ສຽວກວ່ານິມີອີກບໍ່! ຊາຍຊາວບຣາຊິລ ສ້າງສະຖິຕິຍ່າງໄຕ່ເຊືອກຂ້າມບອລລູນທີ່ລອຍຢູ່ດ້ວຍຄວາມສູງ 1,901 ແມັດ


Rafael Zugno Bridi ຊາຍຊາວບຣາຊິລທີ່ມັກການຜະຈົນໄພ ແລະ ຍ່າງໄຕ່ເຊືອກເປັນຊີວິດຈິດໃຈ. ລາວມັກຈະໂພສຮູບ ຫຼື ວີດີໂອຍ່າງໄຕ່ເຊືອກ ຕາມສະຖານທີ່ຕ່າງໆທົ່ວໂລກ ລົງຜ່ານບັນຊີ Instagram ສ່ວນຕົວຂອງລາວທີ່ຊື່ວ່າ: “rafabridi”


ຫຼ້າສຸດ Rafael ສາມາດສ້າງສະຖິຕິດ້ວຍການຍ່າງໄຕ່ເຊືອກຂ້າມບອລລູນ ທີ່ກຳລັງລອຍຢູ່ດ້ວຍຄວາມສູງ 1,901 ແມັດ ກັບເຊືອກທີ່ມີຄວາມກວ້າງພຽງ 2.54cm ເທົ່ານັ້ນ. ສະຖິຕິນີ້ເກີດຂຶ້ນຢູ່ທ້ອງຟ້າເໜືອຊາຍຫາດໃນ Santa Catarina ປະເທດບຣາຊິລ ເຊິ່ງຄວາມສູງທີ່ເປັນສະຖິຕິນີ້ ແມ່ນມີຄວາມສູງເປັນ 2 ເທົ່າຂອງຕຶກທີ່ສູງທີ່ສຸດໃນໂລກຢ່າງ Burj Khalifa ໃນ Dubai ໂດຍຕຶກນີ້ມີຄວາມສູງຢູ່ທີ່ 828 ແມັດ.



ເຊິ່ງຄວາມຍາກຂອງສະຖິຕິນີ້ກໍແມ່ນ ຄວາມສູງທີ່ຖືໄດ້ວ່າສູງຫຼາຍ ບວກກັບແຮງລົມ, ເຊືອກທີ່ຍານ ແລະ ບອລລູນທີ່ມີການເຄື່ອນໄຫວຈາກແຮງລົມຕະຫຼອດເວລາ. ຈົນສຸດທ້າຍລາວສາມາດຍ່າງຂ້າມບອລລູນໄດ້ສຳເລັດ ຈົນໄດ້ຮັບການບັນທຶກສະຖິຕິຈາກ Guinness World Records ວ່ານີ້ແມ່ນການຍ່າງໄຕ່ເຊືອກທີ່ມີຄວາມສູງທີ່ສຸດໃນໂລກ.

ຂອບໃຈຂໍ້ມູນຈາກ:
https://cutt.ly/CFjhBZK
– https://cutt.ly/EFjh22q
– https://cutt.ly/kFjjegf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/