມສາດການເມືອງຈາກຈີນ ແລະ ຣັດເຊຍ.

ຕາມການລາຍງານຂອງ Reuter, ການເຄື່ອນໄຫວຄັ້ງສຳຄັນນີ້ມີຂຶ້ນເມື່ອວັນທີ 22 ກັນຍາ ໃນໂອກາດຄົບຮອບ 70 ປີ ທີ່ຍີ່ປຸ່ນເຂົ້າເປັນສະມາຊິກສະຫະປະຊາຊາດ ນັບຕັ້ງແຕ່ປີ 1956 ເປັນຕົ້ນມາ ໂດຍທ່ານນາງ ທາຄາອິຈິ ໄດ້ເນັ້ນໜັກເຖິງຄວາມມຸ່ງຫວັງຂອງຍີ່ປຸ່ນຕໍ່ລະບົບພະຫຸພາຄີ ທ່າມກາງຍຸກສະໄໝທີ່ປະຊາຄົມໂລກກຳລັງຕັ້ງຄຳຖາມຢ່າງໜັກຕໍ່ຄວາມສາມາດຂອງ UN ໃນການປ້ອງກັນຄວາມຂັດແຍ່ງ. 

ຜູ້ນຳຍີ່ປຸ່ນຊີ້ໃຫ້ເຫັນວ່າ ຫາກສະຫະປະຊາຊາດຕ້ອງການເຮັດໜ້າທີ່ສົ່ງເສີມສັນຕິພາບຕໍ່ໄປ ອົງການແຫ່ງນີ້ຈຳເປັນຕ້ອງ “ເກີດໃໝ່” ເພື່ອໃຫ້ມີຄວາມຍືດຫຍຸ່ນ, ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ.

ໂດຍກ້າວທຳອິດຂອງການຟື້ນຟູຄວາມເຊື່ອໝັ້ນຈາກນານາຊາດ ຄືການທົບທວນກົດບັນຍັດສະຫະປະຊາຊາດ ແລະ ຍົກເລີກ “ຂໍ້ກຳນົດລັດສັດຕູ” ທີ່ຂຽນຂຶ້ນຕັ້ງແຕ່ຊຸມປີ 1940 ຊຶ່ງລະບຸເຖິງປະເທດຝ່າຍອັກສະ ໄດ້ແກ່ ຍີ່ປຸ່ນ, ເຢຍລະມັນ ແລະ ອີຕາລີ ທີ່ເຄີຍເຮັດສົງຄາມກັບກຸ່ມປະເທດຜູ້ລົງນາມກໍ່ຕັ້ງສະຫະປະຊາຊາດ ໂດຍຈົນເຖິງປັດຈຸບັນກໍຍັງຄົງມີຖ້ອຍຄຳກ່ຽວກັບມາດຕະການ ແລະ ການຈັດການດິນແດນອັນເປັນຜົນພວງຈາກສົງຄາມປາກົດຢູ່ໃນກົດບັດດັ່ງກ່າວ.

ເມື່ອເບິ່ງຍ້ອນກັບໄປໃນມິຕິທາງປະຫວັດສາດ ຄວາມພະຍາຍາມໃນການລຶບລ້າງມໍລະດົກທາງກົດໝາຍຈາກຍຸກສົງຄາມໂລກຄັ້ງທີ 2 ນີ້ ໄດ້ຮັບການຍອມຮັບຈາກປະຊາຄົມໂລກມາດົນນານແລ້ວ ເຫັນໄດ້ຈາກກອງປະຊຸມສະມັດຊາໃຫຍ່ UN ໃນປີ 1995 ທີ່ເຄີຍມີມະຕິໃຫ້ຍົກເລີກຂໍ້ກຳນົດດັ່ງກ່າວຍ້ອນມີຄວາມລ້າສະໄໝ ແລະ ຕໍ່ມາໃນກອງປະຊຸມສຸດຍອດຜູ້ນຳໂລກ (World Summit) ປີ 2005 ບັນດາຜູ້ນຳທົ່ວໂລກກໍມີມະຕິເຫັນດີຮ່ວມກັນໃຫ້ຕັດຄຳວ່າ “ລັດສັດຕູ” ອອກຈາກກົດບັດ UN. 

ຢ່າງໃດກໍຕາມ ຂະບວນການຕົວຈິງກັບຕ້ອງຢຸດສະງັກມາຍາວນານກວ່າສອງທົດສະວັດ ຍ້ອນຂັ້ນຕອນການແກ້ໄຂກົດບັດຍັດ UN ມີຄວາມຊັບຊ້ອນສູງ ແລະ ຕ້ອງໄດ້ຮັບການສະໜັບສະໜູນຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຊຶ່ງປະກອບມີສະມາຊິກຖາວອນ 5 ປະເທດ (ສະຫະລັດອາເມລິກາ, ອັງກິດ, ຝຣັ່ງ, ຣັດເຊຍ ແລະ ຈີນ) ທີ່ຖືສິດຢັບຢັ້ງ ຫຼື ວີໂຕ (Veto). 

ໃນທາງການເມືອງລະຫວ່າງປະເທດ ມະຫາອຳນາດບາງຝ່າຍມີຄວາມກັງວົນວ່າ ຫາກເປີດທາງໃຫ້ແກ້ໄຂຖ້ອຍຄຳໃນກົດບັນຍັດ ອາດກາຍເປັນການເປີດປະຕູສູ່ການຮື້ຟື້ນໂຄງສ້າງຂອງສະພາຄວາມໝັ້ນຄົງ ຊຶ່ງຈະຫຼຸດທອນອິດທິພົນຜູກຂາດຂອງກຸ່ມສະມາຊິກຖາວອນໂດຍກົງ.

ໃນມຸມມອງການວິເຄາະທາງພູມສາດການເມືອງ ຂໍ້ກຳນົດ “ລັດສັດຕູ” ບໍ່ໄດ້ເປັນພຽງແຕ່ຕົວອັກສອນທີ່ຕົກຄ້າງໃນໜ້າປະຫວັດສາດເທົ່ານັ້ນ ແຕ່ໄດ້ຖືກຈີນ ແລະ ຣັດເຊຍ ນຳກັບມາໃຊ້ເປັນເຄື່ອງມືທາງກົດໝາຍ ແລະ ການທູດເພື່ອກົດດັນຍີ່ປຸ່ນຢ່າງຕໍ່ເນື່ອງ. 

ປະເດັນນີ້ກັບມາຮ້ອນແຮງຂຶ້ນອີກຄັ້ງທ່າມກາງຄວາມສຳພັນລະຫວ່າງໂຕກຽວ ແລະ ປັກກິ່ງທີ່ຖົດຖອຍລົງ ໂດຍສະເພາະຫຼັງຈາກເດືອນພະຈິກປີທີ່ຜ່ານມາ ທີ່ທ່ານນາງ ທາຄາອິຈິ ກ່າວວ່າຍີ່ປຸ່ນອາດເຂົ້າແຊກແຊງທາງການທະຫານຫາກຈີນໂຈມຕີໄຕ້ຫວັນ ຊຶ່ງເຮັດໃຫ້ຈີນອອກມາຕອບໂຕ້ວ່າລັດຖະບານທາຄາອິຈິກຳລັງເດີນໜ້າເສີມກຳລັງທະຫານ ແລະ ຟື້ນຟູລັດທິທະຫານນິຍົມຍຸກສົງຄາມໂລກຄັ້ງທີ 2. 

ຝ່າຍຈີນ ແລະ ສະຖານເອກອັກຄະລັດຖະທູດຈີນປະຈຳຍີ່ປຸ່ນ ຢືນຢັນວ່າຂໍ້ກຳນົດລັດສັດຕູຍັງມີຜົນຜູກພັນທາງກົດໝາຍເພື່ອຄຸ້ມຄອງລະບຽບໂລກຫຼັງສົງຄາມ ແລະ ເປີດທາງໃຫ້ໃຊ້ກຳລັງກັບອະດີດຝ່າຍອັກສະໄດ້ທັນທີຫາກປະເທດເຫຼົ່ານັ້ນກັບມາໃຊ້ນະໂຍບາຍຮຸກຮານ. ຂ

ະນະດຽວກັນ ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຣັດເຊຍ ກໍເຄີຍຍົກເອົາສະຖານະ “ລັດສັດຕູ” ໃນກົດບັນຍັດ UN ຂຶ້ນມາອ້າງອີງກັບສື່ມວນຊົນ ເພື່ອໃຊ້ເປັນຂໍ້ຕໍ່ລອງໃນບັນຫາຂໍ້ພິພາດທາງດິນແດນລະຫວ່າງຣັດເຊຍ ແລະ ຍີ່ປຸ່ນເຊັ່ນດຽວກັນ.

ຕໍ່ກັບແຮງກົດດັນດັ່ງກ່າວ ຍີ່ປຸ່ນໄດ້ອອກມາປະຕິເສດການຕີຄວາມໝາຍແບບເກົ່າຢ່າງສິ້ນເຊີງ ໂດຍຢືນຢັນວ່ານະໂຍບາຍຄວາມໝັ້ນຄົງຂອງຍີ່ປຸ່ນໃນປັດຈຸບັນສອດຄ່ອງກັບລັດຖະທຳມະນູນຫຼັງສົງຄາມທີ່ຢຶດໝັ້ນແນວທາງສັນຕິ ແລະ ເນັ້ນການປ້ອງກັນປະເທດເທົ່ານັ້ນ. 

ໂດຍເປົ້າໝາຍສູງສຸດຂອງໂຕກຽວບໍ່ພຽງແຕ່ເພື່ອປົດລັອກຊ່ອງໂຫວ່ທາງກົດໝາຍທີ່ຖືກປະເທດຄູ່ຂັດແຍ່ງໃຊ້ໂຈມຕີເທົ່ານັ້ນ ແຕ່ຍັງເປັນການສ້າງຄວາມຊອບທຳໃນການກ້າວຂຶ້ນໄປຄອງທີ່ນັ່ງສະມາຊິກຖາວອນໃນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຊຶ່ງຍີ່ປຸ່ນພະຍາຍາມຜັກດັນມາຕະຫຼອດຫຼາຍທົດສະວັດ ເພື່ອປັບດຸນອຳນາດການເມືອງໂລກ.

#LaoX #ຂ່າວຕ່າງປະເທດ #ຍີ່ປຸ່ນ #ສະຫະປະຊາຊາດ #ຊານາເອະທາຄາອິຈິ #ການເມືອງໂລກ #ສະພາຄວາມໝັ້ນຄົງUN #UNGA #ພູມສາດການເມືອງ

Comments are disabled