ຄັ້ງທໍາອິດໃນລາວ! ການຊໍາລະຄ່າປີ້ລົດໄຟຜ່ານແອັບ BCEL One ສະດວກສະບາຍ ຊື້ໄດ້ງ່າຍຈ່າຍໄດ້ໄວ ບໍ່ຕ້ອງໄປຕໍ່ຄິວ


ວັນທີ 31 ພຶດສະພາ 2023 ທີ່ໂຮງແຮມແລນມາກ, ໄດ້ມີພິທີເຊັນສັນຍາ ການຊໍາລະຄ່າປີ້ລົດໄຟຜ່ານ BCEL One ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ, ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍແຂກເຂົ້າຮ່ວມທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທຄຕລ , ທ່ານ LIU HONG ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ, ບັນດາທ່ານຄະນະກົມຈາກຫ້ອງວ່າການສຳນັກງານນາຍົກ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທະນາຄານແຫ່ງ ສປປ ລາວ. ພ້ອມດ້ວຍຄະນະນຳ ແລະ ພະນັກງານຈາກສອງຝ່າຍກໍຄື ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຮ່ວມມືເພື່ອອຳນວຍຄວາມສະດວກໃຫ້ກັບລູກຄ້າຂອງທັງສອງຝ່າຍໃນການຊໍາລະຄ່າປີ້ລົດໄຟຜ່ານ BCEL One ໃຫ້ທັນສະໄໝ ວ່ອງໄວ ແລະ ປະຢັດເວລາ ໂດຍຈະເປັນການເຊື່ອມຕໍ່ລະບົບໃນການຊໍາລະສະສາງລະຫວ່າງແອັບ LCR Ticket ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ແລະ ແອັບ BCEL One ຂອງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ. ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຕ້ອງການຊໍາລະຄ່າປີ້ລົດໄຟໄດ້ທາງອອນລາຍໄດ້ງ່າຍຍິ່ງຂຶ້ນ ແລະ ລົດຜ່ອນຄວາມແອອັດໃນການລໍຖ້າຊື້ປີ້ລົດໄຟທີ່ເຄົາເຕີ້ບໍລິການ. ນອກຈາກ ຈະເປັນການອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ກໍຍັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ແລະ ການເດີນທາງ ເພື່ອສົ່ງເສີມເສດຖະກິດຂອງຊາດ ໃຫ້ນັບມື້ນັບດີຂື້ນເທື່ອລະກ້າວ, ຄຽງຄູ່ກັບການການພັດທະນາຍຸກ 4.0 ເພື່ອໃຫ້ແທດເໝາະກັບທິດທາງແຜນການຂອງລັດຖະບານວາງອອກ ນັ້ນກໍຄື ການຫັນປ່ຽນສູ່ຍຸກດິຈິຕອລ.

ປັດຈຸບັນ ການຈອງຊື້ ແລະ ຊໍາລະຄ່າປີ້ລົດໄຟໄດ້ເພີ່ມຊ່ອງທາງໃຫ້ຫຼາຍຂຶ້ນ ໂດຍລູກຄ້າຜູ້ທີ່ປະສົງຈະເດີນທາງດ້ວຍລົດໄຟແມ່ນສາມາດຈອງຊື້ປີ້ລົດໄຟຜ່ານແອັບ LCR Ticket ແລະ ພາຍຫຼັງທີ່ຈອງຊື້ສຳເລັດຮອດຂັ້ນຕອນການຊໍາລະແມ່ນລະບົບຈະເຊື່ອມຕໍ່ຫາແອັບ BCEL One ພຽງແຕ່ກົດຢືນຢັນ ລະບົບກໍຈະຕັດເງິນຈາກບັນຊີຂອງລູກຄ້າເພື່ອຊໍາລະຄ່າປີ້ລົດໄຟໄດ້ທັນທີ ແລະ ລະບົບກໍຈະຢັ້ງຢືນບິນອອນລາຍໃຫ້, ສຳລັບຜູ້ໂດຍສານທີ່ຈະເດີນທາງສາມາດນໍາໃຊ້ບິນອອນລາຍຈາກລະບົບ ພ້ອມກັບເອກະສານຢັ້ງຢືນຕົວຕົນກໍສາມາດຂຶ້ນລົດໄຟໄດ້ໂດຍບໍ່ຈຳເປັນຕ້ອງພິມບິນຢັ້ງຢືນ, ສຳລັບຜູ້ໂດຍສານທີ່ປະສົງຢາກພິມບິນຢັ້ງຢືນກໍສາມາດນໍາເອົາບິນຈາກລະບົບໄປຢັ້ງຢືນເອົາບິນສະບັບແທ້ທີ່ໜ້າເຄົາເຕີ້ຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້.

ການຮ່ວມມືຄັ້ງນີ້ ຖືເປັນການຮ່ວມມືທີ່ດີ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ເພື່ອເຮັດໃຫ້ການບໍລິການ ການຊໍາລະຄ່າປີ້ລົດໄຟໃຫ້ກັບລູກຄ້າຂອງທັງສອງຝ່າຍໃຫ້ສະດວກສະບາຍຍິ່ງຂຶ້ນ. ນອກນັ້ນ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄ້ວາ ແລະ ພັດທະນາການບໍລິການ ຮ່ວມກັນ ເພື່ອເຮັດວຽກງານດ້ານການຊໍາລະສະສາງມີຄວາມທັນສະໄໜ ຕອບສະໜອງຕາມຄວາມຮຽກຮ້ອງໃຫ້ແກ່ພໍ່ແມ່ປະຊາຊົນໃນທົ່ວປະເທດ.

ຂໍ້ມູນຈາກ: https://cutt.ly/Wwq7zq1Z

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/