ຈັບຕາ 4 ສັນຍານເຕືອນໄພອັນຕະລາຍ ຈາກການປ່ຽນແປງດິນຟ້າອາກາດທີ່ທ່ານຕ້ອງຮູ້


ທ່ານເຄີຍສັງເກດເບິ່ງບໍ່ວ່າປັດຈຸບັນການປ່ຽນແປງດິນຟ້າອາກາດມີການຜັນປ່ຽນ ແລະ ເກີດຂຶ້ນຮຸນແຮງໃນລະດັບໃດໃນຊີວິດປະຈໍາວັນຂອງທ່ານ. ບາງຄັ້ງທ່ານອາດຈະເຄີຍໄດ້ຍິນເຖິງເລື່ອງລາວຂອງອຸນຫະພູມທີ່ເພີ່ມສູງ ແລະ ສ່ຽງຕໍ່ການເກີດປາກົດການທາງທຳມະຊາດທີ່ມີຜົນຕໍ່ລະບົບພູມອາກາດຢ່າງຮຸນແຮງ ຫຼື ເອີ້ນວ່າປາກົດການ ເອວນິນໂຢ (El Niño), ການເພີ່ມຂຶ້ນຂອງປະລິມານທາດຄາບອນໃນບັນຍາກາດ, ມະຫາສະໝຸດທີ່ຮ້ອນຂຶ້ນ ແລະ ປະລິມານນໍ້າແຂງໃນຂວັ້ນໂລກທີ່ລົດລົງ.

ສິ່ງທີ່ກ່າວມານັ້ນລ້ວນແຕ່ເປັນເຫດການທີ່ເຮົາທຸກຄົນໃນທົ່ວໂລກກຳລັງປະເຊີນຢູ່, ແມ່ນແຕ່ເຂດອາຊີຕາເວັນອອກສຽງໃຕ້ໃນປະເທດລາວ, ໄທ, ຫວຽດນາມ ທີ່ໃນເດືອນ ພຶດສະພາທີ່ຜ່ານມາກໍໄດ້ປະເຊີນກັບຄື້ນຄວາມຮ້ອນ ແລະ ມີການບັນທຶກສະຖິຕິອຸນຫະພູມສູງທີ່ສຸດໃນປະຫວັດສາດ, ໂດຍປະເທດລາວແມ່ນ ຢູ່ ແຂວງ ຫຼວງພະບາງ ຮ້ອນເຖິງ 43.5 ອົງສາ.

ເຊິ່ງສິ່ງທີ່ເປັນຕົວບົ່ງບອກຄວາມຮຸນແຮງທີ່ເຮົາກຳລັງປະເຊີນຢູ່ແມ່ນມີ 4 ສັນຍານດັ່ງຕໍ່ໄປນີ້:

1. ອຸນຫະພູມໂລກທີ່ສູງຂຶ້ນ

ພາຍໃນ 11 ມື້ທຳອິດຂອງເດືອນ ມິຖຸນາ ພົບວ່າເປັນເວລາທີ່ອາກາດຮ້ອນທີ່ສຸດຂອງປີນີ້ ແລະ ກໍຍັງເປັນຄັ້ງທຳອິດຂອງອຸນຫະພູມທົ່ວໂລກສູງກວ່າລະດັບກ່ອນອຸດສາຫະກຳຫຼາຍກວ່າ 1.5 ອົງສາເຊ. ເຫດການນີ້ຍັງເກີດຂຶ້ນໃນປະເທດ ແຄນາດາ ທີ່ມີປາກົດການຄື້ນຄວາມຮ້ອນປົກຄຸມທົ່ວປະເທດ ຈົນເຮັດໃຫ້ເກີດເຫດໄຟປ່າລາມຢ່າງທີ່ບໍ່ເຄີຍມີມາກ່ອນ.

2. ມະຫາສະໝຸດຮ້ອນສູງ

ອຸນຫະພູມໜ້ານໍ້າມະຫາສະໝຸດຮ້ອນຂຶ້ນສູງຫຼາຍກວ່າລະດັບປົກກະຕິຢ່າງບໍ່ມີທ່າທີຈະຢຸດ, ໃນເດືອນ ມີນາ ລະດັບຄວາມຮ້ອນແມ່ນຢູ່ໃນລະດັບທີ່ໜ້າກັງວົນຕັ້ງແຕ່ເດືອນ ມີນາ ແລະ ເດືອນ ເມສາ ກໍເພີ່ມຮອດລະດັບສູງສຸດໃນຮອບປະຫວັດສາດ. ຜົນຕາມມາຂອງຄວາມຮ້ອນໃນມະຫາສະໝຸດສົ່ງຜົນໃຫ້ ປະກາລັງເກີດການຟອກຂາວ, ການຕາຍຂອງສັດທະເລ ແລະ ລະດັບນໍ້າທະເລທີ່ສູງຂຶ້ນ.

3. ລະດັບນໍ້າແຂງຂວັ້ນໂລກລົດຕໍ່າລົງ

ນໍ້າແຂງຂວັ້ນໂລກແອນຕາກຕິກລົດລົງຢ່າງຕໍ່ເນື່ອງຕັ້ງແຕ່ທ້າຍເດືອນກຸມພາ, ເມື່ອທຽບການບັນທຶກໃນປີ 1970 ແມ່ນມີເນື້ອທີ່ 691.000 ຕາລາງໄມລ໌, ປັດຈຸບັນການສູນເສຍເນື້ອທີ່ນໍ້າແຂງແມ່ນລົດລົງຢ່າງໜ້າຕົກໃຈປະມານ 386.000 ຕາລາງໄມລ໌ ທຽບເທົ່າພື້ນທີ່ລັດຄາລິຟໍເນຍສອງເທົ່າ.

4. ການບັນທຶກລະດັບກ໊າສຄາບອນໄດອັອກຊາຍ

ຈາກການວັດແທກການປ່ອຍມົນລະພິດໃນການເຜົາໄໝ້ເຊື້ອເພີງ ເຫັນວ່າກ໊າສຄາບອນໄດອັອກຊາຍ ໄດ້ແຕະລະດັບສູງໃນເດືອນ ພຶດສະພາ ຢູ່ທີ່ 424 ppm ແລະ ເພີ່ມຂຶ້ນ 3.0 ppm ເມື່ອທຽບກັບເວລາດຽວກັນໃນປີ 2022.

ໄພອັນຕະລາຍທີ່ກຳລັງເກີດຂຶ້ນ ແມ່ນສື່ໃຫ້ເຫັນໃນຫຼາຍດ້ານທີ່ເພີ່ມທະວີຄວາມຮ້າຍແຮງຕໍ່ການປ່ຽນແປງດິນຟ້າອາກາດ ຈາກການສ້າງມົນລະພິດໃນກິດຈະກຳຂອງມະນຸດເຮົາ. ທັງນີ້ກໍຊີ້ໃຫ້ເຫັນເຖິງນິມິດໝາຍອັນທ້າທາຍທີ່ບັນດາປະເທດທົ່ວໂລກຕ້ອງປະຕິດບັດຮ່ວມກັນຕາມສົນທິສັນຍາປາຣີສ ປີ 2015, ດ້ວຍການສືບຕໍ່ລົດການປ່ອຍອາຍເຮືອນແກ້ວ ແລະ ຄົງສະພາບຂອງອຸນຫະພູມໂລກບໍ່ໃຫ້ເພີ່ມເກີນ 1.5 ອົງສາ.

ແຫຼ່ງອ້າງອີງ:

edition.cnn.com

ipcc.ch

earth.org

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/