ກາຕາ ແລະ ຊາອຸດີອາຣະເບຍ ເຜີຍ ປະຊາຄົມໂລກໃຫ້ຄ່າຂອງມະນຸດຕ່າງກັນ ເຫັນໃຈຢູເຄຣນ ແຕ່ລະເລີຍຄວາມທຸກທໍລະມານ ຂອງຄົນຕາເວັນອອກກາງ


ທ່າມກາງຄວາມຂັດແຍ້ງລະຫວ່າງຣັດເຊຍ ກັບຢູເຄຣນ ລັດຖະມົນຕີກະຊວງການຕ່າງປະເທດໄດ້ອອກມາເຜີຍໃນງານສຳມະນາປະຈຳປີ ທີ່ເມືອງ Dohan ວ່າຄວາມຂັດແຍ້ງ ແລະ ຄວາມເຈັບປວດ ໃນພາກພື້ນຕາເວັນອອກກາງບໍ່ໄດ້ຮັບຄວາມສົນໃຈ. ຜິດກັບສະຖານະການຂອງຣັດເຊຍ ແລະ ຢູເຄຣນ ທີ່ທາງຕາເວັນຕົກຊຸກຍູ້ສະແດງຄວາມເປັນນໍ້າໜຶ່ງໃຈດຽວ ແລະ ເຫັນໃຈຢູເຄຣນຢ່າງເຕັມທີ່.

ທ່ານ Sheikh Mohammed bin Abdulrahman Al-Thani ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ: “ຄວາມທຸກທໍລະມານດ້ານມະນຸດສະທຳທີ່ເຮົາພົບເຫັນໃນຢູເຄຣນ ແລະ ກຳລັງເປັນປະເດັນທີ່ທຸກຄົນເວົ້າເຖິງໃນເວລານີ້ ເປັນຄວາມທຸກທໍລະມານແບບດຽວກັນທີ່ຫຼາຍປະເທດໃນຕາເວັນອອກກາງຕ້ອງປະເຊີນຕະຫຼອດຫຼາຍປີທີ່ຜ່ານມາ ແຕ່ມັນກໍບໍ່ມີຫຍັງເກີດຂຶ້ນເລີຍ”.

“ເຮົາບໍ່ເຄີຍເຫັນປະຊາຄົມໂລກຕອບສະໜອງໃດໆກັບເລື່ອງເຫຼົ່ານີ້ເລີຍ” ລາວກ່າວເຖິງຄວາມເຈັບປວດທີ່ເກີດຂຶ້ນກັບ ຊາວຊີເຣຍ, ຊາວປາເລສໄຕນ໌, ຊາວລິເບຍ, ຊາວອີຣັກ ແລະ ຊາວອັບການິສຖານ.

ຊາອຸດີອາຣະເບຍ ແລະ ກາຕາ, 2 ຊາດທີ່ອຸດົມສົມບູນດ້ານນໍ້າມັນ ທີ່ມີຄວາມໃກ້ຊິດກັບຕາເວັນຕົກ ແຕ່ກໍມີຄວາມສຳພັນທີ່ດີກັບຣັດເຊຍເຊັ່ນດຽວກັນ ແລະ ທັງ 2 ຊາດນີ້ບໍ່ໄດ້ມີທ່າທີຕໍ່ຕ້ານຣັດເຊຍແຕ່ຢ່າງໃດ ນັບຕັ້ງແຕ່ຣັດເຊຍເປີດສາກປະຕິບັດການທາງທະຫານໃນຢູເຄຣນ ໃນໄລຍະ 2 ເດືອນທີ່ຜ່ານມາ.

ລັດຖະມົນຕີກະຊວງການຕ່າງປະເທດຂອງ ກາຕາ ຍັງສະແດງຄວາມຫວັງອີກວ່າ ສະຖານະການໃນຢູເຄຣນ ຈະເປັນສຽງປຸກເຕືອນໃຫ້ທຸກໆຄົນໃນປະຊາຄົມໂລກຈະຫັນມາເບິ່ງຕາເວັນອອກກາງ ແລະ ໃສ່ໃຈກັບປະເດັນຕ່າງໆ ດ້ວຍຄວາມສົນໃຈໃນລະດັບດຽວກັນ ທີ່ເຮົາພົບເຫັນລະຫວ່າງ ຣັດເຊຍ ແລະ ຢູເຄຣນ.

ໃນງານສຳມະນາດຽວກັນ ທ່ານ ປະທານາທິບໍດີ Volodymyr Zelensky ກໍໄດ້ເຂົ້າຮ່ວມ ຜ່ານທາງວໍດີໂອຄອລ ແລະ ຮຽກຮ້ອງໃຫ້ ກາຕາ ເພີ່ມທະວີ​ການ​ຜະ​ລິດນໍ້າມັນ ແລະ ​ກາສ​ທໍາ​ມະ​ຊາດ​ມາຊົດເຊີຍການສະໜອງທີ່ຂາດຫາຍໄປຂອງຣັດເຊຍ ຍ້ອນ​ຂໍ້ຂັດແຍ້ງທີ່ເກີດຂຶ້ນໃນປັດຈຸບັນ.

ໃນຂະນະດຽວກັນ Saad Sherida Al-Kaabi ລັດຖະມົນຕີກະຊວງພະລັງງານຂອງ ກາຕາ ໄດ້ໃຫ້ສຳພາດກັບ CNN ເມື່ອວັນທີ 24 ມີນາ ວ່າການຊົດເຊີຍກາສທຳມະຊາດໃນຕະຫຼາດຢູໂຣບນັ້ນ ເປັນສິ່ງທີ່ເປັນໄປບໍ່ໄດ້ໃນທາງປະຕິບັດ.

ສ່ວນທາງຝັ່ງຂອງຕາເວັນຕົກກໍຫວັງເຊັ່ນດຽວກັນວ່າ ທັງສອງປະເທດຈະເພີ່ມທະວີກຳລັງການຜະລິດນໍ້າມັນ ແລະ ອາຍກາສທຳມະຊາດ ເພື່ອຊ່ວຍທາງຕາເວັນຕົກລົດການນຳເຂົ້າຈາກຣັດເຊຍ.

ຢ່າງໃດກໍຕາມ ທາງຝັ່ງຂອງ ເຈົ້າຊາຍ Faisal bin Farhan ລັດຖະມົນຕີກະຊວງການຕ່າງປະເທດຂອງ ຊາອຸດີອາຣະເບຍ ເບິ່ງຄືຈະສະໜັບສະໜູນຈຸດຢືນຂອງກາຕາໂດຍບອກວ່າ: “ການມີສ່ວນຮ່ວມຂອງປະຊາຄົມໂລກ ໃນຕອນນັ້ນກັບຕອນນີ້ຕ່າງກັນຫຼາຍ. ຄວາມເປັນໜຶ່ງດຽວກັນຂອງຟາກຝັ່ງມະຫາສະໝຸດແອັດແລນຕິກໃນຕອນນີ້ ມັນໜ້າຊົມເຊີຍຫຼາຍ ແຕ່ເຈົ້າຈຳເປັນຕ້ອງສື່ສານກັບປະເທດທີ່ເຫຼືອຂອງປະຊາຄົມໂລກໃຫ້ດີກວ່ານີ້”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/