Elon Musk ປະກາດຈະເອົາ Steam ມາລົງໃນລົດ Tesla ເພື່ອໃຫ້ທຸກຄົນໄດ້ຫຼິ້ນເກມທຸກບ່ອນທຸກເວລາ


Elon Musk ມະຫາເສດເສດຖີອັນດັບຕົ້ນໆຂອງໂລກ ຜູ້ກໍ່ຕັ້ງ Tesla ແລະ SpaceX ກຳລັງສຶກສາ ແລະ ວາງແຜນນຳເອົາ Steam ເຂົ້າໄປໃຫ້ບໍລິການຢູ່ໃນລົດໄຟຟ້າຂອງ Tesla ເມື່ອພິຈາລະນາສະເປັກລະບົບ Infotainment ຂອງລົດ Tesla ດ້ວຍໜ້າຈໍທີ່ມີຂະໜາດ 17ນິ້ວ ຄວາມລະອຽດ 2200×1300 ແລະ ຂັບເຄື່ອນດ້ວຍຊິບ Navi 23 ເຊິ່ງມອບພະລັງງານໃຫ້ໜ້າຈໍສູງເຖິງ 10 TFLOPs.

ດ້ວຍເຫດນີ້ ເຮັດໃຫ້ Elon Musk ພິຈາລະນະທີ່ຈະຕີຕະຫຼາດເກມ ໂດຍການນຳເອົາຜູ້ໃຫ້ບໍລິການດ້ານເກມ ຫຼື ຕະຫຼາດເກມຂອງຊາວເກມເມີທົ່ວໂລກທີ່ນຳໃຊ້ກັນໃນ Pc ມາລົງໃຫ້ກັບລົດ Tesla ໃນອະນາຄົດ, ທັງໝົດນີ້ ກໍເພື່ອເພີ່ມຄວາມສະດວກສະບາຍໃນການຫຼິ້ນເກມໄດ້ທຸກເວລາ.

Elon Musk ຍັງລະບຸອີກວ່າ ກາດຈໍຮຸ່ນໃໝ່ນີ້ ຈະໄປຢູ່ໃນລະບົບຂໍ້ມູນ ແລະ ຄວາມບັນເທີງ ຂອງລົດ Tesla ຮຸ່ນ Model S ທີ່ສາມາດຫຼິ້ນເກມດ້ວຍຄວາມແຮງ ລະດັບດຽວກັນກັບ ເກມ Console ໃນຍຸກນີ້ຄື Ps5 ໄດ້ເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/