ຍີ່ປຸ່ນກຽມເປີດໂຮງຮຽນ E-sport ຢ່າງເຕັມຮູບແບບ


ປະເທດຍີ່ປຸ່ນກຳລັງຈະເປີດໂຮງຮຽນ ລະດັບມັດທະຍົມສຶກສາສະເພາະທາງ E-sport ເປັນແຫ່ງທຳອິດຂອງປະເທດໂດຍເນັ້ນໄປທີ່ການເສີມສ້າງ ແລະ ພັດທະນາບຸກຄະລາກອນເພື່ອໃຫ້ກ້າວເຂົ້າສູ່ວົງການ E-sport ແບບເຕັມຕົວ ໂດຍໃຊ້ຊື່ວ່າ Esport Hight School.

ທາງໂຮງຮຽນແມ່ນໄດ້ຮັບການສະໜັບສະໜູນຈາກ NTT (ບໍລິສັດໂທລະຄົມມະນາຄົມຍັກໃຫຍ່ຂອງປະເທດ) ແລະ ທີມ E-sport ຂອງສະໂມສອນບານເຕະ Tokyo Verdy ທີມໃນລີກອາຊີບປະເທດຍີ່ປຸ່ນ ເຊິ່ງໂຮງຮຽນແມ່ນຕັ້ງຢູ່ເຂດ Shibuya ຂອງ Tokyo ໃນຂະນະທີ່ສະພາບແວດລ້ອມພາຍໃນໂຮງຮຽນກໍຈະຖືກຈັດໃຫ້ເໝາະສົມກັບການຮຽນຮູ້ຂອງເຍົາວະຊົນໃຫ້ຫຼາຍທີ່ສຸດ.

ໃນໂຮງຮຽນສະເພາະທາງ ມີອຸປະກອນໃນການອຳນວຍຄວາມສະດວກທີ່ທັນສະໄໝຫຼາຍຢ່າງ ແລະ ສະເປັກຄອມພິວເຕີ ແບບຈັດເຕັມສຳລັບການຫຼິ້ນເກມໂດຍສະເພາະ ເຊັ່ນ: ໃນໂຮງຮຽນມີ  PC Galleria XA7C-R37 (ຊື່ຮຸ່ນຄອມພິວເຕີ) ຫຼາຍເຖິງ 40 ເຄື່ອງ ໂດຍມາພ້ອມກັບ  CPU Intel Core i7-11700 ແລະ GPU Nvidia GeForce RTX 3070. ສ່ວນອາຈານທີ່ມາສອນກໍຈະແມ່ນບັນດານັກກິລາ E-sport ທີ່ຜ່ານວົງການນີ້ມາແລ້ວ ເພື່ອຖ່າຍທອດຄວາມຮູ້ ແລະ ປະສົບການໃຫ້ນ້ອງໆໄດ້ຄວາມຮູ້ໃນທຸກໆມິຕິ.

ໃນຫຼັກສູດຫຼິ້ນເກມ ຍັງມີຫຼາກຫຼາຍເກມຫຼາຍປະເພດ ມາຮອງຮັບເພື່ອໃຫ້ເໝາະສົມກັບຄວາມຖະໜັດຂອງນັກຮຽນແຕ່ລະຄົນ ໂດຍຈະເນັ້ນໄປທີ່ປະເພດເກມທີ່ໃຊ້ໃນການແຂ່ງຂັນລະດັບໂລກ ບໍ່ວ່າຈະເປັນ ປະເພດ FPS, TPS, RTS ແລະ MOBA ເຊິ່ງແຕ່ລະປະເພດກໍຈະມີອາຈານຜູ້ຊ່ຽວຊານໃນແຕ່ລະເກມນຳ.

ໂຮງຮຽນນີ້ບໍ່ພຽງແຕ່ຈະໃຫ້ເປັນນັກກິລາເທົ່ານັ້ນ ເພາະທາງໂຮງຮຽນຍັງໄດ້ມີການສອນໃຫ້ນັກຮຽນເຫັນພາບກວ້າງໆໃນວົງການ E-sport. ຫຼັງຈາກຮຽນຈົບທີ່ໂຮງຮຽນນີ້ມາ ນັກຮຽນສາມາດນຳຄວາມຮູ້ໄປປັບໃຊ້ເຂົ້າໄປສູ່ຫຼາຍໆສາຂາອາຊີບໄດ້ເຊັ່ນ: Game Developer, 3DCG Designer, Game Designer, Programmer, Streamer ແລະ ອື່ນໆ.

ເຖິງແມ່ນວ່າຈະຂຶ້ນຊື່ວ່າເປັນໂຮງຮຽນ E-sport ແຕ່ນັກຮຽນຢູ່ນີ້ບໍ່ໄດ້ເຮັດພຽງແຕ່ຫຼິ້ນເກມຢ່າງດຽວ, ພວກເຂົາຍັງຈໍາເປັນຕ້ອງໄດ້ສຶກສາຫຼັກສູດມັດທະຍົມສຶກສາແບບທົ່ວໄປ ເພື່ອເປັນທາງເລືອກໃຫ້ແກ່ນັກຮຽນທີ່ຢາກຈະເຂົ້າຮຽນໃນລະດັບມະຫາວິທະຍາໄລຕໍ່ໄປ. ແຕ່ພິເສດແມ່ນ ໂຮງຮຽນນີ້ຈະມີຫຼັກສູດພິເສດ ເພື່ອເປັນທາງເລືອກໃໝ່ໆ ໃຫ້ແກ່ນັກຮຽນທີ່ຢາກເລືອກຮຽນຫຼັກສູນການຮຽນການສອນແບບເກົ່າໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/