ກຸ່ມຕາລີບັນເຂົ້າສະຫຼາຍການຊຸມນຸມ ຫຼັງແມ່ຍິງອັບການິສຖານຫຼາຍຄົນ ລວມຕົວກັນປະທ້ວງ ເພື່ອຮຽກຮ້ອງເຖິງໜ້າທີ່ວຽກງານ ແລະ ອິດສະຫຼະພາບ 

ກຸ່ມຕາລີບັນ

ໃນປີ 2021 ກຸ່ມກໍ່ການຮ້າຍຢ່າງຕາລີບັນແມ່ນໄດ້ກັບມາຍຶດຄອງອໍານາດໃນອັບການິສຖານຄືນ ເຮັດໃຫ້ເກີດຫຼາຍປະເດັນທີ່ສຳຄັນຫຼາຍຢ່າງບໍ່ວ່າຈະເປັນບັນຫາທາງເສດຖະກິດ, ການເປັນຢູ່ຂອງປະຊາຊົນ ໂດຍສະເພາະເລື່ອງການກົດທັບສິດທິຂອງແມ່ຍິງ ເຮັດໃຫ້ຫຼ້າສຸດນີ້ໄດ້ມີກຸ່ມແມ່ຍິງຫຼາຍສິບຄົນອອກມາລວມຕົວກັນປະທ້ວງ ເພື່ອຮຽກຮ້ອງເຖິງສິດທິດັ່ງກ່າວ.

ກຸ່ມຕາລີບັນ

“ຄວາມຍຸຕິທໍາ ຄວາມຍຸຕິທຳ ພວກເຮົາສຸດທົນກັບການເມີນເສີຍນີ້ແລ້ວ” ນີ້ຄືສຽງຮ້ອງຂຶ້ນຂອງກຸ່ມແມ່ຍິງທີ່ເຮັດການຊຸມນຸມເພື່ອຮຽກຮ້ອງສິດທິ.

ເມື່ອວັນທີ 14 ສິງຫາ 2022 ເວັບໄຊຕ່າງປະເທດໄດ້ລາຍງານວ່າມີກຸ່ມແມ່ຍິງຈໍານວນປະມານ 40 ຄົນທີ່ບໍ່ໄດ້ປິດບັງໃບໜ້າໄດ້ອອກມາເດີນຂະບວນທີ່ໜ້າກະຊວງສຶກສາທິການໃນນະຄອນຄາບູລ ເມືອງຫຼວງຂອງອັບການິສຖານ ພ້ອມກັບຮ້ອງຂຶ້ນວ່າ “ເງິນ, ວຽກງານ, ອິດສະຫຼະພາບ” ເຊິ່ງໃນກຸ່ມຜູ້ຮ່ວມຊຸມນຸມມີບາງຄົນຖືປ້າຍຂໍ້ຄວາມທີ່ຂຽນວ່າ “15 ສິງຫາ ຄືມື້ທີ່ໂຫດຮ້າຍ” (August 15 is a black day)

ກຸ່ມຕາລີບັນ

ການປະທ້ວງນີ້ເປັນໄປເພື່ອຮຽກຮ້ອງສິດທິດ້ານການເຮັດວຽກ, ການສຶກສາ ແລະ ສິດທິໃນການມີສ່ວນຮ່ວມໃນທາງການເມືອງຂອງແມ່ຍິງທີ່ຖືກລົບລ້າງໄປ ນັບຕັ້ງແຕ່ກຸ່ມຕາລີບັນກັບມາຍຶດນະຄອນຄາບູລເມື່ອວັນທີ 15 ສິງຫາ ປີ 2021.

ກຸ່ມຕາລີບັນ

ຢ່າງໃດກໍດີ ກຸ່ມຕາລີບັນໄດ້ເຂົ້າສະຫຼາຍການຊຸມນຸມ ດ້ວຍການຍິງປືນຂຶ້ນຟ້າຫຼາຍນັດ ຍຶດປ້າຍຊຸມນຸມ ແລະ ໂທລະສັບຂອງຜູ້ປະທ້ວງ. ຜູ້ຊຸມນຸມໄດ້ໃຫ້ສຳພາດກັບສື່ວ່າ ການສະຫຼາຍການຊຸມນຸມຂອງກຸ່ມຕາລີບັນຄັ້ງນີ້ແມ່ນແຕກຕ່າງຈາກຄັ້ງທີ່ຜ່ານມາ ເພາະວ່າກຸ່ມຕາລີບັນຈະໄລ່ຕີຜູ້ຊຸມນຸມເພື່ອສະຫຼາຍການປະທ້ວງ.

ທາງດ້ານ ມຸນິສາ ມຸບາຣິສ (Munisa Mubariz) ເຊິ່ງເປັນໜຶ່ງໃນຜູ້ຊຸມນຸມຄັ້ງນີ້ ໄດ້ບອກວ່າ ຕົນເອງຍັງຈະຮຽກຮ້ອງໃຫ້ແມ່ຍິງທີ່ມາຮ່ວມກັນຊຸມນຸມ ເດີນໜ້າປະທ້ວງຕໍ່ໄປ ໂດຍ ມຸນິສາ ກ່າວວ່າ “ເຖິງວ່າຕາລີບັນຢາກຈະປິດປາກພວກເຮົາເທົ່າໃດ ກໍເປັນໄປບໍ່ໄດ້ ເຮົາຍັງຈະປະທ້ວງຕໍ່ໄປ”.

ກຸ່ມຕາລີບັນ

ຂະນະທີ່ທາງດ້ານ ຣິຊາດ ເບນເນັດ (Richard Bennett) ຜູ້ລາຍງານພິເສດຂອງ UN ດ້ານສິດທິມະນຸດໃນອັບການິສຖານໄດ້ກ່າວວ່າ ນະໂຍບາຍທີ່ຜ່ານມາຂອງກຸ່ມຕາລີບັນແມ່ນສະແດງໃຫ້ເຫັນເຖິງຮູບແບບການແບ່ງແຍກເພດໂດຍສົມບູນ ແລະມຸ່ງເປົ້າທີ່ຈະເຮັດໃຫ້ແມ່ຍິງ ‘ຖືກເບິ່ງບໍ່ເຫັນ’ ໃນສັງຄົມນີ້.

ທັງນີ້ ຕັ້ງແຕ່ຕາລີບັນກັບມາຄອງອໍານາດໃນອັບການິສຖານ ສິດທິຂອງແມ່ຍິງໃນສັງຄົມແມ່ນຖືກລົດລົງໄປເລື້ອຍໆ ເດັກນ້ອຍຜູ້ຍິງຫຼາຍຄົນແມ່ນຖືກກີດກັນໃຫ້ອອກຈາກການສືກສາ, ແມ່ຍິງຫຼາຍຄົນແມ່ນຖືກບີບບັງຄັບໃຫ້ອອກຈາກບ່ອນເຮັດວຽກທີ່ກ່ຽວຂ້ອງກັບລັດ ລວມເຖິງການອອກກົດໝາຍຈໍາກັດການເດີນທາງຂອງຜູ້ຍິງອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ