ນິວຢອກ ອະນຸມັດໃຫ້ນຳສົບຄົນເສຍຊີວິດມາເຮັດເປັນປຸ໋ຍໄດ້ ເພື່ອຫວັງລົດມົນລະພິດທາງສິ່ງແວດລ້ອມ

ນິວຢອກ

ບາງເທື່ອເມື່ອເຮົາຈາກໂລກໄປແລ້ວ ຮ່າງກາຍຂອງເຮົາອາດເປັນປະໂຫຍດກວ່າທີ່ຄິດ ເພາະມັນສາມາດນຳໄປເຮັດປຸ໋ຍທີ່ເປັນມິດຕໍ່ສິ່ງແວດລ້ອມໄດ້ ຄືກັນກັບຂໍ້ອະນຸຍາດໃໝ່ຈາກລັດນິວຢອກ ສະຫະລັດອາເມຣິກາ ທີ່ອະນຸຍາດໃຫ້ສາມາດນຳສົບຜູ້ເສຍຊີວິດມາປ່ຽນເປັນປຸ໋ຍໄດ້ ຫຼືທີ່ຮູ້ຈັກກັນວ່າ Natural Organic Reduction.

ນິວຢອກ

ສຳລັບຂັ້ນຕອນການປ່ຽນສົບໃຫ້ເປັນປຸ໋ຍ ຫຼື ດິນນັ້ນ ແມ່ນເລີ່ມດ້ວຍການບັນຈຸຮ່າງໃນກ່ອງ ພ້ອມກັບຖົມດ້ວຍເສດໄມ້ອັນນ້ອຍໆ ຫຍ້າຖົ່ວອັລຟັລຟາ (alfalfa) ແລະ ເຟືອງ ທັງນີ້ຈະຕ້ອງມີການຖົມທີ່ເໝາະສົມເພື່ອໃຫ້ອັອກຊີເຈນຜ່ານໄດ້ສະດວກ ເຊິ່ງຈະຊ່ວຍຈຸລິນຊີຍ່ອຍສະຫຼາຍຮ່າງກາຍໄດ້ເປັນຢ່າງດີ ເຊິ່ງທຸກຂັ້ນຕອນຕ້ອງເຮັດຢ່າງພິຖີພິຖັນ.

ນິວຢອກ

ທັງນີ້ກ່ອງທີ່ບັນຈຸຮ່າງຍັງສມາດນຳກັບມາໃຊ້ໃໝ່ໄດ້ອີກຫຼາຍຄັ້ງ ເຊິ່ງກ່ອນທີ່ຍາດພີ່ນ້ອງຈະຮັບດິນປຸ໋ຍທີ່ເປັນສົບຂອງຄົນໃນຄອບຄົວດັ່ງກ່າວໄປປູກດອກໄມ້ ຫຼື ພືດພັນຕ່າງໆໄດ້ນັ້ນ ແມ່ນຕ້ອງຜ່ານຂະບວນການໃຫ້ຄວາມຮ້ອນເພື່ອຂ້າເຊື້ອໂຣກອີກພ້ອມ.

ນິວຢອກ

ດ້ວຍຂະບວນການທີ່ຕ້ອງໃຊ້ຄວາມຊຳນານ ແລະ ພິຖີພິຖັນແບບນີ້ ຈຶ່ງໄດ້ເກີດມີທຸລະກິດທີ່ມີບໍລິການແບບເຕັມຮູບແບບ ໂດຍ Recompose ກໍເປັນໜຶ່ງໃນບໍລິສັດໃນຕະຫຼາດນີ້ ເຊິ່ງພວກເຂົາໄດ້ອອກມາເປີດເຜີຍວ່າ ການທີ່ນຳຮ່າງກາຍຄົນທີ່ເສຍຊີວິດມາປ່ຽນເປັນປຸ໋ຍ ແມ່ນສາມາດລົດການປ່ອຍແກ໊ສຄາບອນສູ່ຊັ້ນບັນຍາກາດຫຼາຍເຖິງ 1 ໂຕນ ເມື່ອທຽບກັບການເຜົາແບບເກົ່າ ໂດຍຄ່າບໍລິການນີ້ແມ່ນຕົກຢູ່ 7.000 ໂດລາ ຫຼືປະມານ 126.000.000 ກີບ.

ນິວຢອກ

ໃນສ່ວນຂອງການເລືອກວິທີຝັງສົບໃນສະຫະລັດອາເມຣິກາ ຕ້ອງໃຊ້ເງິນສະເລ່ຍຢູ່ທີ່ 7.848 ໂດລາ ປະມານ 141.000.000 ກີບ ແລະ ຫາກເປັນການເຜົາຈະຢູ່ທີ່ 6.971 ໂດລາ ປະມານ 125.000.000 ກີບ.

ທັງນີ້ບັນດາຜູ້ສະໜັບສະໜູນເບິ່ງວ່າ ວິທີນີ້ບໍ່ພຽງແຕ່ເປັນທາງເລືອກທີ່ດີສຳລັບຄົນຮັກສິ່ງແວດລ້ອມ ແຕ່ຍັງເປັນວິທີທີ່ໃຊ້ງານໄດ້ແທ້ ແລະ ຊ່ວຍແກ້ບັນຫາໃນເມືອງທີ່ມີພື້ນທີ່ຈຳກັດ. ຢ່າງໃດກໍຕາມ ຜູ້ຄົນບາງສ່ວນໃນສັງຄົມຍັງມີຄຳຖາມໃນດ້ານຈະລິຍະທຳຢູ່ ຢ່າງບາດຫຼວງຄາທໍລິກໃນລັດນິວຢອກທີ່ອອກມາສະແດງຄວາມເຫັນວ່າ ບໍ່ຄວນປະຕິບັດກັບຮ່າງກາຍມະນຸດຄືກັນກັບຂີ້ເຫຍື້ອໃນຄົວເຮືອນ.

ນິວຢອກ

ສຳລັບຂໍ້ກົດໝາຍໃໝ່ໃນລັດນິວຢອກນີ້ ບໍ່ໄດ້ແມ່ນເລື່ອງໃໝ່ແຕ່ຢ່າງໃດ ເພາະໃນປີ 2019 ລັດວໍຊິງຕັນແມ່ນເປັນລັດທຳອິດທີ່ເປີດທາງກົດໝາຍສະບັບນີ້. ກ່ອນທີ່ຕໍ່ມາລັດໂຄໂລຣາໂດ, ລັດໂອເຣກອນ, ລັດເອີມອນ ແລະ ແຄລິຟໍເນຍ ຈະມີການບັງຄັບໃຊ້ໃນເວລາຕໍ່ມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/