ກັງຫັນລົມສີຂາວດຳ ລົດການຕໍາໃບພັດ ແລະ ອັດຕາການຕາຍຂອງນົກ


ເປັນທີ່ຮູ້ຈັກກັນດີວ່າ ພະລັງງານລົມເປັນພະລັງງານສະອາດ ແລະ ພະລັງງານແບບໝຸນວຽນທີ່ຫຼາຍປະເທດເລືອກນຳໃຊ້ເຂົ້າໃນການຜະລິດໄຟຟ້າ. ໂດຍໃນສະຫະຣາຊະອານາຈັກເອງກໍມີຕົວເລກການຕິດຕັ້ງກັງຫັນລົມເກືອບເຖິງ 11.500 ເຄື່ອງ ສ່ວນໃຫຍ່ແມ່ນມີການຕິດຕັ້ງຢູ່ເທິງບົກ. ແຕ່ຜົນກະທົບຂອງກັງຫັນລົມແມ່ນມີຄວາມສ່ຽງສູງຕໍ່ການລົບກວນທິດທາງການບິນຂອງນົກ, ຈາກຕົວເລກການຕາຍຂອງນົກສະເພາະໃນສະຫະຣາຊະອານາຈັກ ທີ່ເກີດຈາກການບິນຕໍາໃບພັດແມ່ນຄາດວ່າມີຫຼາຍເຖິງ 10.000 – 100.000 ໂຕໃນແຕ່ລະປີ.

ສາເຫດສ່ວນໃຫຍ່ຂອງທີ່ເຮັດໃຫ້ນົກບິນຕໍາໃບພັດເລື້ອຍໆນັ້ນ ທ່ານສາສະດາຈານ Graham Martin ຜູ້ຊ່ຽວຊານດ້ານນົກ ສະເພາະດ້ານການປະສາດສຳຜັດຂອງນົກ ແລະ ທ່ານ Alex Banks ຜູ້ຊ່ຽວຊານດ້ານນົກ ໄດ້ມີການສຶກສາຄົ້ນຄວ້າດ້ານຂໍ້ມູນກ່ຽວກັບນົກ. ຈາກການສຶກສາເຫັນວ່າ ເພາະສ່ວນໃຫຍ່ໃນຂະນະທີ່ບິນ ນົກມັກຈະໃຊ້ສາຍຕາເພື່ອແນມຫາອາຫານຂອງພວກມັນ, ແທນທີ່ຈະສົນໃຈແນມໄປທາງໜ້າ ເຮັດໃຫ້ມັນບໍ່ຄ່ອຍສົນໃຈຕໍ່ສິ່ງທີ່ກີດຂວາງໃນທາງໜ້າ ແລະ ເກີດການບິນຕຳໃບພັດ.

ການທາສີໃບພັດນີ້ກໍເປັນວິທີໜຶ່ງໃນການເພີ່ມການເບິ່ງເຫັນໃບພັດໄດ້ງ່າຍຂຶ້ນ ແຕ່ກໍບໍ່ແມ່ນເລື່ອງທີ່ແປກໃໝ່ ເພາະໃນປີ 2020 ທີ່ປະເທດ ນໍແວ, ໄດ້ມີການທົດລອງທາສີດຳໃສ່ໃບພັດ 1 ໃບ, ຜົນລັບທີ່ໄດ້ແມ່ນເຮັດໃຫ້ອັດຕາການຕາຍຂອງນົກລົດລົງໄດ້ 70%.

ເພື່ອຫາວິທີທາງໃນການລົດອັດຕາການຕໍາໃບພັດຂອງນົກ, ສີກໍເປັນອີກໜຶ່ງຢ່າງທີ່ລົບກວນການເບິ່ງເຫັນ ແລະ ດຶງຄວາມສົນໃຈຂອງນົກໄດ້ດີ ເຊິ່ງ Graham Martin ແລະ Alex Banks ກໍໄດ້ສະເໜີວິທີການແຕ້ມສີຂາວດໍາໃສ່ໃບພັດກັງຫັນລົມ 3 ໃບສະຫຼັບສີກັນ, ອີກທັງເວລາທີ່ທ້ອງຟ້າເກີດການປ່ຽນສີ ລວດລາຍສີຂາວ ແລະ ສີີດຳ ຈະສາມາດດູດຊັບ ແລະ ສະທ້ອນແສງ, ເພື່ອເປັນການປະສົມປະສານສີທີ່ຕັດກັນໄດ້ດີທີ່ສຸດ. ເມື່ອເວລາໃບພັດເກີດການໝຸນ ມັນຈະເຮັດໃຫ້ນົກສົນໃຈຕໍ່ສິ່ງທີ່ຢູ່ທາງໜ້າ ແລະ ສາມາດທີ່ຈະລົດອັດຕາການບິນຕໍາໃບພັດລົງໄດ້.

ເຖິງຢ່າງໃດກໍຕາມ, ວິທີດັ່ງກ່າວໃນການທາສີໃບພັດທັງ 3 ໃບ ກໍຍັງບໍ່ທັນໄດ້ທົດລອງຕົວຈິງເທື່ອ ເປັນພຽງວິທີການໜຶ່ງ ທີ່ນັກວິທະຍາສາດເຊື່ອວ່າຈະສາມາດລົດຜ່ອນອັດຕາການຕາຍຂອງນົກໃຫ້ລົດລົງ.

ແຫຼ່ງທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/