ກຽມຮັບມືກັບ “ສຸດຍອດຍຸງ” ຍຸງທີ່ວິວັດທະນາການໃຫ້ມີຄວາມທົນທານສຸດຍອດ ໃຊ້ຢາສີດຍຸງກໍບໍ່ຕາຍ

ກຽມຮັບມືກັບ

ຍຸງເອີ້ນໄດ້ວ່າເປັນສັດໂຕນ້ອຍທີ່ສາມາດສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຄົນທົ່ວໂລກໄດ້ ເພາະມັນເປັນພາຫະນຳໂຣກຮ້າຍມາສູ່ຄົນບໍ່ວ່າຈະເປັນ ໄຂ້ເຫຼືອງ, ໄຂ້ເລືອດອອກ, ມາລາເຣຍ ລວມຮອດໄວຣັສຊິກາ ອີກພ້ອມ ແລະ ແຕ່ລະປີມີຄົນທົ່ວໂລກເສຍຊີວິດຈາກໄຂ້ຍຸງລາຍສະເລ່ຍຫຼາຍໝື່ນຄົນ. ປັດຈຸບັນນີ້ ຍຸງກໍໄດ້ສ້າງຄວາມກັງວົນເພີ່ມຂຶ້ນໃຫ້ແກ່ນັກວິໄຈທົ່ວໂລກ ເພາະໄດ້ມີຜົນງານວິໄຈຈາກນັກວິທະຍາສາດຊາວຍີ່ປຸ່ນທີ່ພົບວ່າ ຍຸງສ່ວນໃຫຍ່ກໍາລັງມີວິວັດທະນາການ ເຊິ່ງເຮັດໃຫ້ມັນມີຄວາມທົນທານສູງ ແລະ ບໍ່ສາມາດຕາຍດ້ວຍການສີດຢາຂ້າແມງໄມ້ ຫຼື ຢາສີດກຳຈັດຍຸງຄືກັບເມື່ອກ່ອນ.

ກຽມຮັບມືກັບ

ຊິນຈິ ຄາໄຊ (Shinji Kasai) ນັກວິໄຈຈາກສະຖາບັນໂຣກຕິດເຊື້ອແຫ່ງຊາດຍີ່ປຸ່ນ (NIID’s Department of Medical Entomology) ໄດ້ສຶກສາຕົວຢ່າງຍຸງໃນຫຼາຍປະເທດ ໂດຍສະເພາະໃນປະເທດເພື່ອນບ້ານຢ່າງ ຫວຽດນາມ ແລະ ກຳປູເຈຍທີ່ພົບການລະບາດຂອງໄຂ້ເລືອດອອກ ແລະ ຍັງພົບອີກວ່າຍຸງສ່ວນໃຫຍ່ຈາກສອງປະເທດນີ້ ເປັນຍຸງທີ່ມີການກາຍພັນເປັນ “Super Mosquitoes” ຫຼື “ສຸດຍອດຍຸງ” ທີ່ທົນທານຕໍ່ຢາຂ້າແມງໄມ້, ຢາສີດຍຸງ ໂດຍສະເພາະຢາປະເພດ “Pyrethroid” ເຊິ່ງແມ່ນຢາສີດຍຸງຕອນຍາມຝົນທີ່ຫຼາຍໆຄົນນິຍົມສີດຕາມເຮືອນນັ້ນເອງ.

ໂດຍໃນລາຍງານວິໄຈລະບຸວ່າ ຢາຂ້າແມງໄມ້ໃນການສຶກສານັ້ນ ສາມາດຂ້າຍຸງໄດ້ພຽງ 10% ຫຼືບາງຄັ້ງກໍບໍ່ສາມາດຂ້າມັນໃຫ້ຕາຍໄດ້ເລີຍຈັກໂຕ ເຊິ່ງເລື່ອງນີ້ເປັນເລື່ອງທີ່ໜ້າກັງວົນ ແລະ ໜ້າຕົກໃຈຫຼາຍ ພ້ອມນັ້ນຍັງພົບວ່າ 78% ຂອງຍຸງລາຍຕາມເຮືອນມີການກາຍພັນທີ່ເອີ້ນວ່າ L982w ເຮັດໃຫ້ພວກມັນສາມາດຕ້ານທານຢາຂ້າຍຸງໄດ້ຫຼາຍຂຶ້ນ.

ກຽມຮັບມືກັບ

ເຖິງແມ່ນວ່າການສຶກສາຄັ້ງນີ້ຈະພົບພາຍໃນປະເທດກຳປູເຈຍ ແລະ ຫວຽດນາມ ແຕ່ມັນກໍມີຄວາມເປັນໄປໄດ້ທີ່ຈະຄ່ອຍໆ ແຜ່ໄປຍັງປະເທດອື່ນໆໃນພາກພື້ນເອເຊຍ ເຊິ່ງລວມໄປຮອດປະເທດໃກ້ຄຽງເຊັ່ນ: ໄທ, ລາວ, ຈີນ ດັ່ງນັ້ນຈຶ່ງຄວນມີການເຝົ້າລະວັງ ແລະ ກວດສອບຢູ່ສະເໝີວ່າຍຸງໃນປະເທດມີຄວາມທົນຢາເປັນພິເສດຫຼືບໍ່ ເພາະເລື່ອງນີ້ຖືເປັນໄພຄຸກຄາມຕໍ່ລະບົບສາທາລະນະສຸກທີ່ຈະຕ້ອງຮັບມືກັບໂຣກຕິດເຊື້ອໃຫ້ຫຼາຍຂຶ້ນ.

ກຽມຮັບມືກັບ

ຊິນຈິ ຄາໄຊ ຍັງລະບຸວ່າ ສິ່ງສຳຄັນຄືຕ້ອງຄຳນຶງວ່າຢາຂ້າແມງໄມ້ທີ່ໃຊ້ຕາມປົກກະຕິອາດບໍ່ໄດ້ຜົນກັບຍຸງອີກຕໍ່ໄປແລ້ວ ແລະຫຼັງຈາກນີ້ເຈົ້າໜ້າທີ່ສາທາລະນະສຸກຈຶ່ງຄວນເລືອກຢາຂ້າແມງໄມ້ທີ່ເໝາະສົມ ແລະ ມີປະສິດທິພາບຫຼາຍກວ່າໃນການຄວບຄຸມຍຸງ ຕົວຢ່າງເຊັ່ນ ການປັບປ່ຽນສານເຄມີໃນຢາຂ້າແມງໄມ້ ເພື່ອລົດການກາຍພັນ ຫຼືດື້ຢາຂອງຍຸງ.

ກຽມຮັບມືກັບ

ການຄົ້ນພົບນີ້ ຖືເປັນເລື່ອງໃຫຍ່ທີ່ໜ້າກັງວົນຕໍ່ລະບົບສາທາລະນະສຸກ ແລະ ການກຳຈັດຍຸງ ເພາະໃນຮອບ 50 ປີທີ່ຜ່ານມາຜູ້ປ່ວຍຈາກໂຣກໄຂ້ເລືອດອອກເພີ່ມຂຶ້ນຫຼາຍເຖິງ 30 ເທົ່າ. ໂດຍສູນຄວບຄຸມ ແລະ ປ້ອງກັນໂຣກຂອງສະຫະລັດອາເມຣິກາໄດ້ປະເມີນການວ່າ ມີຄົນທົ່ວໂລກເປັນໄຂ້ເລືອດອອກຫຼາຍເຖິງ 400 ລ້ານຄົນຕໍ່ປີ ແລະ ໃນຈຳນວນນີ້ມີຜູ້ເສຍຊີວິດປະມານ 21.000 ຄົນ ເພາະເນື່ອງຈາກບໍ່ສາມາດເຂົ້າເຖິງວັກຊີນ ຫຼື ການປິ່ນປົວໄດ້. ດັ່ງນັ້ນການສີດຢາພົ່ນຂ້າຍຸງຈຶ່ງເປັນວິທີດຽວທີ່ຈະຊ່ວຍຄວບຄຸມການລະບາດຂອງໂຣກໄດ້ດີທີ່ສຸດ. ແຕ່ຖ້າຫາກວິທີນີ້ບໍ່ໄດ້ຜົນ ກໍຈະເປັນວຽກໜັກຂອງໜ່ວຍງານແພດໝໍ ທີ່ຕ້ອງຮັບມືກັບຜູ້ປ່ວຍທີ່ຈະເພີ່ມຫຼາຍຂຶ້ນ ລວມເຖິງໜ່ວຍງານທີ່ກ່ຽວຂ້ອງຕ້ອງໄດ້ຊອກຫາວິທີທີ່ມີປະສິດທິພາບຫຼາຍຂຶ້ນ.ເພື່ອຕໍ່ສູ້ກັບຍຸງ ໃນສ່ວນຂອງປະຊາຊົນກໍຕ້ອງຫາວິທີປ້ອງກັນຕົວເອງຈາກຍຸງເຫຼົ່ານີ້ເພື່ອເອົາໃຫ້ມີຊີວິດໃຫ້ປອດໄພຈາກບັນດາຍຸງຮ້າຍພວກນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/