ເປັນຫຍັງໝາກບານບ້ວງຈຶ່ງເປັນສີສົ້ມ


 ກິລາບານບ້ວງເປັນກິລາປະຈຳສະຫະລັດອາເມຣິກາ ເປັນກິລາໜຶ່ງທີ່ໄດ້ຮັບຄວາມນິຍົມ ມີເອກະລັກຄືການໂຍນໝາກບານໃຫ້ລົງບ້ວງ ເປັນກິລາທີ່ເຮັດໃຫ້ຜູ້ຄົນມ່ວນຊື່ນຫຼາຍກວ່າ 100 ປີ.

ທີ່ເມືອງ Spring Field ລັດ Massachusetts ເດືອນທັນວາປີ 1891 ກິລາບານບ້ວງເກີດຂຶ້ນຢ່າງກະທັນຫັນໂດຍຄວາມຄິດຂອງ Dr.james Naismith ອາຈານກິລາປະຈຳໂຮງຮຽນ Springfield Collage  ເນື່ອງສະພາບອາກາດທີ່ເຢັນ ເຮັດໃຫ້ຊັ້ນຮຽນບໍ່ສາມາດເຮັດກິດຈະກຳກາງແຈ້ງໄດ້ ທາງໂຮງຮຽນຕ້ອງການໃຫ້ມີການແຂ່ງຂັນກິລາໃນຮົ່ມລະຫວ່າງລະດູໜາວ, Naismith ຈຶ່ງໄດ້ຄິດຄົ້ນເກມໂດຍມີກະຕິກາງ່າຍໆຄືການໃຫ້ຜູ້ຫຼິ້ນໂຍນໝາກບານໃຫ້ລົງກະຕ່າເກັບໝາກໄມ້ທີ່ມັດໄວ້ຢູ່ປາຍເສົາຂອງ 2 ຝັ່ງສະໜາມໃຫ້ໄດ້ ຈຶ່ງເກີດເປັນກິລາບານບ້ວງທີ່ຜູ້ຄົນຫຼິ້ນເພື່ອຄວາມມ່ວນຊື່ນ. ໃນຕອນນັ້ນໜ່ວຍບານທີ່ໃຊ້ບໍ່ແມ່ນໝາກບານບ້ວງແຕ່ເປັນໝາກບານເຕະທີ່ໃຊ້ໃນກິລາເຕະບານ.

ຈົນຮອດປີ 1894 ບໍລິສັດ Spalding & Bros ຫຼື ແບຣນ Spalding ໄດ້ມີການຜະລິດໝາກບານທີ່ມີຂະໜາດ 32 ນິ້ວ ເຊິ່ງວັດສະດຸດ້ານນອກແມ່ນເຮັດຈາກໜັງສັດ ສ່ວນດ້ານໃນມີລູກຢາງເປັນແກນກາງຂອງໜ່ວຍບານ ແລະ ກໍໄດ້ມີການປ່ຽນແປງໃຫ້ໝາກບານມີຂະໜາດນ້ອຍລົງໃນປີ 1948 ໝາກບານມີຂະໜາດເຫຼືອ 30 ນິ້ວແຕ່ວັດສະດຸທີ່ໃຊ້ຍັງຄົງເປັນໜັງສັດ ເລີຍເຮັດໃຫ້ໝາກບານບ້ວງມີສີນ້ຳຕານເຂັ້ມ ແລະ ໜ້າຕາຄ້າຍຄືກັບໝາກບານເຕະຫຼາຍ.

ກິລາບານບ້ວງໄດ້ຮັບຄວາມນິຍົມມາເລື້ອຍໆເຖິງປີ 1950 ນັກກິລາ ແລະ ຜູ້ຊົມສ່ວນຫຼາຍໃຫ້ຄວາມເຫັນວ່າໝາກບານບ້ວງມີສີນ້ຳຕານເຂັ້ມກົມກືນກັບສີດິນຂອງພື້ນສະໜາມເກີນໄປເຮັດໃຫ້ເບິ່ງເຫັນໄດ້ຍາກ. ປີ1957 Tony Hinkle ຄູເຝິກກິລາບານບ້ວງປະຈຳມະຫາວິທະຍາໄລບິດເຕີ້ໄດ້ນຳໄອເດຍທີ່ຈະປ່ຽນສີໝາກບານບ້ວງໄປນຳສະເໜີກັບບໍລິສັດ Spalding ເພື່ອສ້າງໝາກບານທີ່ມີສີໃໝ່.

ແລ້ວເປັນຫຍັງຈຶ່ງຕ້ອງເປັນສີສົ້ມ?? ສາເຫດທີ່ເລືອກບານເປັນສີສົ້ມນັ້ນບໍ່ໄດ້ມີການເປີດເຜີຍທີ່ແນ່ຊັດ ແຕ່ທິດສະດີໃກ້ຄຽງທີ່ສຸດນັ້ນກໍຄືການປ່ຽນສີໜັງສັດຈາກສີນ້ຳຕານເຂັ້ມເປັນສີສົ້ມນັ້ນມີວິທີການຜະລິດງ່າຍກວ່າຖ້າເລືອກສີອື່ນ ແລະ ຍັງເຮັດໃຫ້ເບິ່ງເຫັນໄດ້ງ່າຍຕາມຈຸດປະສົງອີກດ້ວຍ.

ເຖິງແມ່ນວ່າປັດຈຸບັນໝາກບານບ້ວງມີຫຼາກຫຼາຍສີ ບໍ່ໄດ້ມີພຽງສີສົ້ມ ແຕ່ເມື່ອເວົ້າເຖິງກິລາບານບ້ວງຄວາມຄິດທຳອິດຂອງເຮົາກໍລ້ວນແຕ່ຄິດເຖິງໝາກບານສີສົ້ມ ແລະ ໄດ້ຮັບຄວາມນິຍົມກວ່າສີອື່ນ ເອີ້ນໄດ້ວ່າໝາກບານສີສົ້ມເປັນເອກະລັກຂອງກິລາບານບ້ວງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/