ຄັ້ງທຳອິດຂອງ “ພະລັງງານລົມ” ຈາກສະຫະລັດອາເມຣິກາທີ່ສາມາດຜະລິດໄຟຟ້າໄດ້ໃນປະລິມານຫຼາຍກວ່າ ຖ່ານຫີນ ແລະ ນິວເຄຼຍ


ພະລັງງານລົມແມ່ນເປັນທີ່ຮູ້ຈັກກັນໃນຊື່ພະລັງງານສະອາດ, ເປັນແຫຼ່ງພະລັງງານທີ່ໃຊ້ໃນການຜະລິດໄຟຟ້າ ແລ້ວຍັງເປັນມິດກັບສິ່ງແວດລ້ອມອີກ. ສະຫະລັດອາເມຣິການັ້ນກໍຖືໄດ້ວ່າເປັນປະເທດໜຶ່ງທີ່ມັກນຳເອົາພະລັງງານລົມເຂົ້າໄປໃນອຸດສາຫະກໍາຕ່າງໆ ເພື່ອໃຊ້ມັນເປັນພະລັງງານທົດແທນ.

ນັບຕັ້ງແຕ່ມີການເກັບຂໍ້ມູນດ້ານການໃຊ້ພະລັງງານຂອງສະຫະລັດ ກໍໄດ້ພົບວ່າເປັນຄັ້ງທຳອິດຂອງສະຫະລັດອາເມຣິກາທີ່ສາມາດນຳໃຊ້ພະລັງງານລົມສ້າງແຫຼ່ງໄຟຟ້າໃຫ້ກັບຄົນທົ່ວປະເທດໄດ້ຫຼາຍກວ່າພະລັງງານຖ່ານຫີນ ແລະ ນິວເຄຼຍ.

ໂດຍຂໍ້ມູນນີ້ຖືກລາຍງານໂດຍສຳນັກບໍລິຫານຂໍ້ມູນຂ່າວສານຂອງສະຫະລັດອາເມຣິກາ (Energy Information Administration-EIA) ທີ່ໄດ້ເປີດເຜີຍວ່າ ສະຖິຕິນີ້ເກີດຂຶ້ນເມື່ອວັນທີ 29 ມີນາ 2022 ທີ່ຜ່ານມາ ເຊິ່ງມັນເກີດຂຶ້ນຈາກຫຼາຍປັດໄຈ ໜຶ່ງໃນນັ້ນຄື ຄວາມຕ້ອງການໃຊ້ພະລັງງານຈາກຖ່ານຫີນແລະນິວເຄຼຍຖືກລົດລົງມາ (ເຮັດໃຫ້ກະທົບຕໍ່ການຜະລິດຄືຜະລິດໜ້ອຍລົງຕາມໄປນຳ) ຈຶ່ງເຮັດໃຫ້ພະລັງງານລົມຖືກນຳໄປໃຊ້ສຳລັບການຜະລິດໄຟຟ້າຫຼາຍກວ່າ 2 ແຫຼ່ງພະລັງງານທີ່ໄດ້ກ່າວມາ.

ສະຖິຕິທີ່ເກີດຂຶ້ນຄື ພະລັງງານລົມຖືກນໍາໄປໃຊ້ເປັນໄຟຟ້າໄດ້ 2,017 ກິກກະວັດ (gigawatt-hours of electricity) ໂດຍຖ້າຄິດໄລ່ລວມໆແລ້ວເປັນພະລັງງານ 19% ທີ່ຜະລິດໄຟຟ້າທົ່ວປະເທດໄດ້, ຮອງລົງມາແມ່ນແຫຼ່ງພະລັງງານຈາກນິວເຄຼຍທີ່ຜະລິດໄດ້ 19% (ມີຄວາມແຕກຕ່າງກັນເລັກໜ້ອຍກັບພະລັງງານລົມ) ແລະ ພະລັງງານຖ່ານຫີນທີ່ຜະລິດໄດ້ 17%.

ຢ່າງໃດກໍຕາມ ແຫຼ່ງພະລັງງານອັນດັບທີໜຶ່ງທີ່ສະຫະລັດໃຊ້ສຳລັບການສ້າງໄຟຟ້າກໍຍັງແມ່ນແກສທໍາມະຊາດທີ່ຜະລິດໄດ້ໃນສັດສ່ວນ 31%.

ທີ່ຜ່ານມາ ພະລັງງານລົມມັກເປັນແຫຼ່ງຜະລິດໄຟຟ້າໃນອັນດັບທີ່ຕໍ່າກວ່າພະລັງງານຈາກຖ່ານຫີນແລະນິວເຄຼຍມາໂດຍຕະຫຼອດ ເຖິງວ່າຈະເຄີຍແຊງຢູ່ບາງຄັ້ງ ແຕ່ກໍແຊງພຽງຖ່ານຫີນ ຫຼື ນິວເຄຼຍ ພຽງຢ່າງດຽວ ແຕ່ບໍ່ເຄີຍແຊງທັງສອງຢ່າງພ້ອມກັນມາກ່ອນເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/