ສປປ ລາວ ຈະປົກປັກຮັກສາທີ່ດິນປ່າໄມ້-ປົກປັກຮັກສາ ສິ່ງແວດລ້ອມ 16,5 ລ້ານເຮັກຕາ


ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃນການຮັກສາທີ່ດິນປ່າໄມ້ປະມານ 16,5 ລ້ານເຮັກຕາ ແລະ ຈະຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% (ການສຳຫຼວດປີ 2019 ເນື້ອທີ່ປົກຫຸ້ມກວມ 62%) ຂອງເນື້ອທີ່ທົ່ວປະເທດ. ໃນນີ້, ປະກອບມີ: ປ່າສະຫງວນ 4,7 ລ້ານເຮັກຕາ, ປ່າປ້ອງກັນ 8,2 ລ້ານເຮັກຕາ, ປ່າຜະ ລິດ 3,1 ລ້ານເຮັກຕາ ແລະ ພື້ນທີ່ປ່າປູກ 5 ແສນເຮັກຕາ. ໃນຂະນະທີ່ ປີ 2023 ນີ້, ໃນທົ່ວປະເທດມີແຜນການຈະສ້າງຂະບວນການປູກຕົ້ນໄມ້ປະມານ 3.480 ເຮັກຕາ, ລວມເບ້ຍໄມ້ທັງໝົດ 3,4 ລ້ານເບ້ຍ ເຊິ່ງປະກອບມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ຍາງ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ, ໄມ້ຄູນ, ໄມ້ສາມສາ ແລະ ໄມ້ຊະນິດອື່ນໆ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ໃນໂອກາດຖະແຫຼງຕໍ່ສື່ມວນຊົນໃນວັນທີ 29 ພຶດສະພາ 2023 ວ່າ: ຂະແໜງກະສິກໍາ ແລະ ປ່າໄມ້ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ຮັບຜິດຊອບເປັນຜູ້ຄຸ້ມຄອງປົກປັກຮັກສາປ່າໄມ້ດັ່ງກ່າວ ກໍໄດ້ກຳນົດເປັນຍຸດທະສາດແຕ່ນີ້ຮອດປີ 2035 ແລະ ກໍານົດວິໄສທັດແຕ່ນີ້ຮອດປີ 2050 ວ່າ “ຊັບພະຍາກອນປ່າໄມ້ຄວາມອຸດົມສົມບູນ ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປົກປັກຮັກສາສິ່ງແວດລ້ອມ, ຊີວະນານາພັນ ແລະ ເປັນແຫຼ່ງທໍາມາຫາກິນຂອງປະຊາຊົນໂດຍບໍ່ບົກແຫ້ງ”. ເພື່ອບັນລຸຄາດໝາຍອັນທ້າທາຍນີ້, ພວກເຮົາຈະໄດ້ສູ້ຊົນ ບຸກທະລຸ ແລະ ເອົາໃຈໃສ່ ປົກປັກຮັກສາປ່າໄມ້ທີ່ຍັງມີຢູ່ໃນປັດຈຸບັນ ໃນພື້ນທີ່ 3 ປະເພດປ່າ ແລະ ປ່າໄມ້ ຢູ່ນອກ 3 ປະເພດປ່າ ໃຫ້ຄົງຕົວໄວ້ ໂດຍກໍານົດນະໂຍບາຍທີ່ຈະແຈ້ງ ໃນການແກ້ໄຂບັນຫາ ແລະ ສາເຫດ ຂອງການທໍາລາຍປ່າໄມ້ ທີ່ຕິດພັນກັບການພັດທະນາຂອງຂະແໜງການອື່ນ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນເຂດປ່າໄມ້ ດ້ວຍການວາງແຜນຄຸ້ມຄ້ອງປ່າໄມ້ຂັ້ນບ້ານຕິດພັນກັບການຈັດສັນທີ່ດິນ, ມອບສິດການນໍາໃຊ້ທີ່ດິນ ແລະ ປ່າໄມ້ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ແບບຍືນນານ. ຄຽງຄູ່ກັນນັ້ນ, ກໍໄດ້ມີການຊຸກຍູ້ສົ່ງເສີມການຜະລິດ ແລະ ສ້າງເສດຖະກິດຄອບຄົວເປັນສິນຄ້າຮູບແບບຕ່າງໆ ທີ່ເໝາະສົມຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ພ້ອມທັງ ໄດ້ລິເລີ່ມສ້າງລະບົບຄໍ້າປະກັນໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ ເຊິ່ງເປັນການສ້າງເງື່ອນໄຂໃຫ້ຂົງເຂດອຸດສາຫະກໍາປຸງແຕ່ງ ສາມາດເຂົ້າເຖິງຕະຫຼາດໃນພາກພື້ນ ແລະ ສາກົນໂດຍສະເພາະການເຈລະຈາຊື້-ຂາຍໄມ້ກັບຄູ່ຄ້າໃນສະຫະພັນຢູໂຣບ.

ໃນປີ 2023 ນີ້, ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ-ຄະນະນຳ ຂອງອົງການປົກຄອງ ຂັ້ນສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ກຳນົດແຜນການເກັບແກ່ນພັນໃຫ້ໄດ້ 20 ພັນກິໂລກຣາມ, ກ້າເບ້ຍ 34 ລ້ານກວ່າເບ້ຍ ແລະ ປູກໄມ້ 42 ພັນເຮັກຕາ. ໃນນີ້, ປູກໄມ້ເພື່ອປົກປັກຮັກສາສິ່ງແວດລ້ອມຢູ່ໃນຂອບເຂດປ່າປ້ອງກັນ ແລະ ປ່າສະຫງວນປະມານ 8.535 ເຮັກຕາ, ປູກປ່າທົດແທນໃນເຂດໂຄງການພື້ນຖານໂຄງລ່າງ ແລະ ປູກໄມ້ອຸດສາຫະກໍາເປັນສິນຄ້າປະມານ 29.565 ເຮັກຕາ, ປູກໃນທີ່ດິນຂອງບຸກຄົນ ແລະ ນິຕິບຸກຄົນປະມານ 3.900 ເຮັກຕາ.

ສະເພາະ ວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້, ໃນທົ່ວປະເທດມີແຜນການຈະຈັດພິທີສ້າງຂະບວນການປູກຕົ້ນໄມ້ປະມານ 3 ພັນກວ່າເຮັກຕາ. ພ້ອມນີ້, ແຕ່ລະແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ມີແຜນການຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ. ສຳລັບຢູ່ນະຄອນຫຼວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຮ່ວມກັນຈັດພິທີສ້າງຂະບວນການປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມໂລກວັນທີ 5 ມິຖຸນາ ຢ່າງເປັນທາງການຂຶ້ນຢູ່ພື້ນທີ່ດິນ ກະຊວງກະສິກຳ ແລະ ປ່າໄມ້ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເນື້ອທີ່ຈຳນວນ 4 ເຮັກຕາ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ຮຽກຮ້ອງມາຍັງປວງຊົນທັງຊາດຈົ່ງເຊີດຊູສະຕິຮັກຊາດ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດໃຫ້ນັບມື້ມີຄວາມອຸດົມສົມບູນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການວັດຖຸດິບດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ແບບຍືນນານໂດຍບໍ່ມີວັນບົກແຫ້ງ.

ຂໍ້ມູນຈາກ: https://cutt.ly/twqLVpUe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/