ຣັດເຊຍຖືກຕັດອອກຈາກລະບົບການເງິນສາກົນ ຫຼັງຈາກອາເມຣິກາ ແລະ ຊາດຕາເວັນຕົກ ລົງມະຕິວ່າໃຫ້ຕັດຣັດເຊຍອອກຈາກ SWIFT


ອາ​ເມ​ຣິ​ກາ ພ້ອມ​ກັບ​ບັນດາ​ພັນທະ​ມິດ​ຂອງ​ໂລກ​ຕາ​ເວັນ​ຕົກ ຕົກລົງທີ່ຈະຕັດບາງທະນາຄານຣັດເຊຍອອກຈາກລະບົບ SWIFT ທີ່ເປັນຕົວກາງສໍາລັບການໂອນເງິນຂ້າມປະເທດ. ຍ້ອນ​ເຫດ​ນັ້ນ, ສົ່ງຜົນໃຫ້ຣັດ​ເຊຍ​ໄດ້​ຮັບ​ຜົນ​ກະທົບ​ດ້ານ​ການ​ເງິນ​ຢ່າງ​ໜັກໜ່ວງ.

ບັນດາປະເທດຈາກຊາດຕາເວັນຕົກລວມທັງຄະນະກຳມາທິການຢູໂຣບ ຫຼືວ່າ EU ປະກອບມີ ຝຣັ່ງ, ເຢຍລະມັນ, ອີຕາລີ, ອັງກິດ, ແຄນນາດາ ແລະ ອາເມຣິກາໄດ້ຮ່ວມກັນອອກຖະແຫຼງການວ່າ ຈະຕັດບາງທະນາຄານໃນຣັດເຊຍອອກຈາກ ລະບົບ SWIFT ເພື່ອຮັບປະກັນວ່າທະນາຄານຣັດເຊຍຈະຖືກຕັດຂາດຈາກລະບົບການເງິນສາກົນ ແລະ ຈະສົ່ງຜົນໃຫ້ບໍ່ສາມາດເຮັດທຸລະກໍາໃນລະດັບສາກົນໄດ້.

SWIFT ຫຍໍ້ມາຈາກ Society for Worldwide Interbank Financial Telecommunication ເປັນອົງການອິດສະຫຼະຕັ້ງຢູ່ປະເທດເບລຢຽມທີ່ເຮັດໜ້າທີ່ເປັນລະບົບການສົ່ງຂໍ້ຄວາມພາຍໃນລະຫວ່າງທະນາຄານ ແລະ ສະຖາບັນການເງິນຫຼາຍກວ່າ 11,000 ແຫ່ງ ໃນ 200 ກວ່າປະເທດ.

ການຕັດຣັດເຊຍອອກຈາກລະບົບ SWIFT ຫຼື ສະມາຄົມໂທລະຄົມທາງດ້ານການເງິນໂລກຄັ້ງນີ້ ຈະປ້ອງກັນບໍ່ໃຫ້ທະນາຄານຣັດເຊຍເຮັດທຸລະກໍາທາງດ້ານການເງິນ ກັບທະນາຄານຂອງປະເທດອື່ນໆ ໄດ້ຢ່າງປອດໄພ. ກໍລະນີແບບນີ້ ໃນປີ 2014 ອີຣານເຄີຍຖືກຕັດອອກຈາກລະບົບ SWIFT ພາຍຫຼັງທີ່ໄດ້ສືບຕໍ່ພັດທະນາໂຄງການນິວເຄຼຍຂອງຕົນ.

SWIFT ກ່າວໃນຖະແຫຼງການຂອງຕົນວ່າ ການຕັດສິນໃຈໃດໆ ຫຼື ການວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ແຕ່ລະ​ປະ​ເທດ ຫຼື ອົງການ ມັນຂຶ້ນກັບໜ່ວຍງານລັດຖະບານທີ່ມີອຳນາດ ແລະ ສະມາຊິກນິຕິບັນຍັດທີ່ກ່ຽວຂ້ອງເທົ່ານັ້ນ. ການລວມຕົວພາຍໃຕ້ກົດໝາຍຂອງເບລຢຽມ ພັນທະຂອງພວກເຮົາແມ່ນເພື່ອປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງກັບ EU ແລະ ເບລຢຽມ.

ນອກຈາກນັ້ນ, ອາເມຣິກາ ​ແລະ​ ບັນດາ​ປະ​ເທດ​ພັນທະ​ມິດ​ກໍ​ໄດ້ປະກາດ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ວາງ​ມາດ​ຕະ​ການ​ທີ່​ເຄັ່ງ​ຄັດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ທະ​ນາ​ຄານ​ກາງ​ຣັດ​ເຊຍ ສາມາດ​ນຳ​ໃຊ້​ເງິນທຸນ​ສຳຮອງລະຫວ່າງປະເທດ ​ໃນ​ລັກ​ສະ​ນະ​ທີ່​ສາ​ມາດ​ທຳ​ລາຍ​ການ​ລົງ​ໂທດທາງເສດຖະກິດຄັ້ງນີ້ໄດ້.

ວັນ​ທີ 25 ກຸມພາ​ ທີ່ຜ່ານມານີ້ ກະຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ລັດຖະບານ​ອາ​ເມ​ຣິ​ກາ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ປະທານາທິບໍດີ​ຣັດ​ເຊຍ Vladimir Putin ​ແລະ​ ບັນດາ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງຣັດ​ເຊຍ​ລວມມີ ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ Sergei Lavrov, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ Sergei Shoigu ​ແລະ ຫົວໜ້າ​ເສນາ​ທິການ Valery Gerasimov. ​ເພື່ອ​ຕອບ​ໂຕ້​ການ​ບຸກ​ໂຈມ​ຕີ​ ຢູເຄຣນ ຂອງຣັດເຊຍຄັ້ງນີ້.

ແຖມກ່ອນໜ້ານີ້ ໂຄສົກທຳນຽບຂາວ ກ່າວໃນ Twitter ວ່າ ກະຊວງການເງິນອາເມຣິກາ ຈະກຳນົດການ​ລົງ​ໂທດ​ຢ່າງ​ເຕັມ​ຮູບແບບ ກັບກອງທຶນເພື່ອການລົງທຶນໂດຍກົງຂອງຣັດເຊຍ (Russian Direct Investment Fund) ທີ່ເປັນຂອງລັດຖະບານຣັດເຊຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/