ອີກໜຶ່ງກ້າວຂອງລົດໄຟຟ້າ! Mercedes-Benz Vision EQXX ລົດໄຟຟ້າທີ່ສາມາດແລ່ນໄດ້ 1000km ດ້ວຍການສາກພຽງຄັ້ງດຽວ


ປັດຈຸບັນໃນຍຸກທີ່ນໍ້າມັນເຊື້ອໄຟມີລາຄາທີ່ສູງຂຶ້ນເລື້ອຍໆ ແລະ ໂລກເຮົາກໍຫັນມາໃສ່ໃຈເລື່ອງສິ່ງແວດລ້ອມຫຼາຍຂຶ້ນ ດັ່ງນັ້ນລົດໄຟຟ້າຈຶ່ງກາຍເປັນອີກໜຶ່ງຕົວເລືອກທີ່ຫຼາຍຄົນໃຫ້ຄວາມສົນໃຈ ດ້ວຍການອອກແບບທີ່ລໍ້າສະໄໝ ແລະ ຍັງຊ່ວຍປະຢັດຄ່ານໍ້າມັນເຊື້ອໄຟອີກນຳ. ແຕ່ການຈະເລືອກລົດໄຟຟ້າຈັກຄັນໜຶ່ງນັ້ນຫຼາຍຄົນອາດຈະເບິ່ງເຖິງຄວາມສວຍງາມ ແລະ ໄລຍະທາງທີ່ສາມາດຂັບຂີ່ໄດ້ຕໍ່ການສາກເທື່ອໜຶ່ງ.

ປັດຈຸບັນ ບັນດາບໍລິສັດທີ່ພັດທະນາລົດໄຟຟ້າ ແມ່ນແຂ່ງຂັນກັນທີ່ຄຸນະພາບຂອງແບັດເຕີຣີ່ ແລະ ໄລຍະທາງທີ່ສາມາດຂັບຂີ່ໄດ້ຕໍ່ການສາກພຽງຄັ້ງດຽວ ເພື່ອລົດຄວາມກັງວົນຂອງຜູ້ຂັບຂີ່ເນື່ອງຈາກຕູ້ສາກໄຟສຳລັບລົດໄຟຟ້າໃນປັດຈຸບັນນັ້ນຍັງບໍ່ໄດ້ມີຫຼາຍເທົ່າທີ່ຄວນ ຄືກັບປໍ້ານໍ້າມັນທົ່ວໄປ.

ຖ້າເບິ່ງເຂົ້າໄປໃນຕະຫຼາດລົດໄຟຟ້າໃນຕອນນີ້ ລົດທີ່ສາມາດຂັບຂີ່ໄດ້ໄກທີ່ສຸດໃນການສາກເທື່ອດຽວກໍຄົງຈະແມ່ນ  Mercedes-Benz Vision EQXX ທີ່ເປີດຕົວໄປໃນໄລຍະຕົ້ນປີທີ່ຜ່ານມາ ເຊິ່ງສາມາດຂັບຂີ່ໃນການສາກຄັ້ງດຽວໄດ້ໄກເຖິງ 1000km ແລະ ໃຊ້ພະລັງງານໜ້ອຍກວ່າ 10kW ຕໍ່ 100km.

        ຢ່າງໃດກໍຕາມ ເຖິງຕອນນີ່້ Mercedes-Benz Vision EQXX ຈະເປັນພຽງລົດຕົ້ນແບບເທົ່ານັ້ນ ແຕ່ທາງ Mercedes ກໍໄດ້ທົດສອບລົດຄັນນີ້ໄປເປັນທີ່ຮຽບຮ້ອຍ ໂດຍນຳເອົາລົດຮຸ່ນນີ້ໄປລົງແລ່ນຢູ່ຫົນທາງແທ້ ເລີ່ມຈາກ ເມືອງ Sindelfingen ປະເທດເຢຍລະມັນ ແລ່ນຜ່ານ ສະວິດເຊີແລນ, ອີຕາລີ ແລະ ຈອດຢູ່ທີ່ເມືອງ Côte d’Azur ປະເທດ ຝຣັ່ງ ດ້ວຍຄວາມໄວສະເລ່ຍ 86km/h ລວມໄລຍະທາງຫຼາຍກວ່າ 1000km ຫຼື ປະມານ 621 Miles.

ໃຊ້ພະລັງງານໄປພຽງ 8.7 ກິໂລວັດ ຕໍ່ 100Km ແນ່ນອນວ່າລົດຄັນນີ້ກາຍເປັນລົດໄຟຟ້າທີ່ແລ່ນເທິງຖະໜົນໄດ້ໄກທີ່ສຸດໃນໂລກ ດ້ວຍການສາກພຽງຄັ້ງດຽວໄປໃນທັນທີ.

        ສາເຫດທີ່ Mercedes-Benz Vision EQXX ສາມາດຂັບຂີ່ໄດ້ໄລຍະທາງ 1,000km ກໍປະກອບດ້ວຍໝໍ້ໄຟຂະໜາດນ້ອຍກວ່າ Mercedes-Benz EQS ເຊິ່ງເປັນລົດໄຟຟ້າຮຸ່ນກ່ອນໜ້ານີ້ ເຖິງ 50%, ການໃຊ້ວັດສະດຸທີ່ມີນໍ້າໜັກເບົາ, ການອອກແບບທີ່ຊ່ວຍໃນເລື່ອງ ແອໂຣໄດນາມິກ ເຊິ່ງມີຄ່າສໍາປະສິດພຽງແຕ່ 0.17 (ທົດສອບໃນອຸໂມງລົມດ້ວຍຄວາມໄວ 140 ກິໂລແມັດຕໍ່ຊົ່ວໂມງ), ມີແຜງພະລັງງານແສງອາທິດຢູ່ເທິງຫຼັງຄາທີ່ສາມາດສາກໄຟໄດ້ ແລະ ຊ່ວຍໃຫ້ລົດເດີນທາງໄດ້ໄກເຖິງ 25km.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/