ເອົາໃຈພະນັກງານຫ້ອງການທີ່ຢາກຢູ່ກັບທຳມະຊາດ ດ້ວຍປຸ່ມແປ້ນພິມທີ່ມີຕົ້ນໄມ້ຂະໜາດນ້ອຍ ເຮັດໃຫ້ການພິມມີຊີວິດຊີວາຂຶ້ນ


ສຳລັບຊາວອັອບຟິດທີ່ນັ່ງເຮັດວຽກຢູ່ຫ້ອງການເປັນປະຈຳ ແລ້ວຢາກອອກໄປສຳຜັດກັບທຳມະຊາດ ແຕ່ມີເວລາໜ້ອຍໃນການພັກວຽກ ໜ້າຈະເປັນເລື່ອງທີ່ດີເລີຍຖ້າໄດ້ເຫັນຕົ້ນໄມ້ບັນຍາກາດສີຂຽວຂອງສິ່ງແວດລ້ອມໃນບ່ອນເຮັດວຽກ ຍິ່ງເປັນຂອງທີ່ຢູ່ໃກ້ຕົວແລ້ວຍິ່ງຮູ້ສຶກໄດ້ສຳຜັດກັບທຳມະຊາດ ເຊັ່ນປຸ່ມແປ້ນພິມຂອງ Dwarf Factory ທີ່ຄືກັບການຍົກເອົາຕົ້ນໄມ້ຂະໜາດນ້ອຍມາໄວ້ເທິງໜ້າໂຕະເຮັດວຽກ.

Dwarf Factory ໄດ້ຜະລິດປຸ່ມແປ້ນພິມສຸດໜ້າຮັກທີ່ມີພືດທຽມໄວ້ໃນປຸ່ມ ເຮັດໃຫ້ການພິມວຽກຂອງເຮົາບໍ່ໜ້າເບື່ອ ແລະ ມີສີສັນຂຶ້ນ. ເຖິງວ່າປຸ່ມແປ້ນພິມເຫຼົ່ານັ້ນຈະເປັນຂອງທຽມ ແຕ່ກໍມີລາຍລະອຽດທີ່ຄືກັບຂອງແທ້ຫຼາຍ ທັງກ້ອນຫີນ, ພືດຂະໜາດນ້ອຍ, ຫຍ້າ ແລະ ດິນ ເພາະເປັນງານທີ່ເຮັດດ້ວຍມືຢ່າງປານີດ. ເຊື່ອວ່າປຸ່ມແປ້ນພິມດັ່ງກ່າວ ເຮັດໃຫ້ການພິມຂອງເຮົາມີຊີວິດຊີວາຂຶ້ນຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/