ຜູ້ນຳ 8 ປະເທດ ສະມາຊິກສະຫະພາບຢູໂຣບຖະແຫຼງການເຫັນດີປະຊຸມດ່ວນເພື່ອຮັບເອົາຢູເຄຣນເຂົ້າເປັນສະມາຊິກ


ໃນວັນທີ 1 ມີນາ ຜູ້ນຳ 8 ສະມາຊິກຈາກທັງໝົດ 27 ປະເທດໃນສະຫະພາບຢູໂຣບ (EU) ເປີດຈົດໝາຍຖະແຫຼງການຮ່ວມເຫັນດີກັນຈັດປະຊຸມວາລະເລັ່ງດ່ວນ ເພື່ອອະນຸມັດໃຫ້ຢູເຄຣນເຂົ້າເປັນສະມາຊິກໃໝ່ຂອງສະຫະພາບຢູໂຣບ ຢ່າງເປັນທາງການໃນທັນທີ, ຫຼັງຈາກ ປະທານາທິບໍດີຢູເຄຣນ ໂວໂລດິເມຍ ເຊເລນສະກີ ໄດ້ເຮັດການລົງນາມສະໝັກຂໍເຂົ້າເປັນສະມາຊິກສະຫະພາບຢູໂຣບໃນມື້ວານນີ້ (28 ກຸມພາ).

ໂດຍໃນຈົດໝາຍລະບຸວ່າ “ພວກເຮົາປະທານາທິບໍດີຂອງປະເທດສະມາຊິກໃນ EU ໄດ້ແກ່ ບັລແກເຣຍ, ສາທາລະນະລັດເຊັກ, ເອສໂຕເນຍ, ລັດເວຍ, ລິທົວເນຍ, ໂປແລນ, ສະໂລວາເກຍ ແລະ ສະໂລວີເນຍ ເຊື່ອໝັ້ນຢ່າງແຮງກ້າວ່າ ຢູເຄຣນສົມຄວນໄດ້ຮັບການອະນຸມັດເຂົ້າເປັນສະມາຊິກໃໝ່ຂອງສະຫະພາບຢູໂຣບໂດຍທັນທີ”.

ເມື່ອກ່ອນ ເອສໂຕເນຍ, ລັດເວຍ ແລະ ລິທົວເນຍ ເປັນ 3 ປະເທດທີ່ເຄີຍເປັນສ່ວນໜຶ່ງຂອງອະດີດສະຫະພາບໂຊວຽດ ແລະ ຕໍ່ມາກໍໄດ້ເຂົ້າມາເປັນສະມາຊິກຂອງສະຫະພາບຢູໂຣບໄດ້ສຳເລັດເມື່ອວັນທີ 1 ພຶດສະພາ 2004. ຖ້າຫາກຢູເຄຣນໄດ້ຮັບການອະນຸມັດໃຫ້ເປັນສະມາຊິກໃໝ່ຂອງສະຫະພາບຢູໂຣບ ຢູເຄຣນກໍຈະເປັນປະເທດທີ 28 ແລະ ເປັນປະເທດທີ 4 ທີ່ເຄີຍເປັນສ່ວນໜຶ່ງຂອງອະດີດສະຫະພາບໂຊວຽດ.

ກ່ອນໜ້ານີ້ໂຄເອເຊຍຖືເປັນປະເທດຫຼ້າສຸດທີ່ສະໝັກເຂົ້າເປັນສະມາຊິກສະຫະພາບຢູໂຣບໄດ້ສຳເລັດເມື່ອວັນທີ 1 ກໍລະກົດ 2013.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/