ຄອບຄົວນາງ ນ້ຳຝົນ ປູກພືດເປັນສິນຄ້າ ລາຍໄດ້ປີໜຶ່ງ 200 ກວ່າລ້ານກີບ


ຄອບຄົວຂອງນາງ ນໍ້າຝົນ ວົງວິຈິດ ປະຊາຊົນບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ປະກອບອາຊີບກະສິກຳປູກພືດເປັນສິນຄ້າໝູນວຽນຕາມລະດູການເຊັ່ນ: ປູກມັນເພົາ, ມັນດ້າງ ແລະ ໝາກເລັ່ນ. ໃນແຕ່ລະປີສາມາດສ້າງລາຍຮັບ 200 ລ້ານກວ່າກີບ ເຮັດໃຫ້ເສດຖະກິດຄອບຄົວດີຂຶ້ນ ພາໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.

ນາງ ນໍ້າຝົນ ວົງວິຈິດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 25 ກຸມພານີ້ວ່າ: ຍ້ອນພໍ່ແມ່ປະກອບອາຊີບປູກຝັງມາຫຼາຍປີຈຶ່ງເຮັດໃຫ້ຕົນເອງເກີດຄວາມມັກຮັກ. ພາຍຫຼັງຮຽນຈົບວິຊາກົດໝາຍມາກໍບໍ່ໄດ້ໄປວຽກອື່ນ, ຫັນມາປະກອບອາຊີບກະສິກຳປູກພືດເປັນສິນຄ້າ ດ້ວຍການສືບທອດຕໍ່ຈາກພໍ່ແມ່ນັບແຕ່ປີ 2011 ເປັນຕົ້ນມາ. ເນື້ອທີ່ໃນການຜະລິດມີ 12 ໄຮ່ ສ່ວນໃຫຍ່ປູກມັນເພົາ, ມັນດ້າງ ແລະ ໝາກເລັ່ນໝູນວຽນຕາມລະດູການ ໂດຍມີແມ່ຄ້າມາຮັບຊື້ເອົາຢູ່ສວນກັບທີ່ເລີຍ. ສຳລັບການປູກມັນເພົາແມ່ນໄດ້ປູກໃນເດືອນ 11 ເກັບກູ້ໃນເດືອນ 2 ງົບປະມານໃນການຊື້ແນວພັນປະມານ 30 ລ້ານກວ່າກີບ, ຂາຍຕາມລາຄາທ້ອງຕະຫຼາດ ສະເພາະປີນີ້ຂາຍໝື່ນໜຶ່ງ 20 ພັນກີບ. ແລະການປູກມັນດ້າງກໍໄດ້ປູກພ້ອມກັນກັບມັນເພົາ, ເກັບກູ້ພ້ອມກັນ ລາຄາຂາຍໝື່ນໜຶ່ງ 50 ພັນກີບ. ສຳລັບການປູກໝາກເລັ່ນແມ່ນໄດ້ປູກໃນເດືອນ 9, ເກັບກູ້ໃນເດືອນ 12 ນໍາໃຊ້ງົບປະມານບໍ່ຫຼາຍຄືກັບມັນເພົາ, ລາຄາຂາຍປີນີ້ໝື່ນໜຶ່ງ 15-20 ພັນກີບ. ການປູກພືດແມ່ນເນັ້ນໃສ່ການບົວລະບັດຮັກສາ, ເສຍຫຍ້າ ແລະ ໃສ່ຝຸ່ນຫົດນໍ້າເພື່ອໃຫ້ພືດຈະເລີນເຕີບໃຫຍ່ແຂງແຮງສາມາດໃຫ້ຜົນຜະລິດຫຼາຍ.

ນາງ ນໍ້າຝົນ ວົງວິຈິດ ໄດ້ສ້າງຄອບຄົວກັບທ້າວ ກ໋ອບ ປັນຍາວົງ ອາຊີບຄູສອນ ທັງສອງໄດ້ເປັນແຮງງານຫຼັກໃນການລົງມືທຳການຜະລິດບວກກັບແຮງງານຂອງປະຊາຊົນພາຍໃນບ້ານຈຳນວນໜຶ່ງມາຊ່ວຍເກັບກູ້ໃນແຕ່ລະມື້, ຜູ້ລະ 100,000 ກີບຕໍ່ມື້. ການປູກພືດຂອງຄອບຄົວນາງ ນໍ້າຝົນ ວົງວິຈິດ ນອກຈາກເປັນສິນຄ້າແລ້ວ ຍັງເປັນການອອກແຮງງານສ້າງລາຍຮັບໃຫ້ຄອບຄົວໃນແຕ່ລະປີ ເຮັດໃຫ້ຄອບຄົວພົ້ນທຸກ, ສາມາດຊື້ດິນສວນຕື່ມອີກ ທັງຊ່ວຍໃຫ້ປະຊາຊົນພາຍໃນບ້ານມີວຽກເຮັດງານທຳສ້າງລາຍຮັບສູ່ຄອບຄົວໃຫ້ກຸ້ມກິນ.

ທ່ານນາງ ໄຄສີ ຂິນທະວົງ ປະທານສະຫະພັນແມ່ຍິງເມືອງຫາດຊາຍຟອງ ໃນນາມການຈັດຕັ້ງເມືອງໄດ້ກ່າວຢັ້ງຢືນວ່າ: ຄອບຄົວຂອງນາງ ນໍ້າຝົນ ວົງວິຈິດ ເປັນຄອບຄົວຕົວແບບ 3 ດີ, ເປັນຄອບຄົວທີ່ມີຄວາມສະຫງົບພາຍໃນບ້ານ, ດຸໝັ່ນໃນການອອກແຮງງານຜະລິດຜົນ, ຮູ້ຈັກໝູນໃຊ້ເນື້ອທີ່ໃຫ້ເປັນປະໂຫຍດ ແລະ ປູກຝັງເປັນສິນຄ້າພາໃຫ້ຄອບຄົວພົ້ນທຸກ.

ຂອບໃຈຂໍ້ມູນຈາກ: https://bit.ly/3K2zWi2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/