ບໍ່ເວົ້າຫຼາຍເຈັບຄໍ! ຄູເຝິກຂອງທີມ Al Nassr ຍ້ອງ Ronaldo ວ່າບໍ່ຕ້ອງສອນຫຍັງຫຼາຍ ເພາະລາວເກັ່ງຢູ່ແລ້ວ

ບໍ່ເວົ້າຫຼາຍເຈັບຄໍ! ຄູເຝິກຂອງທີມ Al Nassr

ຣູດີ້ ກາເຊຍ ຄູເຝິກຊາວ ຝຣັ່ງ ອາຍຸ 58 ປີ ປະສົບການຫຼາຍ ໄດ້ກາຍເປັນຄູເຝິກຄົນໃໝ່ຂອງ ຊຸບເປີສະຕາ ຊາວໂປຕຸເກດ ຫຼັງ ຄຣິສເຕຍໂນ ໂຣນັລໂດ້ ໄດ້ຍ້າຍມາຮ່ວມທີມດັງໃນ ຊາອຸດີອາຣະເບຍ ແລະ ເຮັດການເປີດຕົວຢ່າງເປັນທາງການໄປແລ້ວ ໃນຄໍ່າຄືນທີ່ຜ່ານມາ ໂດຍມີແຟນບານຫຼາຍແສນຄົນເຂົ້າມາຕ້ອນຮັບ.

ຣູດີ້ ກາເຊຍ Rudi Garcia ຄູເຝິກຂອງສະໂມສອນ Al Nassr ໄດ້ອອກມາຍ້ອງລູກທີມຄົນໃໝ່ຄ່າຈ້າງກວ່າ 200 ລ້ານຕໍ່ປີ ຢ່າງ ຄຣິສເຕຍໂນ ໂຣນັລໂດ້ ວ່າເປັນຄົນທີ່ສຸດຍອດຫຼາຍ ຈົນບໍ່ຕ້ອງສອນຫຍັງຫຼາຍກໍໄດ້.

ບໍ່ເວົ້າຫຼາຍເຈັບຄໍ! ຄູເຝິກຂອງທີມ Al Nassr

ໂດຍລາວກ່າວວ່າ: “ໃນຊີວິດການເປັນຄູເຝິກຂອງຂ້ອຍ ນັກເຕະທີ່ດີຢ່າງ ຄຣິສເຕຍໂນ ໂຣນັລໂດ້ ເປັນນັກເຕະທີ່ຈັດການໄດ້ງ່າຍຫຼາຍ ເພາະຄົນຄືລາວນັ້ນເກັ່ງຢູ່ແລ້ວ ຂ້ອຍບໍ່ຈຳເປັນຕ້ອງໄດ້ໄປສອນຫຍັງລາວເພີ່ມອີກ. ຄືກັບທີ່ລາວເວົ້າຫັ້ນແຫຼະ ລາວມາຢູ່ບ່ອນນີ້ກໍເພື່ອເກັບໄຊຊະນະໄປພ້ອມກັນກັບເຮົາ”.

ບໍ່ເວົ້າຫຼາຍເຈັບຄໍ! ຄູເຝິກຂອງທີມ Al Nassr

“ມັນເປັນກຽດສຳລັບຂ້ອຍ ແລະ ສະໂມສອນ Al Nassr ທີ່ໄດ້ຕ້ອນຮັບ ຄຣິສເຕຍໂນ ໂຣນັັລໂດ້ ລາວເປັນນັກເຕະຕົ້ນແບບທີ່ທຸກຄົນຮູ້ ເປົ້າໝາຍຂອງຂ້ອຍແມ່ນເຮັດແນວໃດກໍໄດ້ໃຫ້ລາວມີຄວາມສຸກ ແລະ ຮູ້ສຶກມ່ວນໄປກັບການຫຼິ້ນບານເຕະໄປກັບ Al Nassr”.

ບໍ່ເວົ້າຫຼາຍເຈັບຄໍ! ຄູເຝິກຂອງທີມ Al Nassr

ນອກຈາກນີ້ ຄູເຝິກຍັງເວົ້າແບບຕິດຕະຫຼົກ ຢ່າງໝັ້ນໃຈອີກວ່າ: “ປົກກະຕິຫຼັງຈົບເກມ ຈະມີນັກຂ່າວພຽງ 2 ຫາ 3 ​ຄົນເຂົ້າມາ ແຕ່ຕໍ່ຈາກນີ້ນັກຂ່າວທຸກຄົນສາມາດເຂົ້າມາລົມເລື່ອງປະຕູທີ່ ໂຣນັລໂດ້ ຍິງໄດ້ເລີຍ”.

ບໍ່ເວົ້າຫຼາຍເຈັບຄໍ! ຄູເຝິກຂອງທີມ Al Nassr

ໂດຍການຍ້າຍມາເຊັນສັນຍາຄັ້ງນີ້ຂອງ ໂຣນັລໂດ້ ກັບ ສະໂມສອນ Al Nassr ດ້ວຍໄລຍະເວລາ 2 ​ປີ ນີ້ ເຮັດໃຫ້ ປັດຈຸບັນ ໂຣນັລໂດ້ ໃນອາຍຸ 37 ປີ ກາຍເປັນນັກເຕະທີ່ໄດ້ຮັບຄ່າຈ້າງຫຼາຍທີ່ສຸດໃນໂລກ ໂດຍຫຼາຍແຫຼງຂ່າວ ລະບຸວ່າ ສັນຍາຄັ້ງນີ້ຂອງ ໂຣນັລໂດ້ ມີມູນຄ່າປະມານ 200 ລ້ານ ຢູໂຣ ຕົກເປັນ ອາທິດລະ 4 ​ລ້ານກວ່າຢູໂຣ. ໂດຍອັນດັບ 2 ​ຕົກເປັນຂອງ ຄິຣຽນ ເອັມບັບເບ້ ນັກເຕະໜຸ່ມ ຂອງ ສະໂມສອນ ປາຣີສ ແຊນເຈີແມນ ທີ່ຮັບຄ່າຈ້າງ ປີລະ 96 ລ້ານຢູໂຣ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/