ກຽມປະເມີນ ເມືອງຊ່ອນ ແຂວງຫົວພັນ ເປັນເມືອງພົ້ນທຸກ


ເມືອງຊ່ອນ ແຂວງຫົວພັນ ເປັນເມືອງໜຶ່ງທີ່ມີວັດທະນະທຳ ແລະ ປະເພນີທີ່ໂດດເດັ່ນ. ພ້ອມກັນນີ້ ຍັງມີ ທຳມະຊາດພູຜາປ່າໄມ້ທີ່ຂຽວສົດງົດງາມ ແລະ ແຫຼ່ງທ່ອງທ່ຽວທຳມະຊາດທີ່ໜ້າສົນໃຈເປັນຈຳນວນຫຼາຍ.

ເມື່ອບໍ່ດົນມານີ້ ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ຈະປະເມີນອັດຕາຄວາມທຸກຢູ່ພາຍໃນ ເມືອງຊ່ອນ, ແຂວງຫົວພັນ ພາຍໃນຕົ້ນເດືອນມີນາ ທີ່ຈະມາເຖິງນີ້ ໂດຍຈະປະເມີນຕາມດໍາລັດ ເລກທີ 348/ລບ. ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ ເພື່ອກ້າວໄປເຖິງການປະກາດຫຼຸດພົ້ນອອກຈາກເມືອງທຸກຍາກ.

ທ່ານ ສີວິໄລ ພິມມະວົງ, ເຈົ້າເມືອງຊ່ອນ ໃຫ້ສໍາພາດວ່າ: ເມືອງຊ່ອນ ໄດ້ຮັບການປະກາດສ້າງຕັ້ງຂຶ້ນພ້ອມກັບ ເມືອງຮ້ຽມ ໃນວັນທີ 24 ມັງກອນ 2014. ໃນປີ 2015 ລັດຖະບານ ໄດ້ກູ້ຢືມເງິນຈາກຕ່າງປະເທດ 120 ລ້ານໂດລາສະຫະລັດ, ບວກກັບເງິນສົມທົບຂອງລັດຖະບານ 66 ລ້ານໂດລາສະຫະລັດ ເພື່ອກໍ່ສ້າງພື້ນຖານໂຄງລ່າງຫຼາຍຢ່າງພາຍໃນເມືອງຊ່ອນ ໄດ້ຮັບຜົນສໍາເລັດ. ຕໍ່ມາສະພາແຫ່ງຊາດ ໄດ້ມີມະຕິເລກທີ 075/ສພຊ, ລົງວັນທີ 17 ພະຈິກ 2017 ກ່ຽວກັບການຮັບຮອງເອົາການສ້າງເມືອງຊ່ອນ ແລະ ເມືອງນອງ, ແຂວງສະຫວັນນະເຂດ ເປັນເມືອງພົ້ນທຸກ. ຈາກນັ້ນ, ຂະບວນການສ້າງເມືອງຊ່ອນ ເປັນເມືອງພົ້ນທຸກ ໄດ້ເລີ່ມຕົ້ນຈາກການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງ ແລ້ວເລີ່ມຈັດຕັ້ງປະຕິບັດຕາມໜ້າວຽກໃນຄວາມຮັບຜິດຊອບຂອງແຕ່ລະຂະແໜງການ, ແຕ່ລະບາດກ້າວ ແລະ ຕາມ 9 ມາດຕະຖານຂອງເມືອງພົ້ນທຸກທີ່ລັດຖະບານກໍານົດໄວ້.

ມາຮອດປີ 2019 ຄະນະຮັບຜິດຊອບ ໄດ້ປະເມີນຄືນຕາມດໍາລັດ ເລກທີ 309/ນຍ, ລົງວັນທີ 11 ພະຈິກ 2013 ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ, ແຕ່ບໍ່ຜ່ານ ຍ້ອນ 3 ໃນ 9 ມາດຕະຖານປະຕິບັດບໍ່ໄດ້ ຄື:

1). ມາດຕະຖານທີ 6: ມີເສັ້ນທາງຄົມມະນາຄົມ ແລະ ຂໍ້ມູນຂ່າວສານ, ຍ້ອນເສັ້ນທາງແຕ່ເມືອງຫາແຂວງຍັງເປັນເສັ້ນທາງດິນແດງ ແລະ ບໍ່ຮັບປະກັນໃນການສັນຈອນໄປ-ມາ ທັງສອງລະດູ, ຂະນະທີ່ 9 ບ້ານ ຍັງບໍ່ມີສັນຍານອິນເຕີເນັດ.

2). ມາດຕະຖານທີ 8:  ຊັບພະຍາກອນທໍາມະຊາດໄດ້ຮັບການຄຸ້ມຄອງນໍາໃຊ້ຢ່າງມີປະສິດທິຜົນ ຍ້ອນຍັງມີການຮຸກຮານຊັບພະຍາກອນທໍາມະຊາດຢູ່

3). ມາດຕະຖານທີ 9:  ມີບ້ານພົ້ນທຸກກວມຫຼາຍກວ່າ 70%, ແຕ່ຜ່ານປະຕິບັດຕົວຈິງແກ້ໄຂໄດ້ 21 ບ້ານ, ເທົ່າກັບ 61.7% ຂອງຈໍານວນທັງໝົດ 34 ບ້ານ. ນອກຈາກນີ້ ຄອບຄົວທຸກຍາກພາຍໃນເມືອງ ຍັງເຫຼືອ 665 ຄອບຄົວ, ໃນຈໍານວນທັງໝົົດ 3,000 ກວ່າຄອບຄົວ.

ທ່ານ ສີວິໄລ ພິມມະວົງ ໃຫ້ຮູ້ຕື່ມວ່າ: ໃນການປະເມີນເມືອງ ຊ່ອນ ເປັນເມືອງພົ້ນທຸກ ທີ່ຈະເລີ່ມຂຶ້ນໃນຕົ້ນເດືອນມີນາ 2022 ຈະປະເມີນຕາມດໍາລັດ ເລກທີ 348/ລບ ເຊິ່ງນອກຈາກປະເມີນຕາມ 3 ມາດຕະຖານຂອງເມືອງພົ້ນທຸກທີ່ຍັງບໍ່ຜ່ານ ຍັງຈະປະເມີນຄືນ 6 ມາດຕະຖານທີ່ຜ່ານການປະເມີນແລ້ວຄືນໃໝ່ ເພື່ອໃຫ້ໝັ້ນໃຈວ່າໄດ້ປະຕິບັດໄດ້ຕາມມາດຕະຖານແທ້. ຢ່າງໃດກໍຕາມ ທ່ານເຈົ້າເມືອງ ຢືນຢັນວ່າ: ເນື່ອງຈາກດໍາລັດເລກທີ 348/ລບ ໄດ້ກໍານົດມາດຕະຖານ ແລະ ເງື່ອນໄຂຂອງການພົ້ນທຸກສູງກວ່າ ດໍາລັດ ເລກທີ 309/ນຍ ຈຶ່ງເຮັດໃຫ້ມີຄວາມເປັນໄປໄດ້ໜ້ອຍທີ່ສຸດທີ່ເມືອງຊ່ອນ ຈະໄດ້ຮັບການປະກາດເປັນເມືອງຫຼຸດພົ້ນອອກຈາກຄວາມທຸກຍາກໃນເວລາອັນໃກ້ນີ້ ເພາະເງື່ອນໄຂການພັດທະນາຂອງປະຊາຊົນ ກໍຄື ພາຍໃນເມືອງຫຼາຍຢ່າງຍັງຫຍຸ້ງຍາກ. ຂະນະທີ່ລາຍໄດ້ສະເລ່ຍຕໍ່ຫົວຄົນພາຍໃນເມືອງມາຮອດປັດຈຸບັນຍັງຕໍ່າຄື: ໄດ້ປະມານ 6 ລ້ານກວ່າກີບ/ຄົນ/ປີ ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຂອບໃຈຮູບພາບຈາກ:

ເມືອງຊ່ອນ ວິລະຊົນ Xone distriick the Heroes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/