ອາເມຣິກາອະນຸມັດ ONE Male Condom ເປັນຖົງຢາງອະນາໄມສຳລັບຮ່ວມເພດທາງທະວານໜັກຕົວທຳອິດ


ທີ່ສະຫະລັດອາເມຣິກາ, ອົງການ FDA ໄດ້ອະນຸມັດໃຫ້ ONE Male Condom ຖົງຢາງອະນາໄມສຳລັບຮ່ວມເພດທາງທະວານໜັກຕົວທຳອິດສູ່ຕະຫຼາດໄດ້ແລ້ວ. ການອະນຸມັດດັ່ງກ່າວແມ່ນເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງການຕິດເຊື້ອຕ່າງໆຜ່ານການຮ່ວມເພດ STIs (Sexually Transmitted Infections) ແລະ ປ້ອງກັນການຖືພາ.

ຜະລິດຕະພັນ ONE Male Condom ແມ່ນຖົງຢາງລາເຕັກແບບທົ່ວໄປ ທີ່ມາໃນ 3 ຮູບແບບຄື: ມີມາດຕະຖານ, ບາງ ແລະ ພໍດີ. ເຊິ່ງການທົດສອບຄວາມປອດໄພ ແລະ ປະສິດທິພາບຂອງມັນຜ່ານອາສາສະໝັກຊາຍ 252 ຄົນ ທີ່ໄດ້ມີເພດສຳພັນກັບຊາຍ ແລະ ອາສາສະໝັກອີກ 252 ຄົນທີ່ມີເພດສຳພັນກັບແມ່ຍິງ ໃນອາຍຸລະຫວ່າງ 18 – 54 ປີ. ຜົນທີ່ໄດ້ຮັບ ພົບວ່າຄວາມລົ້ມເຫຼວຂອງຖົງຢາງດັ່ງກ່າວແມ່ນມີ 0.68% ສຳລັບເພດສຳພັນທາງທະວານໜັກ ແລະ 1.89% ສຳລັບເພດສຳພັນທາງຊ່ອງຄອດ. ສຳລັບເກນການຕັດສິນຂໍ້ຜິດພາດຂອງຖົງຢາງອະນາໄມແມ່ນຜ່ານຈຳນວນທີ່ຫຼຸດອອກ ຫຼື ການຂາດ ແລະ ທັງສອງຢ່າງ.

ກ່ອນໜ້ານີ້ ອົງການ FDA ບໍ່ໄດ້ມີການອະນຸມັດຖົງຢາງອະນາໄມຮູບແບບເຈາະຈົງສຳລັບການມີເພດສຳພັນທາງທະວານໜັກມາກ່ອນ. ການມີເພດສຳພັນທີ່ບໍ່ໄດ້ປ້ອງກັນທາງທະວານໜັກນັ້ນມີຄວາມສ່ຽງສູງທີ່ຈະນຳໄປສູ່ການຕິດເຊື້ອ HIV ເຊິ່ງໂອກາດຕິດເຊື້ອຈາກເພດສຳພັນທາງທະວານໜັກນັ້ນສູງກວ່າການມີເພດສຳພັນຜ່ານຊ່ອງຄອດ. ການອະນຸມັດນີ້ຈຶ່ງໄດ້ຊ່ວຍສ້າງຄວາມເທົ່າທຽມທາງດ້ານຄວາມປອດໄພຂອງສຸຂະພາບ ແລະ ພັດທະນາປະສິດທິພາບຂອງຜະລິດຕະພັນໃຫ້ກົງກັບຄວາມຕ້ອງການຂອງກຸ່ມປະຊາກອນທີ່ຫຼາກຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/