ຊາວອັບການິສຖານບໍ່ພໍໃຈ! ຫຼັງຈາກທີ່ປາກີສະຖານໄດ້ຍິງຈະຫຼວດໃສ່ເຮືອນປະຊາຊົນ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ


ເມື່ອບໍ່ດົນມານີ້ສຳນັກຂ່າວ Channel NewsAsia ໄດ້ລາຍງານວ່າ Najibullah Hassan Abdaal ຜູ້ອໍານວຍການຝ່າຍຂໍ້ມູນຂ່າວສານຂອງແຂວງ ກູນາຣ໌ (Kunar) ທີ່ຕັ້ງຢູ່ທາງຕາເວັນອອກຂອງ ອັບການິສຖານ ໄດ້ກ່າວອ້າງວ່າ ກອງທັບປາກີສະຖານຍິງຈະຫຼວດເຂົ້າໃສ່ເຂດ ເຊລຕັນ (Shelton) ໃນຕອນເຊົ້າຂອງວັນທີ 16 ເມສາ 2022 ທີ່ຜ່ານມາເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ເຊິ່ງເປັນເດັກນ້ອຍ 5 ຄົນ, ຜູ້ຍິງ 1 ຄົນ ແລະ ມີຜູ້ທີ່ບາດເຈັບທີ່ເປັນເພດຊາຍອີກໜຶ່ງຄົນ.

ພ້ອມນີ້ປະຊາຊົນທີ່ອາໄສຢູ່ໃນເຊດ Shelton ຍັງໄດ້ລະບຸວ່າການໂຈມຕີດັ່ງກ່າວເປັນສີມືຂອງເຮືອບິນຮົບຂອງປາກີສະຖານ ນອກນີ້ທາງດ້ານເຈົ້າໜ້າທີ່ອັບການິສຖານຍັງເປີດເຜີຍອີກວ່າ ໃນໄລຍະເວລາດຽວກັນນັ້ນ ເຮືອບິນເຮລິຄອບເຕີ້ຂອງປາກີສະຖານ ຍັງໄດ້ຖິ້ມລະເບີດໂຈມຕີບ້ານ 4 ແຫ່ງເຊິ່ງຕັ້ງຢູ່ແນວເສັ້ນດູຣັນ (Durand) ແຂວງ ໂຄສທ໌ (Khost) ໂດຍການໂຈມຕີດັ່ງກ່າວແມ່ນໄດ້ເນັ້ນໄປທີ່ບ້ານເຮືອນຂອງປະຊາຊົນພຽງຢ່າງດຽວ. ຈາກເຫດການຄັ້ງນີ້ມີຜູ້ເສຍຊີວິດ ແຕ່ທາງເຈົ້າໜ້າທີ່ແມ່ນບໍ່ເປີດເຜີຍຂໍ້ມູນແລະລາຍລະອຽດເພີ່ມຕື່ມ.

ທັງນີ້ຄວາມເຄັ່ງຕຶງບໍລິເວນຊາຍແດນອັບການິສຖານແມ່ນເພີ່ມຂຶ້ນຢ່າງຮຸນແຮງຕັ້ງແຕ່ກຸ່ມຕາລີບັນກັບມາຄອງອຳນາດເປັນລັດຖະບານຂອງອັບການິສຖານອີກຄັ້ງ ໂດຍປາກີສະຖານອ້າງວ່າ ກ່ອນໜ້ານີ້ກອງກໍາລັງຕິດອາວຸດຫຼາຍກຸ່ມໄດ້ກໍ່ເຫດໂຈມຕີພວກເຂົາຈາກແຜ່ນດິນອັບການິສຖານ ຂະນະທີ່ຕາລີບັນບໍ່ພໍໃຈທີ່ປາກີສະຖານດໍາເນີນການສ້າງຮົ້ວກັນເຂດແດນຕາມແນວເສັ້ນດູຣັນ ທີ່ມີຄວາມຍາວ 2,700 km ເຊິ່ງເປັນເສັ້ນແບ່ງເຂດທີ່ຂີດເອົາໄວ້ຕັ້ງແຕ່ຍຸກອານານິຄົມ.

ຫຼັງເກີດການໂຈມຕີ ຫຼ້າສຸດປະຊາຊົນໃນແຂວງໂຄສທ໌ຈຳນວນຫຼາຍຮ້ອຍຄົນກໍໄດ້ອອກມາຍ່າງຂະບວນເທິງຖະໜົນ ເພື່ອປະທ້ວງທາງປາກີສະຖານ ໃນຂະນະດຽວກັນທີ່ກະຊວງຕ່າງປະເທດອັບການິສຖານ ກໍໄດ້ເຊີນເອກອັກຄະລັດຖະທູດປາກີສະຖານປະຈຳນະຄອນຄາບູລ (Kabul) ເພື່ອສະແດງຄວາມບໍ່ພໍໃຈແລະຕໍາໜິຕໍ່ເຫດການທີ່ເກີດຂຶ້ນ ໂດຍໄດ້ລະບຸວ່າບໍ່ຄວນປ່ອຍໃຫ້ເຫດການແບບນີ້ເກີດຂຶ້ນ ເພື່ອບໍ່ໃຫ້ກຸ່ມຜູ້ບໍ່ຫວັງດີສວຍໂອກາດໃນຈັງຫວະທີ່ມີການໂຈມຕີແບບນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/