ກອງ​ປະຊຸມ​ມອບ​ໃຫ້​ລັດຖະບານ ​ສືບຕໍ່​ປັບປຸງ, ແກ້ໄຂບັນຫາປາກົດການຫຍໍ້ທໍ້ ໃຫ້ໄດ້ຮັບການ​ແກ້ໄຂ​ຢ່າງ​ຈິງ​ຈັງ

ກອງ​ປະຊຸມ​

ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 04 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໄດ້​ດຳເນີນ​ມາ​ແຕ່​ວັນ​ທີ 05 ຫາ ວັນ​ທີ 30 ທັນວາ 2022 ເຊິ່ງ​ລວມ​ເປັນ​ເວລາ 20 ວັນ ໃນ​ທ່າມກາງ​ບັນຍາກາດ ທີ່​ທົ່ວ​ພັກ-ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ກຳລັງ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເຂົ້າ​ໃນ​ແຕ່​ລະ​ຂົງເຂດ​ວຽກ​ງານ​ໃຫ້​ບັນລຸ​ຜົນສຳເລັດ.

ກອງ​ປະຊຸມ ໄດ້​ຕີລາຄາ ເຖິງ​ວ່າ​ປະເທດ​ເຮົາ​ຖືກ​ຜົນ​ກະທົບ​ຈາກ ສະພາບ​ການ​ຂອງ​ພາກ​ພື້ນ, ສາກົນ ແລະ ສະພາບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ-ສັງຄົມ​ຢູ່​ພາຍ​ໃນປະເທດເຮົາ​ທີ່​ສະສົມ​ມາ​ຫຼາຍປີ ແຕ່ດ້ວຍຄວາມ​ພະຍາຍາມ​ສູງ​ຂອງລັດຖະບານ ໃນ​ການຈັດຕັ້ງຜັນ​ຂະຫຍາຍ​ແນວທາງ​ນະໂຍບາຍຂອງພັກ, ຄວາມ​ເປັນ​ເອກະພາບຮ່ວມ ​ກັບສະພາ​ແຫ່ງຊາດ ຕໍ່​ວຽກ​ງານ​ສຳຄັນ​ຕ່າງໆ ແລະ ຄວາມ​ບຸກ​ບືນ​ຂອງ​ບັນດາ​ອົງ​ການຈັດຕັ້ງ​ລັດ, ອົງ​ການຈັດຕັ້ງ​ສັງຄົມ ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ ເຮັດ​ໃຫ້ການ​ຈັດ​​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ພວກ​ເຮົາ​ມີ​ຫຼາຍ​ດ້ານ​ໄດ້​ຮັບ​ຜົນສຳເລັດ, ມີ​ບາງ​ດ້ານ​ໄດ້​ເກີນ​ຄາດໝາຍ, ຄາດ​ຄະເນ​ອັດຕາ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ໝົດ​ປີ 2022 ສາມາດ​ບັນລຸໄດ້ 4,4%, ການ​ເກັບ​ລາຍ​ຮັບ​ງົບປະມານ​ໄດ້​ມີ​ຄວາມ​ເຂັ້ມ​ງວດ, ການ​ຄຸ້ມ​ຄອງ​ລາຍ​ຈ່າຍ​ໄປ​ຕາມ​ນະໂຍບາຍ​ປະຢັດ ແລະ ອື່ນໆ ເຮັດ​ໃຫ້​ສາມາດ​ຮັກສາ​ໄດ້​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ ແລະ ສາມາດ​ປະ​ຄັບປະຄອງ​ເສດຖະກິດ​ບໍ່​ໃຫ້​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ທີ່​ໜັກໜ່ວງ.

ກອງ​ປະຊຸມ​ມອບ​ໃຫ້​ລັດຖະບານ ນຳ​ເອົາ​ຄວາມ​ຄິດ​ເຫັນ​ຂອງ​ກອງ​ປະຊຸມ​ໄປ​ພິຈາລະນາ ເພື່ອ​ສືບຕໍ່​ປັບປຸງ, ແກ້​ໄຂ​ບັນດາ​ບັນຫາ​ທີ່​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ໃຫ້​ກັບ​ສູ່​ສະພາບປົກ ກະຕິ​ໂດຍ​ໄວ, ກອງ​ປະຊຸມ​ໄດ້ຮັບ​ຟັງ​ການ​ລາຍ​ງານ​ຂອງລັດຖະ ບານ ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ວາລະ​ແຫ່ງ​ຊາດ ວ່າດ້ວຍ ​ການ​ແກ້ໄຂ​ຄວາມຫຍຸ້ງຍາກດ້ານ​ເສດຖະກິດ-ການ​ເງິນ ແລະ ວາລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ເຊິ່ງ​ເຫັນ​ວ່າອົງຄະ​ນະ​ພັກ​ແຕ່​ລະ​ຂັ້ນໄດ້​ເອົາໃຈໃສ່​ນຳພາ​ບັນດາອົງການ ຈັດຕັ້ງ​ລັດ​ແຕ່​ລະ​ຂັ້ນ ກໍ​ຄືປະຊາຊົນ​ບັນດາເຜົ່າ ຈັດ​ຕັ້ງ​ປະຕິບັດ​ ວາລະ​ແຫ່ງ​ຊາດ ດ້ວຍ​ການຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ໂຄງການ​ລະອຽດ ແລະ ສູ້ຊົນ​ຈັດຕັ້ງ​ປະຕິບັດ ໃຫ້​ໄດ້​ຮັບ​ຜົນສຳເລັດ​ເປັນ​ກ້າວໆ, ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ​ເພື່ອ​ຊົມໃຊ້​ພາຍ​ໃນ ແລະ ສົ່ງ​ອອກ ໄດ້​ມີ​ບາດກ້າວຂະຫຍາຍຕົວ, ການ​ແກ້ໄຂ​ບັນຫາ​ຢາ​ເສບ​ຕິດ ກໍ​ໄດ້​ຮັບ​ຄວາມ​ເອົາໃຈໃສ່ ແລະ ມີ​ຜົນສຳເລັດ​ຫຼາຍ​ດ້ານ.

ກອງ​ປະຊຸມ​

ພ້ອມ​ກັນ​ນັ້ນ, ກອງ​ປະຊຸມ​ສະເໜີ​ໃຫ້​ລັດຖະບານ ເອົາໃຈໃສ່​ສືບຕໍ່​ຂຸດ​ຄົ້ນ​ທ່າແຮງ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ, ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ໂຄງການ​ເຮັດ​ທົດ​ລອງ​ແຮ່​ທາດ​ໃຫ້​ເຂັ້ມ​ງວດ, ມີ​ປະ​ສິດທິ​ຜົນ ແລະ ຮັບປະກັນ​ຜົນ​ປະໂຫຍດ​ລວມ​ຂອງ​ລັດ, ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ສ້າງວິຊາ​ຊີບ, ການ​ພັດທະນາ​ສີມືແຮງ​ງານ ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ ເພື່ອ​ແກ້ໄຂ​ບັນຫາ​ການ​ວ່າງ​ງານ, ປັບປຸງກົນໄກການ​ຄຸ້ມຄອງ​ການ​ສ້າງ​ວິຊາ​ຊີບ, ການພັດທະນາ​ສີມື​ແຮງ​ງານ, ການຈັດ​ຫາ​ວຽກ​ເຮັດງານທຳເພື່ອ​ສ້າງ​ເງື່ອນໄຂໃຫ້​ຊາວ​ໜຸ່ມ​ມີ​ວຽກ​ເຮັດ​ງານ​ທຳ, ມີ​ວິຊາອາຊີບ, ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ຂະໜາດ​ນ້ອຍ, ຂະໜາດກາງ, ມີ​ອາຊີບ​ໝັ້ນຄົງ, ມີ​ລາຍ​ໄດ້ ແລະ ຊີວິດ​ການ​ເປັນ​ຢູ່ໄດ້ຮັບການ​ປັບປຸງ​ດີ​ຂຶ້ນ​ເລື້ອຍໆ.

ພ້ອມ​ກັນນັ້ນ, ກອງ​ປະຊຸມ​ໄດ້​ສະເໜີ​ໃຫ້​ສອງ​ອົງການ ເອົາໃຈໃສ່​ສົມທົບ​ພາກສ່ວນ​ກ່ຽວຂ້ອງ​ແກ້ໄຂ​ຜົນ​ການ​ກວດ​ສອບ​ໃຫ້​ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ເກັບ​ກູ້ວັດຖຸ, ເງິນ​ຄຳ ທີ່ເປັນຊັບ​ສິນລວມ​ຂອງ​ລັດ​ກັບ​ຄືນ, ຄົ້ນຄວ້າ​ການ​ກຳນົດ​ຂອບ​ເຂດ​ສິດ​ຂອງ​ສອງ​ອົງການ ເຂົ້າ​ໃນ​ກົດໝາຍ​ໃຫ້​ລະອຽດ, ຈະແຈ້ງ​ຕື່ມ, ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ ແລະ ອົງການ​ໄອ​ຍະ​ການ​ປະຊາຊົນສູງ​ສຸດ ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ ແຜນການເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2022 ແລະ ທິດ​ທາງແຜນການ​ປະຈຳ​ປີ 2023 ເຊິ່ງກອງ​ປະຊຸມ​ໄດ້​ຕີ​ລາຄາ ທັງ​ສອງ​ອົງການ ໄດ້​ມີ​ຄວາມ​ພະຍາຍາມ​ປະຕິບັດ​ພາລະ​ບົດບາດ, ສິດ​ ແລະ ໜ້າທີ່​ຂອງ​ຕົນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ໄດ້​ຍົກ​ສູງ​ຄຸນ​ະ​ພາບ​ໃນ​ການ​ດຳເນີນ​ຄະດີ​ຕາມ​ຂະ​ບວນ​ຍຸຕິ​ທຳ ນັບ​ມື້ມີຄຸນນະ​ພາບ​ສູງ​ຂຶ້ນ, ເອົາໃຈໃສ່ການຜັນ​ຂະຫຍາຍ​ມະຕິ, ຄຳ​ສັ່ງຂອງ​ສູນ​ກາງ​ພັກເຂົ້າໃນການສ້າງ ແລະ ປັບປຸງ​ກົດໝາຍ, ນິຕິ​ກຳ​ໃຕ້​ກົດໝາຍ​ຂອງ​ຕົນ ໃຫ້​ເປັນ​ລະບົບ​ຄົບ​ຊຸດ, ເປັນ​ບ່ອນອີງໃນ​ ການ​ແກ້ໄຂ​ບັນຫາ​ຕ່າງໆ, ເຮັດ​ໃຫ້​ປະຊາຊົນມີຄວາມເຊື່ອໝັ້ນ ໃນ​ການ​ປະຕິບັດ​ຄຳຕັດສິນຂອງສານ, ແກ້​ໄຂ​ບັນຫາ​ຄວາມ​ຫຍຸ້ງຍາກ​ຂອງການດຳເນີນຄະດີ​ຕາມຂະບວນ​ຍຸຕິ​ທຳໃຫ້ມີ​ບາດກ້າວຫັນປ່ຽນທີ່ດີຂຶ້ນ.

ກອງ​ປະຊຸມ​ໄດ້​ສະເໜີໃຫ້ສານປະຊາຊົນ​ສູງ​ສຸດ ແລະ ອົງການ​ໄອ​ຍະການປະຊາຊົນ​ສູງ​ສຸດ ມີ​ມາດ​ຕະການປັບປຸງ ແລະ ແກ້ໄຂ​ບັນດາ​ຈຸດ​ອ່ອນ, ຂໍ້ຄົງຄ້າງເພື່ອ​ເຮັດ​ໃຫ້​ບັນດາປາກົດ​ການ​ຫຍໍ້ທໍ້​ໄດ້​ຮັບ​ການ​ແກ້ໄຂ​ຢ່າງ​ຈິງ​ຈັງ ແລະ ນັບມື້ລົດໜ້ອຍ​ຖອຍ​ລົງ, ກອງ​ປະຊຸມ​ໄດ້ພິຈາລະນາ, ຮັບຮອງ​ເອົາ​ການ​ສ້າງ ແລະ​ ປັບປຸງ​ກົດໝາຍ ຈຳນວນ 12 ສະບັບ, ກອງ​ປະຊຸມໄດ້ພິຈາລະນາ ແລະ ຮັບຮອງ​ເອົາ​ບົດລາຍງານ​ຂອງ​ຄະນະປະຈຳສະພາ​ແຫ່ງ​ຊາດກ່ຽວ​ກັບ​ການເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2022 ແລະ ແຜນການປະຈຳ​ປີ 2023 ຂອງ​ສະພາ​ແຫ່ງຊາດ.

ກອງປະຊຸມ​ຕີ​ລາຄາ​ວ່າ, ໃນ​ໜຶ່ງ​ປີຜ່ານມາສະພາ​ແຫ່ງ​ຊາດ ໄດ້​ມີ​ຄວາມ​ເປັນ​ເຈົ້າ​ການ, ຫ້າວຫັນ ໃນ​ການ​ຈັດ​​ຕັ້ງປະຕິບັດ​ພາລະ​ບົດບາດ, ສິດ ແລະ ໜ້າທີ່​ຂອງ​ຕົນ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະນູນ, ກົດໝາຍ ໄດ້​ຮັບ​ຜົນສຳເລັດ​ຫຼາຍ​ດ້ານ ເຮັດ​ໃຫ້​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ ໄດ້​ຮັບ​ການ​ເຊີດ​ຊູນັບມື້ສູງ​ຂຶ້ນ, ໄດ້​ຮັບ​ຄວາມເຊື່ອໝັ້ນ​ ຈາກອົງການຈັດຕັ້ງລັດຂັ້ນຕ່າງໆ ແລະ ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງນັບ​ມື້ນັບ​ກວ້າງຂວາງ, ກອງ​ປະຊຸມ​ໄດ້​ພິຈາລະນາ ແລະ ຮັບຮອງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປັບປຸງ​ແຜນການ​ສ້າງ ແລະ ປັບປຸງ​ກົດໝາຍຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແຕ່​ປີ 2023-2025.

ກອງ​ປະຊຸມ​

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 04 ຄັ້ງ​ນີ້ ໄດ້​ພິຈາລະນາ ແລະ ຮັບຮອງ​ການ​ສະເໜີ​ຂອງ​ປະທານ​ປະເທດ​ກ່ຽວ​ກັບ​ການ​ພິຈາລະນາ​ໃບ​ຄຳ​ຮ້ອງ​ຂໍ​ພັກ​ການ-ຮັບ​ອຸດ​ໜູນ​ບຳນານ​ຂອງ​ທ່ານ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ, ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ຕາມ​ການ​ສະເໜີ​ຂອງປະທານ​ປະເທດ ເຊິ່ງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ໃຊ້​ສິດປະຊາທິປະໄຕ​ຂອງ​ຕົນລົງ​ຄະແນນ​ສຽງ​ເຫັນ​ດີ​ຫຼາຍ​ກວ່າ​ເຄິ່ງ​ໜຶ່ງ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ໂດຍ​ຮັບຮອງ​ເອົາ ທ່ານ ສອນ​ໄຊ ສີ​ພັນ​ດອນ ກຳມະການ​ກົມ​ການເມືອງ​ສູນ​ກາງພັກ, ຮອງນາຍົກລັດຖະມົນຕີເປັນນາຍົກລັດຖະມົນຕີແຫ່ງ ​ສປປ ລາວ ຄົນ​ໃໝ່.

ຜົນສຳເລັດ​ຂອງ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 04 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ IX ຄັ້ງ​ນີ້ ເປັນ​ການ​ຜັນ​ຂະຫຍາຍມະຕິ​ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 05 ປີ​ຄັ້ງ​ທີ IX ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ແມ່ນໝາກຜົນ​ແຫ່ງ​ສະຕິປັນຍາ, ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ທາງ​ການ ເມືອງ​ຂອງ​ບັນດາ​ທ່ານ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ລັດຖະບານ, ອົງການ​ທີ່​ກ່ຽວຂ້ອງ ທີ່​ຈະ​ສືບຕໍ່​ພັດທະນາ​ປະເທດ​ຊາດ, ແກ້ໄຂ​ຄວາມ​ຫຍຸ້ງ ຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນເທື່ອ​ລະ​ກ້າວ, ນຳ​ເອົາ​ປະເທດ​ຊາດ ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.

ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 04 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ IX ໄດ້​ຮັບ​ຜົນສຳເລັດ​ຢ່າງ​ຈົບງາມ ກໍ​ຍ້ອນ​ມີ​ການ​ຊີ້​ນຳ​ຢ່າງ​ໃກ້​ຊິດ​ຈາກ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄະນະ​ເລຂາທິການສູນກາງ​ ພັກ, ຍ້ອນ​ຄວາມ​ຮັບ​ຜິດຊອບສູງ​ຂອງ​ລັດຖະບານ, ກະຊວງ, ບັນດາ​ອົງການທີ່ກ່ຽວຂ້ອງ ແລະ ຂະແໜງການກ່ຽວຂ້ອງທີ່​ໃຫ້ການ​ຮ່ວມ​ມື​ ແລະ ສະໜັບສະໜູນ.

ຕາງໜ້າ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ຊາດ ຂໍ​ສະແດງ​ຄວາມຂອບໃຈ​ເປັນ​​ຢ່າງ​ສູງ ມາ​ຍັງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ ທີ່​ຍາມ​ໃດ​ກໍ​ໄດ້​ໃຫ້ການ​ຊີ້​ນຳ​ຢ່າງ​ໃກ​້​ຊິດ​ຕໍ່​ສະພາ​ແຫ່ງ​ຊາດ​ຕະຫຼອດ​ມາ, ຂໍ​ສະແດງ​ຄວາມ​ຂອບໃຈ ເປັນ​ຢ່າງ​ສູງ​ມາ​ຍັງ​ບັນດາ​ທ່ານ​ການ​ນຳ​ພັກ-ລັດ, ສູນ​ກາງ​ແນວລາວ​ສ້າງ​ຊາດ, ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ ແລະ ອົງການຈັດຕັ້ງ​ມະຫາຊົນຂັ້ນສູນກາງ ທີ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມກອງປະຊຸມ ແລະ ຂອບໃຈມາ​ຍັງພໍ່ແມ່ປະຊາຊົນ​ລາວບັນດາເຜົ່າທີ່ໄດ້ຕິດຕາມ ກອງ​ປະຊຸມຂອງພວກ​ເຮົາ ​ໃນ​ຄັ້ງ​ນີ້ຢ່າງ​ຈົດຈໍ່ ແລະ ສົ່ງ​ຄຳ​ຄິດ​ເຫັນ​ຜ່ານ​ໂທລະສັບ​ສາຍ​ດ່ວນ ມາ​ຍັງ​ກອງ​ປະຊຸມ​ຢ່າງ​ຫຼວງຫຼາຍ, ຂໍ​ສະແດງ​ຄວາມ​ຂອບໃຈ ຕໍ່​ທຸກພາກສ່ວນ​ກ່ຽວຂ້ອງ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

ຂໍ​ອວຍພອນ​ໃຫ້​ບັນດາ​ທ່ານ​ການ​ນຳ​ຂັ້ນ​ສູງ​ພັກ-ລັດ, ອະດີດ​ການ​ນຳ​ພັກ-ລັດ, ພະນັກງານ, ທະຫານ​ຕຳຫຼວດ ແລະ ປະຊາຊົນ​ລາວ ບັນດາເຜົ່າ​ໃນ​ທົ່ວ​ປະເທດ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ຄວາມສຸກ​ໃນ​ຄອບຄົວ ແລະ​ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່ວຽກ​ງານ​ອັນ​ມີ​ກຽດ​ຂອງ​ທ່ານ. ໃນໂອກາດ​ອັນ​ສະຫງ່າລາສີນີ້, ຂ້າ​ພະ​ເຈົ້າ ຂໍ​ປະກາດ​ປິດກອງປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 04 ຂອງ​ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເວລາ​ນີ້ເປັນຕົ້ນ​ໄປ.

ຂອບໃຈຂໍ້ມູນຈາກ:

https://bit.ly/3jQVfeV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/