FIFA ປະກາດ ຣັດເຊຍໝົດສິດເຂົ້າຮ່ວມ FIFA WORLD CUP 2022


ສືບເນື່ອງມາຈາກມາດຕະການລົງໂທດຣັດເຊຍ ທີ່ນຳກຳລັງທະຫານບຸກດິນແດນຢູເຄຣນ ເຮັດໃຫ້ກ່ອນໜ້ານີ້ ທາງສະຫະພັນບານເຕະໂລກ (FIFA) ແລະ ສະຫະພັນບານເຕະຢູໂຣບ (UEFA) ສັ່ງຫ້າມບໍ່ໃຫ້ມີການຈັດການແຂ່ງຂັນລະດັບນານາຊາດໃນປະເທດຣັດເຊຍ ແລະ ຫ້າມໃຊ້ທົງຊາດພ້ອມກັບເພງຊາດຣັດເຊຍໃນການແຂ່ງຂັນທີ່ມີທີມຊາດ ຫຼື ສະໂມສອນຈາກຣັດເຊຍເຂົ້າຮ່ວມ.

ຫຼ້າສຸດ ສະຫະພັນບານເຕະໂລກ ຮ່ວມກັນກັບ ສະຫະພັນບານເຕະຢູໂຣບ ໄດ້ປະກາດວ່າ ຈະສັ່ງຫ້າມ ທີມຊາດຣັດເຊຍ ແລະ ສະໂມສອນບານເຕະທີ່ມາຈາກຣັດເຊຍ ລົງການແຂ່ງຂັນບານເຕະ ໃນລະດັບນານາຊາດທຸກລາຍການ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນກວ່າຈະມີຄຳສັ່ງປ່ຽນແປງ.

ເລື່ອງດັ່ງກ່າວ ສົ່ງຜົນກະທົບທັນທີຕໍ່ທີມຊາດຣັດເຊຍ ໃນການແຂ່ງຂັນບານເຕະໂລກ 2022 ຮອບ play-off (ເປັນການຄັດເລືອກແບບ Knock Out ກ່ອນຈະໄປຮອດຮອບ 32 ທີມສຸດທ້າຍ), ບານເຕະຍິງທີມຊາດຣັດເຊຍ ຜູ້ທີ່ຈະແຂ່ງຂັນໃນຮອບສຸດທ້າຍຂອງສະຫະພັນແມ່ຍິງແຫ່ງຊາດຢູໂຣບ 2022, ລວມທັງ ສະໂມສອນ Spartak Moscow ທີ່ມີກໍານົດຈະລົງແຂ່ງຂັນໃນຮອບ 16 ທີມສຸດທ້າຍ ຂອງລາຍການ Europa League ທັງໝົດນີ້ແມ່ນຖືກຕັດສິດອອກຈາກການແຂ່ງຂັນເປັນທີ່ຮຽບຮ້ອຍແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/