ປະທານາທິບໍດີ ວະລາດິເມຍ ປູຕິນ ສັ່ງກອງກຳລັງນິວເຄຼຍໃຫ້ກຽມຄວາມພ້ອມ ເພື່ອຕອບໂຕ້ການຖະແຫຼງການຂອງ NATO


ວັນທີ 27 ກຸມພາ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ໄດ້ຖະແຫຼງການຜ່ານທາງໂທລະພາບ ສັ່ງໃຫ້ກອງກຳລັງນິວເຄຼຍກຽມຄວາມພ້ອມໃນລະດັບສູງເພື່ອຕອບໂຕ້ຖະແຫຼງການຈາກສະມາຊິກແຖວໜ້າຂອງອົງການ NATO.

ຈາກຄຳສັ່ງການດັ່ງກ່າວ ນັ້ນໝາຍຄວາມວ່າ ປູຕິນ ສັ່ງການໃຫ້ເພີ່ມຄວາມກຽມພ້ອມສຳລັບການຍິງອາວຸດນິວເຄຼຍຂອງຣັດເຊຍ ເຊິ່ງສົ່ງຜົນໃຫ້ເກີດຄວາມກັງວົນວ່າ ສະຖານະການເຄັ່ງຕຶງນີ້ຈະນຳໄປສູ່ການເກີດສົງຄາມນິວເຄຍຼ.

ພ້ອມກັນນັ້ນຜູ້ນຳຣັດເຊຍ ຍັງກ່າວອ້າງເຖິງການກະທຳຂອງຊາດຕາເວັນຕົກ ທີ່ດຳເນີນມາດຕະການຂວໍ້າບາດທາງເສດຖະກິດຂັ້ນຮຸນແຮງຕໍ່ຣັດເຊຍ ເຊິ່ງລວມເຖິງຂັ້ນການປົດທະນາຄານຣັດເຊຍອອກຈາກລະບົບໂອນເງິນຂອງໂລກຢ່າງ SWIFT ແລະ ເຮັດການຂວໍ້າບາດປູຕິນໂດຍກົງ.

“ຊາດຕາເວັນຕົກບໍ່ພຽງດຳເນີນການແບບບໍ່ເປັນມິດກັບປະເທດຂອງເຮົາໃນດ້ານເສດຖະກິດເທົ່ານັ້ນ ແຕ່ເຈົ້າໜ້າທີ່ລະດັບສູງຈາກສະມາຊິກຊັ້ນນຳຂອງ NATO ຍັງອອກຖະແຫຼງການທີ່ໄປໃນທາງຮຸກຮານຕໍ່ປະເທດຂອງເຮົາ” ປະທານາທິບໍດີ ວະລາດິເມຍ ປູຕິນ ໄດ້ກ່າວ.

ຄຳສັ່ງຂອງປູຕິນມີຂຶ້ນໃນລະຫວ່າງການປະຊຸມກັບເຈົ້າໜ້າທີ່ລະດັບສູງກ່ອນໜ້ານີ້ ໂດຍ ປູຕິນໄດ້ເປີດເຜີຍວ່າ ໄດ້ມອບໝາຍຄຳສັ່ງຕໍ່ຣັດຖະມົນຕີກະຊວງປ້ອງກັນປະເທດແລະເສນາທິການທະຫານກອງທັບບົກ ໃຫ້ສັ່ງການກອງກຳລັງນິວເຄຼຍ ເພື່ອເຂົ້າສູ່ “ໂໝດພິເສດສຳລັບພາລະກິດການຮົບ”.

ທີ່ມາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/