ທະເລຮັກສາໃຈ! ນັກເຕະລະດັບໂລກ ຫັນຫຼັງໃຫ້ວົງການ ແລ້ວຜັນຕົວໄປເປັນຊາວປະມົງ


Fabio Coentrao ອະດີດແບັກຊ້າຍ ຂອງ Real Madrid ຊຸດປະຫວັດສາດທີ່ສາມາດຄວ້າແຊັ້ມ UEFA Champion League ໄດ້ສອງສະໄໝຕິດເປັນທີມທຳອິດຂອງໂລກ ທີ່ຕອນນີ້ຜັນຕົວໄປເປັນຊາວປະມົງໃນບ້ານເກີດ.

Fabio Coentrao ເລີ່ມຕົ້ນອາຊີບນັກເຕະຂອງລາວ ໃນປີ 2004 ກັບ ສະໂມສອນ Rio Ave Fc ທີມເຕະບານໃນໂປຕຸເກດ ປະເທດບ້ານເກີດຂອງລາວ ຈາກນັ້ນກໍຄ່ອຍໆ ສ້າງຊື່ສຽງຂອງຕົນ ແລະ ເຮັດຜົນງານໄດ້ດີມາຕະຫຼອດ ຈົນສຸດທ້າຍມາໂດ່ງດັງສຸດຂີດ ໃນລະດູການ 2009-2010 ໃນຖານະແບັກຊ້າຍຂາລຸຍ ຂອງ ສະໂມສອນ Benfica ທີມຍັກໃຫຍ່ໃນໂປຕຸເກດ ແຖມໃນນາມທີມຊາດກໍສາມາດເປັນຕົວຫຼັກໃນການພາໂປຕຸເກດໄປລຸຍ ການແຂ່ງຂັນບານໂລກ ປີ 2010 ອີກນຳ ຈາກນັ້ນຊື່ຂອງລາວກໍກາຍເປັນທີ່ໝາຍຕາຂອງທຸກໆທີມໃຫຍ່ທົ່ວຢູໂຣບ. ຈົນສຸດທ້າຍໃນປີ 2011 Coentrao ໄດ້ຍ້າຍມາຫຼິ້ນໃຫ້ກັບ Real Madrid ສຸດຍອດທີມໃນຢູໂຣບ ດ້ວຍຄ່າຕົວ 30ລ້ານຢູໂຣ. ຊີວິດລາວໃນຕອນນັ້ນຖືວ່າເປັນຂາຂຶ້ນສຸດໆ ແລະ ການຍ້າຍມາຫຼິ້ນໃຫ້ Real Madrid ກໍຖືກຄາດຫວັງວ່າ ລາວຈະສາມາດກ້າວໄປເປັນແບັກຊ້າຍເບີຕົ້ນໆຂອງໂລກໄດ້.

ຈາກກຣາຟຊີວິດທີ່ກຳລັງສູງຂຶ້ນ ກັບກາຍເປັນຕົກລົງຢ່າງສຸດຂີດ ພ້ອມກັບບໍ່ມີທ່າທີວ່າຈະກັບຂຶ້ນມາອີກເລີຍ ເພາະຈາກທີ່ລາວບໍ່ຄ່ອຍເປັນທີ່ໜ້າສົນໃຈຂອງແຟນບານ ຍ້ອນຖືກບາລະມີ ຂອງຊຸບເປີສະຕາ ໃນທີມບົດບັງຈົນໝົດ ບວກກັບອາການບາດເຈັບທີ່ລົບກວນລາວມາຕະລອດ. ເຖິງວ່າລາວຈະຢູ່ໃນທີມຊຸດທີ່ສາມາດຄວ້າແຊັ້ມ UEFA Champion League ໄດ້ 2 ສະໄໝຕິດ ກໍຕາມ ແຕ່ລາວມັກຈະເປັນຄົນທຳອິດທີ່ຖືກໂຈມຕີຫຼາຍຈາກສື່ໃນສະເປນ  ເມື່ອຜົນງານທີມບໍ່ດີ ແຕ່ກັບກັນ ເມື່ອລາວເຮັດຜົນງານໄດ້ດີ ກໍບໍ່ມີສື່ໃດເລີຍທີ່ຍ້ອງລາວ. ດ້ວຍບັນຫາຕ່າງໆທີ່ເຂົ້າມາ ເຮັດໃຫ້ຄວາມຮູ້ສຶກຂອງລາວ ທີ່ມີຕໍ່ກິລາບານເຕະນັ້ນ ເລີ່ມປ່ຽນໄປ ຈົນບາງເທ່ຶອລາວລືມໄປເລີຍວ່າ ລາວເປັນນັກເຕະລະດັບອາຊີບ ທີ່ຫຼິ້ນໃຫ້ກັບທີມທີ່ດີທີ່ສຸດທີມໜຶ່ງຂອງໂລກ.

ຈົນສຸດທ້າຍ ສັນຍາຂອງລາວ ກັບ Real Madrid ກໍໄດ້ໝົດລົງ ຈາກຜົນງານ, ກຽດຕິຍົດ ກັບຊື່ສຽງເກົ່າໆ ຍັງເຮັດໃຫ້ ທີມໃຫຍ່ໆ ໃນອັງກິດສົນໃຈໃນຕົວລາວຢູ່ ແລະ ພ້ອມໃຫ້ໂອກາດລາວ ກັບມາພິສູດຕົນເອງອີກເທື່ອໜຶ່ງ. ແຕ່ Coentrao ໃນຕອນນີ້ ບໍ່ຢາກຈະພິສູດຫຍັງ ອີກແລ້ວ ເພາະໃນຫົວລາວຕອນນີ້ ກິລາບານເຕະ ບໍ່ແມ່ນ ເລື່ອງທີ່ລາວໃຫ້ຄວາມສຳຄັນ ເປັນອັນດັບທຳອິດອີກຕໍ່ໄປ. ລາວໃນຕອນນີ້ຮູ້ສຶກວ່າຕົນເອງພໍແລ້ວ ກັບຄວາມສຳເລັດ, ການແຂ່ງຂັນ ແລະ ຄວາມບໍ່ສະຫງົບ ລາວຈຶ່ງເລືອກກັບບ້ານເກີດ ໄປຫຼິ້ນໃຫ້ກັບທີມ ທີ່ສ້າງລາວມາ. ຕໍ່ມາລາວໄດ້ເປີດເຜີຍວ່າ ການທີ່ລາວກັບມາບ້ານເກີດ ບໍ່ແມ່ນກ່ຽວກັບເຕະບານ ແຕ່ເຫດຜົນຫຼັກໆ ທີ່ລາວກັບມາກໍຍ້ອນ ລາວຄິດຮອດບ້ານ, ຄິດຮອດກິ່ນນໍ້າທະເລ, ຄິດຮອດທ້ອງຟ້າ, ຄິດຮອດເຮືອ ທີ່ລາວຈາກມາສະໄໝຍັງນ້ອຍ ແລະ ຢາກຈະກັບມາມີຊີວິດອີກເທື່ອໜຶ່ງ. ລາວບອກວ່າ ຊີວິດຂອງລາວໃນຕອນນີ້ບໍ່ຕ້ອງການຫຍັງຫຼາຍນອກຈາກການໄດ້ນັ່ງເຮືອ ອອກໄປຕຶກປາໃນແຕ່ລະມື້ ໄດ້ນັ່ງແນມໄປເຫັນທ້ອງທະເລທີ່ກວ້າງໃຫຍ່, ໄດ້ກິ່ນນໍ້າທະເລ ແລະ ລົມເຢັນໆພັດມາຕີໜ້າໃນທຸກໆມື້ ເທົ່ານີ້ກໍມີຄວາມສຸກແລ້ວ.

ເບີ່ງຄືວ່າ ລາວພຽງແຕ່ຢາກໃຊ້ຊີວິດບັ້ນປາຍໄປກັບການຕຶກປາໄປໃນແຕ່ລະມື້ ພຽງເທົ່ານັ້ນ ແຕ່ Coentrao ວາງແຜນໃຫ້ເປັນແບບທຸລະກິດ ລົງທຶນຊື້ເຮືອປະມົງແບບຈິງຈັງ ແລະ ສາມາດສ້າງລາຍໄດ້ພໍທີ່ຈະສາມາດລ້ຽງຄອບຄົວຂອງລາວໄດ້.

ຫຼາຍຄົນຖາມລາວວ່າຮູ້ສຶກແນວໃດ ຈາກຊີວິດທີ່ຢູ່ໃນ Spotlight  ທີ່ຄວນຈະຍິ່ງໃຫຍ່ ມີຊື່ສຽງກວ່ານິ ໃນວົງການບານເຕະທີ່ມີລາຍໄດ້ມະຫາສານ ກັບກາຍມາເປັນພຽງຊາວປະມົງທຳມະດາຄົນໜຶ່ງແບບນີ້. ລາວໄດ້ຕອບໄປແບບຢ່າງເດັດດ່ຽວວ່າ ຊີວິດຊາວປະມົງ ບໍ່ແມ່ນຊີວິດທີ່ໜ້າອາຍ ມັນກໍຄືກັບອາຊີບທົ່ວໄປ ແລະການທີ່ຂ້ອຍໄດ້ອອກມາໃຊ້ຊີວິດຢູ່ກັບທະເລ ມັນເຮັດໃຫ້ຂ້ອຍຮູ້ສຶກກັບມາມີຊີວິດຊີວາອີກເທື່ຶອໜຶ່ງ, ຂ້ອຍຕື່ນເຕັ້ນທຸກໆເຊົ້າທີ່ຕ້ອງຕື່ນມາ ແລ້ວລົງເຮືອໄປຫາປາ ເຊິ່ງມັນເປັນຄວາມຮູ້ສຶກທີ່ໄດ້ຫາຍໄປຈາກຕົວຂ້ອຍເປັນເວລາ 10ກວ່າປີແລ້ວ ແລະ ຕອນນີ້ມີຄວາມສຸກສຸດໆກັບການໃຊ້ຊີວິດແບບນີ້.

ສຸດທ້າຍແລ້ວການໃຊ້ຊີວິດ ມັນກໍຂຶ້ນກັບຄວາມພໍໃຈຂອງແຕ່ລະຄົນ ຄຳວ່າຄວາມສຳເລັດໃນຊີວິດ ຫຼື ຈຸດສູງສຸດຂອງຄົນໆໜຶ່ງ ອາດຈະບໍໍ່ກົງກັບອີກຫຼາຍຄົນໃນໂລກນີ້ກໍໄດ້ ເພາະຄຸນຄ່າທີ່ເຮົາຍຶດຖືມັນບໍ່ຄືກັນ.              

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/