ກຸ່ມທະຫານຮັບຈ້າງ Wagner ທີ່ກຳລັງຈະບຸກເຂົ້າເມືອງຫຼວງ Moscow ຍອມຖອຍທັບແລ້ວ


ກຸ່ມທະຫານຮັບຈ້າງ Wagner ທີ່ຮັບເຮັດສົງຄາມໃຫ້ກັບທາງລັດຖະບານ ຣັດເຊຍ ທີ່ປະທ້ວງ ແລະ ກຳລັງເຄື່ອນທັບເຂົ້າໄປເມືອງຫຼວງ Moscow ຍອມຢຸດເຈລະຈາ ແລະ ຖອຍທັບຮຽບຮ້ອຍແລ້ວ. ສ່ວນ ເປໂກຊິນ (Prigozhin) ຫົວໜ້າກຸ່ມທະຫານ ໄດ້ຮັບການລົບລ້າງຄະດີກໍ່ກະບົດ ແລະ ຍ້າຍໄປຢູ່ ເບລາຣຸສແທນ.

ໃນໄລຍະ 72 ຊົ່ວໂມງທີ່ຜ່ານມາ ນັບເປັນຄວາມປັ່ນປ່ວນ, ຄວາມບໍ່ແນ່ນອນ ແລະ ເປັນຄວາມສຸ່ມສ່ຽງທີ່ຈະເກີດສົງຄາມກາງເມືອງນອງເລືອດທີ່ສຸດຄັ້ງໜຶ່ງຂອງນະຄອນຫຼວງ Moscow, ຫຼັງ ເປໂກຊິນ (Prigozhin) ຫົວໜ້າກຸ່ມທະຫານຮັບຈ້າງ Wagner ທີ່ຮັບເຮັດສົງຄາມໃນຢູເຄຣນ ໃຫ້ກັບທາງຣັດເຊຍ ຕັດສິນໃຈປະທ້ວງ ການເຮັດວຽກຂອງລັດຖະມົນຕີກະຊວງປ້ອງການປະເທດ ຂອງຣັດເຊຍ ໂດຍການເຄື່ອນທັບບຸກເຂົ້າມາໃນຣັດເຊຍ ແລະ ກຳລັງຈະເຄື່ອນທັບເຂົ້າໃນເມືອງຫຼວງ Moscow ຈົນສ້າງຄວາມວິຕົກກັງວົນກັນໄປທົ່ວໂລກ ວ່າຈະເກີດການປະທະກັນຢ່າງຮຸນແຮງ.

ຕົ້ນເຫດຂອງຄວາມຂັດແຍ້ງດັ່ງກ່າວ ເກີດຂຶ້ນມາຫຼາຍອາທິດແລ້ວ ເປໂກຊິນ ຜູ້ເປັນຕົວລະຄອນສຳຄັນ ໃນການນຳທັບ ເຮັດສົງຄາມໃນຢູເຄຣນ ໄດ້ອອກມາ ວິພາກວິຈານການເຮັດວຽກຂອງ ທະຫານປະຈຳການຂອງທາງການຣັດເຊຍ ລວມໄປຮອດ ລັດຖະມົນຕີກະຊວງປ້ອງກັນປະເທດ ຢ່າງ ເຊີເກ ຊອຍກູ ແບບບໍ່ໄວ້ໜ້າ ປະທານາທິບໍດີ ປູຕິນເລີຍ.

ການອອກມາວິພາກວິຈານການເຮັດວຽກຂອງຝ່າຍລັດຖະບານ ຣັດເຊຍ ດັ່ງກ່າວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບ ຜູ້ນຳສູງສຸດຂອງຣັດເຊຍ ເຖິງແມ່ນວ່າ ປູຕິນ ແລະ ເປໂກຊິນ ຈະຮູ້ຈັກກັນ ແລະ ສະໜິດສະໜົມກັນບໍ່ໜ້ອຍກໍຕາມ.

ຈົນມາຮອດວັນສຸກ ທີ 23 ມິຖຸນາ ເປໂກຊິນ ເປີດສາກຄວາມຂັດແຍ້ງ ໂດຍການວິພາກວິຈານຢ່າງໜັກ ໂດຍບອກວ່າ: “ເຫດຜົນທັງໝົດໃນການເຮັດສົງຄາມ ທີ່ພວກເຂົາອອກມາອ້າງກັນນັ້ນເປັນເລື່ອງຂີ້ຕົວະ ແລະ ເປັນພຽງຂໍ້ແກ້ຕົວຂອງຄົນກຸ່ມນ້ອຍໆເທົ່ານັ້ນ”. ອີກບໍ່ເທົ່າໃດຊົ່ວໂມງຕໍ່ມາ ທົ່ວໂລກກໍຕ້ອງຕົກຕະລຶງ ຫຼັງ ເປໂກຊິນ ປະກາດຈະເຄື່ອນທັບທະຫານຈຳນວນ 25.000 ຄົນ ເຂົ້າເມືອງຂອງຣັດເຊຍ ແລະ ຈະເຄື່ອນທັບໄປຮອດ ນະຄອນຫຼວງ Moscow ທີ່ເປັນບ່ອນປະຈຳການຂອງຜູ້ນຳສູງສຸດ ຣັດເຊຍ.

ເຊິ່ງການປະກາດດັ່ງກ່າວປຽບເໝືອນການທ້າທາຍອຳນາດຂອງຣັດເຊຍ ແລະ ສ້າງຄວາມບໍ່ພໍໃຈຢ່າງແຮງໃຫ້ກັບ ປູຕິນ. ໜ່ວຍຄວາມໝັ້ນຄົງກາງຂອງຣັດເຊຍ ຫຼື FSB ໄດ້ຕັ້ງຂໍ້ຫາໃຫ້ກັບ ເປໂກຊິນ ຂໍ້ຫາກໍ່ກະບົດດ້ວຍອາວຸດສົງຄາມຕໍ່ລັດ ເຊິ່ງມີໂທດຈຳຄຸກ 20 ປີ. ຂະນະທີ່ ປູຕິນ ກໍອອກມາກ່າວກັບປະຊາຊົນວ່າ ຈະຈັດການກັບກອງກຳລັງດັ່ງກ່າວຢ່າງເດັດຂາດ ແລະ ເອີ້ນກອງກຳລັງດັ່ງກ່າວ ວ່າຜູ້ທໍລະຍົດ.

ກຸ່ມ Wagner ເຄື່ອນກໍາລັງພົນພ້ອມອາວຸດເສິກຄົບຊຸດ ບຸກເຂົ້າຢຶດເມືອງ ລອດສຕອຟ ອອນດອນ ເຊິ່ງຢູ່ທາງຕອນໃຕ້ຂອງຣັດຊຍ ພ້ອມອ້າງວ່າກອງກຳລັງຂອງ Wagner ສາມາດເຂົ້າຄຸມທີ່ຕັ້ງທາງທະຫານຂອງກອງກຳລັງປະຈຳການຣັດເຊຍໃນເມືອງດັ່ງກ່າວໄດ້ທັງໝົດ ພ້ອມກຽມເຄື່ອນພົນຕໍ່ເຂົ້າໄປໃນ Moscow ສ້າງຄວາມປັນປ່ວນຢ່າງໜັກໃຫ້ກັບການນຳຂອງຣັດເຊຍ.

ໂດຍ ປູຕິນລະບຸວ່າ: “ຂ້ອຍຂໍປະນາມກຸ່ມທະຫານທີ່ເປັນພັນທະທະມິດຂອງເຮົາ ທີ່ໃຊ້ກອງກຳລັງບຸເຂົ້າມາໃນຣັດເຊຍ ເຊິ່ງເປັນການແທງທາງຫຼັງ ແລະ ເປັນໄພຄຸກຄາມຢ່າງຮ້າຍແຮງຕໍ່ຄວາມເປັນລັດຂອງພວກເຮົາ ແລະ ປະເທດຊາດ. ເປັນຜົນເສຍຫາຍຕໍ່ຣັດເຊຍ ແລະ ປະຊາຊົນ. ຊະຕາກຳຂອງປະຊາຊົນຣັດເຊຍ ກຳລັງສັ່ນສະເທືອນ ຈຳເປັນຕ້ອງລວມພະລັງທັງໝົດເຂົ້າຫາກັນ. ສິ່ງທີ່ເຮົາກຳລັງປະເຊີນ ແມ່ນການຫັກຫຼັງຢ່າງແນ່ນອນ ຄວາມຝັນ ແລະ ຄວາມຕ້ອງການຜົນປະໂຫຍດສ່ວນຕົວ ນຳໄປສູ່ການທໍລະຍົດ”.

ປູຕິນ ລະບຸຕື່ມອີກວ່າ: “ທຸກຄົນທີ່ຮູ້ຕົວວ່າຢືນໃນເສັ້ນທາງແຫ່ງການທໍລະຍົດ ຜູ້ທີ່ກຽມການກໍ່ກະບົດດ້ວຍອາວຸດ ຢືນຢູ່ໃນເສັ້ນທາງຂອງການກໍ່ການຮ້າຍ ຈະຕ້ອງຖືກລົງໂທດຢ່າງຫຼີກເວັ້ນບໍ່ໄດ້ທັງຕໍ່ໜ້າກົດໝາຍ ແລະ ຕໍ່ໜ້າປະຊາຊົນ”.

ຂະນະທີ່ ນະຄອນຫຼວງ Moscow ກໍປະກາດໃຫ້ປະຊາຊົນຢູ່ແຕ່ໃນເຮືອນ ໃນວັນເສົາ ແລະ ວັນອາທິດທີ່ຜ່ານມາ ພ້ອມຍົກລະດັບຄວາມປອດໄພໃນເມືອງສູງສຸດ ເພື່ອກຽມຮັບມືກັບກອງກຳລັງຕິດອາວຸດ ທີ່ກຳລັງເຄື່ອນພົນເຂົ້າມາ.

.

ແຕ່ສຸດທ້າຍເວລາຜ່ານໄປ 42 ​ຊົ່ວໂມງ ຂະນະທີ່ ກຸ່ມທະຫານ Wagner ເຂົ້າໃກ້ ນະຄອນຫຼວງ Moscow ຂຶ້ນເລື້ອຍໆ  ເປໂກຊິນ ຫົວໜ້າໃຫຍ່ກໍໄດ້ປະກາດຍົກເລີກພາລະກິດດັ່ງກ່າວ ຫຼັງຈາກປະທານາທິບໍດີຄາເຊັນໂກ ຂອງ ເບລາຣຸສ ໄດ້ເປັນຄົນເຂົ້າມາເຈລະຈາ ຈົນເຮັດໃຫ້ ເປໂກຊິນ ແລະ ກຸ່ມ Wagner ປ່ຽນໃຈບໍ່ໄປຢຶດ Moscow ແຕ່ຫັນໜ້າເຂົ້າໄປລິ້ໄພໃນເບລາຣຸສແທນ ແລກກັບການທີ່ບໍ່ຕ້ອງຖືກດຳເນີນຄະດີຈາກທາງການ ຣັດເຊຍ ໃນຂໍ້ຫາກະບົດ.

     ຢ່າງໃດກໍຕາມ ຫຼາຍຝ່າຍກໍເບິ່ງວ່າ ສິ່ງເຫຼົ່ານີ້ເປັນການ ແກ້ໄຂສະຖານະການສະເພາະໜ້າເທົ່ານັ້ນ ບໍ່ແມ່ນການແກ້ໄຂໄລຍະຍາວ ແລະ ເຖິງແມ່ນວ່າ ເປໂກຊິນ ຈະລີ້ໄພໄປຢູ່ ເບລາຣຸສ ຊົ່ວຄາວ ແຕ່ຕໍ່ຈາກນີ້ໄປ ຊີວິດຂອງ ເປໂກຊິນ ກໍຄົງຕ້ອງລະມັດລະວັງໃນທຸກໆບາດກ້າວ. ເພາະ ປູຕິນໄດ້ປະກາດໄປແລ້ວ ວ່າຈະຈັດການກັບກຸ່ມທະຫານດັ່ງກ່າວຢ່າງເດັດຂາດ.

ຫຼາຍຝ່າຍເບິ່ງວ່າເຫດການທີ່ເຮັດໃຫ້ ເປໂກຊິນ ຕັດສິນໃຈປະທ້ວງບຸກເຂົ້າມາໃນຣັດເຊຍຄັ້ງນີ້ ເປັນຍ້ອນ ກະຊວງປ້ອງກັນປະເທດຂອງ ຣັດເຊຍ ຍື່ນເສັ້ນຕາຍກຳນົດໃຫ້ ກຸ່ມທະຫານຂອງລາວ ເຂົ້າມາເຮັດສົນທິສັນຍາກັບ ກະຊວງປ້ອງກັນປະເທດຄືນໃໝ່ ໃນວັນທີ 1 ກໍລະກົດນີ້ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ປະທານາທິບໍດີ ປູຕິນ. ເຊິ່ງ ເປໂກຊິນ ບໍ່ພໍໃຈຢ່າງແຮງ ແລະ ເບິ່ງເປັນການດ້ອຍຄ່າພວກເຂົາທີ່ສູ້ຮົບເສຍສະຫຼະມາຕະຫຼອດໃນສະໜາມຮົບ.

ເຫດການດັ່ງກ່າວທີ່ເກີດຂຶ້ນ ໄດ້ສ້າງຄວາມສັ່ນສະເທືອນໃຫ້ ຜູ້ນຳສູງສຸດຂອງ ຣັດເຊຍ ບໍ່ໜ້ອຍ ເພາະການມີກອງກຳລັງທະຫານຄິດກະບົດ ເຄື່ອນທັບເຂົ້າມາໃນດິນແດນ ຣັດເຊຍ ແຖມປະຊາຊົນບາງສ່ວນກໍຍັງເຫັນດີເຫັນງາມນຳ ໄດ້ສະທ້ອນໃຫ້ເຫັນເຖິງຄວາມແຕກແຍກພາຍໃນ ແລະ ການປົກຄອງຂອງ ຣັດເຊຍ ຢ່າງຊັດເຈນ.

ກຸ່ມທະຫານຮັບຈ້າງ Wagner ເປັນກຸ່ມທະຫານຕິດອາວຸດ ທີ່ມີທັງເງິນທອງ ແລະ ອາວຸດຍຸດໂທປະກອນຢ່າງຄົບຊຸດ ຮັບເຮັດສົງຄາມຮັບໃຊ້ລັດຖະບານທັງໃນ ຣັດເຊຍ ຕາເວັນອອກກາງ ແລະ ອາຟຣິກາ ໃນການເຮັດສົງຄາມ ຫຼື ຕໍ່ຕ້ານກຸ່ມກໍ່ການຮ້າຍຕ່າງໆ. ເຊິ່ງຄວາມເປັນຕາຢ້ານຂອງທະຫານຮັບຈ້າງແບບນີ້ກໍຄື ບໍ່ມີສານທະຫານ ບໍ່ຖືກລັດຖະບານສອບສວນຄືນເຖິງເຫດການຕ່າງໆ ທີ່ເກີດຂຶ້ນໃນສະໜາມຮົບ ບໍ່ມີກົດການປະທະໃດໆ ແບບທີ່ທະຫານມີ ບໍ່ສົນວ່າຜູ້ທີ່ຢູ່ທາງໜ້າກະບອກປືນຂອງຕົນ ຈະເປັນປະຊາຊົນ ຫຼື ທະຫານ ຈະມີອາວຸດ ຫຼື ບໍ່ມີ ຂໍພຽງເປັນຝ່າຍກົງກັນຂ້າມກໍສາມາດຈັດການໄດ້ທັນທີ.

ຂອບໃຈຂໍ້ມູນຈາກ: BBC, Reuter, Thestandard, CNN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/