ຂ່າວຮ້າຍກ່ອນເກມແດງເດືອດ ໂຣນັລໂດ້ ຫົວໃຈສະຫຼາຍ ສູນເສຍລູກຊາຍຫຼັງພັນລະຍາຂອງລາວເກີດລູກຝາແຝດ


ໃນກາງເດິກຂອງຄືນທີ່ຜ່ານມາ ຄຣິສເຕຍໂນ້ ໂຣນັລໂດ້ (Cristiano Ronaldo) ຊຸບເປີສະຕາ ຊາວໂປຕຸເກດ ໄດ້ເປີດເຜີຍຂ່າວຮ້າຍຜ່ານບັນຊີ Instagram ວ່າລາວ ແລະ ເມຍຂອງລາວ ຈໍຈີນ້າ ຣັອດດິເກສ (Georgina Rodríguez) ໄດ້ສູນເສຍລູກຊາຍຝາແຝດ ຫຼັງການໃຫ້ກຳເນີດ ຂະນະທີ່ແຝດຜູ້ຍິງຍັງມີຊີວິດ.

ຢ້ອນກັບໄປເມື່ອເດືອນຕຸລາ ຂອງປີກາຍນີ້ ໂຣນັລໂດ້ ແລະ ຈໍຈີນ້າ ໄດ້ປະກາດວ່າພວກເຂົາກຳລັງຈະໄດ້ລູກຊາຍ-ລູກສາວຝາແຝດ ເຂົ້າມາເປັນສະມາຊິກໃໝ່ໃນຄອບຄົວ ກ່ອນທີ່ ຈໍຈີນ້າຈະເດີນທາງໄປໂຮງໝໍເພື່ອໃຫ້ກຳເນີດລູກນ້ອຍທັງສອງ ໂດຍມີທ່ານໝໍ ແລະ ທີມແພດໃຫ້ຄວາມດູແລເປັນຢ່າງດີ.

ແຕ່ໃນຄືນທີ່ຜ່ານມາມັນກັບກາຍເປັນຂ່າວຮ້າຍທີ່ສຸດອີກຂ່າວໜຶ່ງຂອງຄອບຄົວ CR7 ເມື່ອໜຶ່ງໃນລູກແຝດຂອງພວກເຂົາເຊິ່ງເປັນເພດຊາຍໄດ້ເສຍຊີວິດຫຼັງການເກີດ ຂະນະທີ່ລູກແຝດອີກຄົນໜຶ່ງທີ່ເປັນເພດຍິງນັ້ນປອດໄພດີ.

ສິ່ງທີ່ເກີດຂຶ້ນນີ້ເຮັດໃຫ້ດາວຍິງຊາວ ໂປຕຸເກດ ແລະ ຄອບຄົວເສຍໃຈຫຼາຍ ກ່ອນ ໂຣນັລໂດ້ ຈະໂພສຂໍ້ຄວາມແຈ້ງຂ່າວເສົ້ານີ້ລົງ Social Media ຕາມຊ່ອງທາງຕ່າງໆຂອງຕົນ ໂດຍມີໃຈຄວາມວ່າ:

“ດ້ວຍຄວາມເສົ້າເສຍໃຈຢ່າງສຸດຊຶ້ງ ພວກເຮົາຂໍແຈ້ງຂ່າວວ່າ ລູກຊາຍທີ່ຫາກໍເກີດຂອງພວກເຮົາໄດ້ຈາກໄປແລ້ວ. ນີ້ເປັນຄວາມເຈັບປວດທີ່ສຸດ ທີ່ຜູ້ເປັນພໍ່ເປັນແມ່ຈະຮັບຮູ້ໄດ້ ຕອນນີ້ມີພຽງການເກີດຂອງລູກສາວທີ່ເຮັດໃຫ້ເຮົາຍັງເຂັ້ມແຂງ ມີກຳລັງທີ່ຈະໃຊ້ຊີວິດຕໍ່ໄປໃນເວລານີ້ ດ້ວຍຄວາມຫວັງ ແລະ ຄວາມສຸກ”

“ເຮົາຂໍຂອບໃຈທ່ານໝໍ ແລະ ພະຍາບານສຳລັບການດູແລ ແລະ ໃຫ້ການສະໜັບສະໜູນເປັນຢ່າງດີ ເຮົາທຸກຄົນເຈັບປວດກັບການສູນເສຍຄັ້ງນີ້ ແລະ ພວກເຮົາຂໍຮັກສາຄວາມເປັນສ່ວນຕົວໃນເວລາທີ່ຍາກລຳບາກນີ້. ລູກຊາຍນ້ອຍຂອງພໍ່ ລູກເປັນເທວະດາຂອງພໍ່ກັບແມ່ ພວກເຮົາຈະຮັກລູກຕະຫຼອດໄປ”.

ທາງ ແມນເຊສເຕີ້ ຢູໄນເຕັດ ສະໂມສອນຕົ້ນສັງກັດກໍໄດ້ໂພສຂໍ້ຄວາມ ສົ່ງເຖິງຄອບຄົວຂອງໂຣນັລໂດ້ ວ່າ: “ຄວາມເຈັບປວດຂອງເຈົ້າ ກໍເປັນຄວາມເຈັບປວດຂອງພວກເຮົາເຊັ່ນດຽວກັນ ຂໍສົ່ງຄວາມຮັກ ຄວາມເຂັ້ມແຂງໃຫ້ເຈົ້າ ແລະ ຄອບຄົວມາໃນໂອກາດນີ້ດ້ວຍ”.

ສ່ວນທາງ ລິເວີພູລ ສະໂມສອນຄູ່ແຂ່ງຕະຫຼອດການ ທີ່ມີຄິວລົງແຂ່ງຂັນກັນໃນມື້ນີ້ ກໍໄດ້ໂພສຂໍ້ຄວາມ ໃຫ້ກຳລັງໃຈ ໂຣນັລໂດ້ ແລະ ຄອບຄົວເຊັ່ນດຽວກັນ ມີໃຈຄວາມວ່າ: “ພວກເຮົາທຸກຄົນທີ່ ລິເວີພູລ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ເຈົ້າ, ຈໍຈີນ້າ ແລະ ຄອບຄົວ.

ໃນມື້ນີ້ ທີ 19 ເມສາ ແມນເຊສເຕີ້ ຢູໄນເຕັດ ຂອງ ໂຣນັລໂດ້ ມີຄິວບຸກໄປຢາມ ລິເວີພູລ ທີ່ ສະໜາມ ແອັນຟິວ ໃນເວລາ 2:00 ເຊົ້າ. ສ່ວນ ໂຣນັລໂດ້ ນັ້ນຈະມີລາຍຊື່ລົງແຂ່ງຂັນເກມດັ່ງກ່າວຫຼືບໍ່ ເປັນເລື່ອງທີ່ຍັງຕ້ອງຕິດຕາມກັນຕໍ່ໄປຫຼັງຈາກນີ້.

        ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/