ຮູບເງົາ ແລະ ຊີຣີ້ເກົາຫຼີ ສາມາດສ້າງໃຫ້ສັງຄົມເກົາຫຼີ ມີການພັດທະນາທີ່ດີຂຶ້ນ

ຮູບເງົາ ແລະ ຊີຣີ້ເກົາຫຼີ

ສາຍຊີຣີ້ເກົາຫຼີຫຼາຍຄົນຄົງຮັບຮູ້ດີວ່າ ຫຼັກໆແລ້ວເລື່ອງໃດທີ່ເປັນແນວຄວາມຮັກໂດຍສະເພາະ ພະເອກຈະມີຄວາມໂຣແມນຕິກ ບົດຂອງຕົວລະຄອນຂອງພະເອກເກົາຫຼີຈະມີຄວາມໂດດເດັ່ນ ມີຄວາມເອົາໃຈໃສ່ໃນເລື່ອງເລັກໆນ້ອຍໆຂອງນາງເອກ ເຮັດໃຫ້ຄົນເບິ່ງ ອິນກັບຄວາມຮັກຂອງພວກເຂົາໄປຕາມໆກັນ. ເລື່ອງທີ່ໄດ້ຮັບຄວາມນິຍົມ ແຕ່ເປັນເລື່ອງເກົ່າຫຼາຍເມື່ອກັບມາເບິ່ງຄືນກໍອາດບໍ່ໜ້າເບື່ອສຳລັບໃຜບາງຄົນ.

ນອກຈາກຈະໃຫ້ຄວາມບັນເທີງແລ້ວ ຮູບເງົາ ຫຼື ຊີຣີ້ ບາງປະເທດ ເລືອກທີ່ຈະເນັ້ນແຕ່ຄໍາວ່າ “ສະທ້ອນສັງຄົມ” ຂະນະທີ່ວັດທະນະທໍາຮູບເງົາເກົາຫຼີ ແມ່ນໄປໄກກວ່ານັ້ນຫຼາຍ ບໍ່ແມ່ນພຽງແຕ່ສະທ້ອນສັງຄົມ ແຕ່ມັນກຳລັງຊີ້ນຳສັງຄົມ ໃຫ້ໄປໃນທາງທີ່ດີຂຶ້ນຫຼາຍ.

Soft Power ຈາກຮູບເງົາ ຫຼື ຊີຣີ້ ຍັງມີພະລັງທີ່ຂັບເຄື່ອນຊີວິດຄວາມເປັນຢູ່ ແລະ ກົດໝາຍໃນປະເທດຕົນເອງດ້ວຍ ບໍ່ວ່າຈະເປັນເລື່ອງ “Descendants of the Sun” ທີ່ເປັນຊີຣີ້ໄດ້ຄວາມຄວາມນິຍົມ ແລະ ເປັນທີ່ໂດ່ງດັງ ໃນປີ 2016 ເຊິ່ງການດຳເນີນຂອງເລື່ອງ ປະກອບກັບທຸກຕົວລະຄອນມີຄວາມໂດດເດັ່ນສະເພາະຕົວ. ເປັນເລື່ອງທີ່ໃຫ້ປະໂຫຍດຫຼາຍແກ່ຄົນຮັບຊົມ ພະເອກກໍເປັນທະຫານ ສ່ວນນາງເອກກໍເປັນໝໍ ບົດຕົວລະຄອນສື່ໃຫ້ເຫັນເຖິງອາຊີບ ທີ່ປະຕິບັດໜ້າທີ່ຢ່າງຈິງຈັງປະສົມກັບຄວາມຮັກທີ່ໂຣແມນຕິກ.

ຮູບເງົາ ແລະ ຊີຣີ້ເກົາຫຼີ

ເລື່ອງ “Silenced” ກໍເຊັ່ນດຽວກັນ ໃນປີ 2011 ນຳສະແດງໂດຍ “ກົງຢູ” ອີກໜຶ່ງນັກສະແດງທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງ. ໂດຍຮູບເງົານີ້ ສ້າງມາຈາກເລື່ອງແທ້ໃນເກົາຫຼີ ກ່ຽວກັບປະເດັນການລ່ວງລະເມີດທາງເພດ ແລະ ຄວາມຮຸນແຮງທາງເພດໃນໂຮງຮຽນສອນຄົນພິການ ທີ່ຄົນຜິດບໍ່ເຄີຍຖືກນຳມາລົງໂທດເຖິງຈະມີຫຼັກຖານກໍຕາມ ທັງຕຳຫຼວດ ແລະ ສື່ກໍມິດງຽບ ປະຊາຊົນຈຶ່ງໄດ້ອອກມາຮຽກຮ້ອງເອງ, ຈົນເຮັດໃຫ້ປັດຈຸບັນກົດໝາຍຄຸ້ມຄອງຄົນພິການເຂັ້ມງວດຂຶ້ນ ແລະ ມີໂທດໜັກສຳລັບຄົນກະທຳຜິດ.

ຮູບເງົາ ແລະ ຊີຣີ້ເກົາຫຼີ

ອີກເລື່ອງໜຶ່ງກໍແມ່ນ Hospital Playlist ເປັນເລື່ອງຂອງກຸ່ມອາຈານໝໍ 5 ຄົນ ທີ່ຈົບຈາກມະຫາວິທະຍາໄລດຽວກັນໃນປີ 1999 ແລະ ຍັງຄົງເຮັດວຽກງານຢູ່ດ້ວຍກັນ ມີບົດບາດທີ່ຕື່ນຕາຕື່ນໃຈໄດ້ລຸ້ນຢູ່ຕະຫຼອດໃນການປົວຄົນເຈັບ, ສື່ເຖິງການເຮັດວຽກເປັນທີມ ແລະ ຮ່ວມງານນຳກັນ. ນອກຈາກນີ້ ກໍມີການເລົ່າເລື່ອງມຸມມອງທີ່ລະອຽດອ່ອນຂອງຊີວິດຜູ້ເຈັບ ທີ່ຕ້ອງພົບກັບໂຣກຮ້າຍ. ເລື່ອງນີ້ກໍສົ່ງຜົນໃຫ້ເຫັນໃນແງ່ຂອງແພດ-ໝໍ ທີ່ເຮັດວຽກຢ່າງໜັກ ບອກຫຼາຍໆຢ່າງໃຫ້ແກ່ຜູ້ຮັບຊົມ.

ເກົາຫຼີໃຕ້ຖືໄດ້ວ່າເປັນປະເທດທີ່ ພັດທະນາວົງການບັນເທີງແບບບໍ່ຢຸດຢັ້ງ ສະໜັບສະໜູນວົງການຮູບເງົາ-ບັນເທີງຕ່າງໆ ໃຫ້ກ້າວໄປສູ່ລະດັບໂລກຢູ່ສະເໝີ ເປັນການສົ່ງເສີມວັດທະນະທຳໄປຕື່ມອີກ ພ້ອມທັງຍັງສົ່ງເສີມດ້ານເສດຖະກິດໄດ້ເປັນຢ່າງດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/