ຂັນຂອງພວກຂ້ອຍ! Sevilla ເອົາຊະນະການດວນຈຸດໂທດ Roma ຄວ້າແຊ້ມ Europa League ເປັນສະໄໝທີ 2 ຕິດຕໍ່ກັນ


ຈົບລົງແລ້ວກັບການແຂ່ງຂັນຊິງແຊ້ມ UEFA Europa League ລະດູການ 2022/2023 ແລະ ກໍເປັນທາງຝັ່ງຂອງ ເຊບີຍ່າ (Sevilla) ສະໂມສອນດັງຈາກ ສະເປນ ທີ່ເຮັດໄດ້ດີກວ່າ ໃນການດວນຈຸດໂທດ ເອົາຊະນະ ໂຣມາ (Roma) ທີມດັງຈາກ ອິຕາລີ ໄປ ໄດ້ 4 ປະຕູຕໍ່ 1 ຄວ້າແຊ້ມນີ້ໄປໄດ້ 2 ສະໄໝຕິດຕໍ່ກັນ ແລະ ເປັນແຊ້ມທີ 5 ໃນຮອບ 10 ປີ.

ນັບເປັນອີກໜຶ່ງຄັ້ງ ທີ່ສະແດງໃຫ້ເຫັນວ່າ ລາຍການນີ້ເປັນຂອງ ເຊບີຍ່າ ຢ່າງແທ້ຈິງ ເພາະເລີ່ມເກມມາ ເອີ້ນໄດ້ວ່າເປັນຝັ່ງຂອງ ໂຣມາ ພາຍໃຕ້ການຄຸມທີມຂອງ ຄູເຝິກຊື່ດັງຢ່າງ ໂຈເຊ ມູຣິນໂຍ ທີ່ເຮັດໄດ້ດີກວ່າຢ່າງຊັດເຈນ ແລະ ໄດ້ປະຕູຂຶ້ນນຳໄປກ່ອນຈາກ ເປົາໂລ ດີບາລາ ໃນນາທີ 34 ​ຂອງເກມ ຂຶ້ນນຳໄປກ່ອນ 1 ປະຕູຕໍ່ 0 ແລະ ໂຣມາເປັນຝ່າຍຄຸມເກມມາຕະຫຼອດ.

ແຕ່ສຸດທ້າຍ ໃນຕົ້ນເຄິ່ງເວລາທີ 2 ໂຣມາກໍມາຕົກມ້າຕາຍ ຜ່ອນເກມ ປ່ອຍໃຫ້ ເຊບີຍ່າ ໄດ້ກັບເຂົ້າສູ່ເກມ ຈົນເສຍທ່າ ເຮັດເຂົ້າປະຕູຕົນເອງ ຈາກ ຈິອານລູຄາ ມານຊິນີ ນັກເຕະຂອງຕົນເອງ ເຮັດໃຫ້ ເຊບີຍ່າ ຕີສະເໝີມາເປັນ 1 ປະຕູຕໍ່ 1. ຈົນເກມຕ້ອງຕໍ່ເວລາພິເສດອອກໄປ ຮອດການດວນຈຸດໂທດ ແລະ ກໍເປັນຝັ່ງຂອງ ເຊບີຍ່າ ທີ່ເຮັດໄດ້ດີກວ່າ ເອົາຊະນະ ໄປ 4 ປະຕູຕໍ່ 1 ຄວ້າແຊ້ມໄປຄອງໄດ້ໃນທີ່ສຸດ.

ສຳລັບເສັ້ນທາງການຄວ້າແຊ້ມປີນີ້ຂອງ ເຊບີຍ່າ ເອີ້ນໄດ້ວ່າ ຜ່ານທີມໃຫຍ່ໆ ມາໝົດແລ້ວ ເໝາະສົມກັບການຈະເປັນແຊ້ມ ໂດຍໃນຮອບ 8 ທີມສຸດທ້າຍ ເຊບີຍ່າ ກໍສາມາດເອົາຊະນະ ແມນເຊັສເຕີ້ ຢູໄນເຕັດ ມາໄດ້ 2 ນັດ ລວມປະຕູ 5-2. ໃນຮອບ 4 ທີມກໍສາມາດເອົາຊະນະ ຢູເວັນຕຸສ ທີມດັງຈາກ ອິຕາລີ ມາໄດ້ 2 ນັດລວມກັນ 3 ປະຕູໍ່ 2.

   ການປະລາໄຊຄັ້ງນີ້ຂອງ ໂຣມາ ພາຍໃຕ້ການຄຸມທີມຂອງ ມູຣິນໂຍ ຍັງສົ່ງຜົນໃຫ້ ຄູເຝິກຄົນນີ້ເສຍສະຖິຕິ ພາທີມເຂົ້າຊິງ 5 ນັດ ແລ້ວບໍ່ເຄີຍປະລາໄຊເລີຍ ມາປະລາໄຊໃນຄັ້ງນີ້ ເປັນຄັ້ງທຳອິດ.

ໂດຍໄຊະນະໃນນັດນີ້ຂອງ ເຊບີຍ່າ ສົ່ງຜົນໃຫ້ສະໂມສອນແຫ່ງນີ້ ຄວ້າແຊ້ມລາຍການນີ້ ມາແລ້ວທັງໝົດ 7 ສະໄໝ ເປັນສະໂມສອນທີ່ຄວ້າແຊ້ມລາຍການນີ້ຫຼາຍທີ່ສຸດໃນປະຫວັດສາດ ຖິ້ມຫ່າງອັນດັບ 2 ຢ່າງ ລິເວີພູລ, ຢູເວັນຕຸສ ແລະ ອິນເຕີ ມິລານ ທີ່ມີກັນຄົນລະ 3 ສະໄໝ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/