ເຄີຍສົງໄສກັນບໍ່ວ່າຮອຍ 2 ຂີດເທິງໄມ້ຖູ່ ມີໄວ້ເພື່ອຫຍັງ?


ໄມ້ຖູ່ເປັນສ່ວນສຳຄັນໃນການຮັບປະທານອາຫານ ຂອງຊາວຈີນ, ຍີ່ປຸ່ນ, ເກົາຫຼີ ແລະ ຊາວອາຊີມາດົນ ໄມ້ຖູ່ມີອາຍຸຫຼາຍກວ່າ 3200 ປີ ຖືກຄົ້ນພົບທີ່ສຸສານໃນປະເທດຈີນ. ປັດຈຸບັນໄມ້ຖູ່ບໍ່ໄດ້ຖືກນຳໃຊ້ພາຍໃນຝັ່ງອາຊີເທົ່ານັ້ນ ໄມ້ຖູ່ໄດ້ກາຍເປັນອຸປະກອນສຳຄັນເທິງໂຕະອາຫານຂອງຄົນອີກຫຼາຍທົ່ວມຸມໂລກ.

ໄມ້ຖູ່ທີ່ໃຊ້ງານປັດຈຸບັນມີຫຼາຍລັກສະນະເຊັ່ນ: ໄມ້ຖູ່ຂອງປະເທດຈີນສ່ວນຫຼາຍເປັນທ່ອນຊື່ຍາວ ແລະ ໜາກວ່າປະເທດອື່ນ ເນື່ອງຈາກຄົນຈີນນິຍົມຮັບປະທານອາຫານແບບໂຕະໝຸນ ການໃຊ້ໄມ້ຖູ່ທີ່ກ້ານຍາວຈຶ່ງສະດວກໃນການຄີບອາຫານ, ປະເທດຍີ່ປຸ່ນໄມ້ຖູ່ມັກມີປາຍທີ່ນ້ອຍເຊິ່ງອອກແບບມາໃຫ້ຄີບກ້າງອອກຈາກປາໄດ້, ສ່ວນໄມ້ຖູ່ທີ່ປະເທດເກົາຫຼີມັກຈະເຮັດມາຈາກໂລຫະ.

ແຕ່ລະປະເທດກໍມີລັກສະນະໄມ້ຖູ່ທີ່ແຕກຕ່າງກັນໄປ ໄມ້ຖູ່ທີ່ໃຊ້ໃນປະເທດເຮົາເຊື່ອວ່າຫຼາຍຄົນທີ່ສັງເກດເຫັນຮອຍ 2 ຂີດເທິງໄມ້ຖູ່ ແລະ ຕັ້ງຂໍ້ສົງໄສວ່າຮອຍ 2 ຂີດທີ່ປາຍໄມ້ຖູ່ນີ້ມີໄວ້ເພື່ອຫຍັງ. ແທ້ຈິງແລ້ວຮອຍຂີດເທິງໄມ້ຖູ່ນັ້ນບໍ່ໄດ້ມີໄວ້ເພື່ອຄວາມສວຍງາມ ມັນມີປະໂຫຍດໄວ້ຊ່ວຍຜູ້ພິການທາງສາຍຕາໃຫ້ສາມາດຫາຕຳແໜ່ງບໍລິເວນທີ່ຄວນຈັບຂອງໄມ້ຖູ່.

ນອກນັ້ນ ຍັງສາມາດໃຊ້ດ້ານທີ່ມີຮອຍຂີດເພື່ອຮັບປະທານອາຫານທີ່ຄີບຍາກ ຮອຍຂີດຂອງໄມ້ຖູ່ຈະສາມາດກັນມື່ນໄດ້ຈຶ່ງຊ່ວຍໃຫ້ຄີບງ່າຍຂຶ້ນ ແລະ ອາຫານບໍ່ຫຼຸດນັ້ນເອງ.

ສຳລັບທີ່ປະເທດຍີ່ປຸ່ນ ຮອຍຂີດເທິງປາຍໄມ້ຖູ່ນັ້ນສາມາດຫັກແລ້ວນຳມາວາງຮອງໄມ້ຖູ່ທີ່ຄີບອາຫານເພື່ອບໍ່ໃຫ້ເປື້ອນໂຕະອາຫານອີກດ້ວຍ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/