ເກົາຫຼີເໜືອປະກາດໄຊຊະນະໂຄວິດ-19 ພ້ອມ ຍົກເລີກມາດຕະການໃສ່ໜ້າກາກອະນາໄມ

ໂຄວິດ-19

ໃນສະຖານະການປັດຈຸບັນທີ່ກ່ອນໜ້ານີ້ຫຼາຍໆປະເທດທົ່ວໂລກ ກໍໄດ້ອອກມາປະກາດມາດຕະການຜ່ອນຜັນກ່ຽວກັບການຄວບຄຸມການແຜ່ລະບາດຂອງ ໂຄວິດ-19 ເຊັ່ນການຍົກເລີກໃສ່ໜ້າກາກອະນາໄມ, ຍົກເວັ້ນການກັກຕົວ ຫຼື ເວັ້ນໄລຍະຫ່າງ ເຊິ່ງຫຼ້າສຸດນີ້ເກົາຫຼີເໜືອກໍໄດ້ອອກມາປະກາດກ່ຽວກັບການຍົກເລີກມາດຕະການໃສ່ໜ້າກາກອະນາໄມແລ້ວ.

ໂຄວິດ-19

ໂດຍໃນວັນທີ 13 ສິງຫາທີ່ຜ່ານມາ ສຳນັກງານຂ່າວກາງເກົາຫຼີ (Korea Central News Agency: KCNA) ໄດ້ລາຍງານວ່າ ລັດຖະບານເກົາຫຼີເໜືອປະກາດຍົກເລີກມາດຕະການບັງຄັບໃສ່ໜ້າກາກອະນາໄມ ພ້ອມທັງຜ່ອນຜັນມາດຕະການຮັກສາໄລຍະຫ່າງແລະມາດຕະການອື່ນໆທີ່ກ່ຽວຂ້ອງ ເພື່ອຄວບຄຸມແລະປ້ອງກັນການແຜ່ລະບາດຂອງໂຄວິດ-19.

“ຂັ້ນຕອນການບັງຄັບໃສ່ໜ້າກາກອະນາໄມຈະຖືກຍົກເລີກໃນທຸກພື້ນທີ່ ຍົກເວັ້ນພື້ນທີ່ແນວໜ້າ ເມືອງ ແລະບໍລິເວນທີ່ຕິດຊາຍແດນ ເນື່ອງຈາກທົ່ວປະເທດໄດ້ກາຍເປັນເຂດໄຮ້ໂຣກລະບາດແລ້ວ” ໃນລາຍງານລະບຸ.

ໂຄວິດ-19

ທັງນີ້ ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກທີ່ ຜູ້ນຳເກົາຫຼີເໜືອ ຄິມ ຈອງອຶນ ໄດ້ປະກາດໄຊຊະນະໂຄວິດໃນໄລຍະຕົ້ນອາທິດທີ່ຜ່ານມາ ເຊິ່ງນັບເປັນໄລຍະການແຜ່ລະບາດຂອງໂຄວິດພຽງບໍ່ເທົ່າໃດເດືອນເທົ່ານັ້ນ ຫຼັງຈາກທີ່ເກົາຫຼີເໜືອລາຍງານຜູ້ຕິດເຊື້ອໂຄວິດຄົນທໍາອິດໃນໄລຍະເດືອນພຶດສະພາທີ່ຜ່ານມາ.

ແລະໃນໄລຍະເວລາຕໍ່ມາ ໂຍຈອງ ນ້ອງສາວຂອງ ຄິມຈອງອຶນ ຜູ້ນຳສູງສຸດເກົາຫຼີເໜືອຍັງມີການກ່າວຫາເກົາຫຼີໃຕ້ວ່າເປັນຕົ້ນເຫດຂອງການແຜ່ລະບາດຂອງໂຄວິດພາຍໃນປະເທດ ຈາກກໍລະນີການທີ່ນັກເຄື່ອນໄຫວຊາວເກົາຫຼີໃຕ້ປ່ອຍລູກປູມເປົ້າທີ່ບັນຈຸໃບປິວຊວນເຊື່ອ, ເງິນໂດລາ ແລະ ສິ່ງຂອງຕ່າງໆ ຂ້າມຊາຍແດນມາທີ່ຝັ່ງເກົາຫຼີເໜືອ ໂດຍ ໂຍຈອງອ້າງວ່າມັນເປັນການກໍ່ອາຊະຍາກໍາຕໍ່ມະນຸດຊາດ ພ້ອມເຕືອນວ່າຈະດໍາເນີນການຕອບໂຕ້ຢ່າງຮຸນແຮງ.

ໂຄວິດ-19

ຢ່າງໃດກໍຕາມ ສຳລັບປະຊາຊົນທີ່ມີອາການຂອງໂຣກທາງເດີນຫາຍໃຈ ແມ່ນຍັງໄດ້ຮັບຄໍາແນະນໍາໃຫ້ສວມໃສ່ໜ້າກາກອະນາໄມ ໂດຍລັດຖະບານນະຄອນປຽງຢາງ ຍັງຊໍໃຫ້ປະຊາຊົນ ‘ຕື່ນຕົວລະມັດລະວັງ’ ຕໍ່ “ສິ່ງທີ່ຜິດປົກກະຕິ” ເຊິ່ງຫຼາຍຄົນຄາດວ່າໝາຍເຖິງລູກປູມເປົ້າທີ່ບັນຈຸໃບປິວຊວນເຊື່ອ ແລະສິ່ງຂອງຈາກເກົາຫຼີໃຕ້.

ທີ່ຜ່ານມານີ້ເກົາຫຼີເໜືອບໍ່ມີການເປີດເຜີຍຕົວເລກຜູ້ຕິດເຊື້ອໂຄວິດທີ່ຊັດເຈນ ແຕ່ວ່າໄດ້ມີການບັນທຶກຂໍ້ມູນຂອງຜູ້ທີ່ມີອາການໄຂ້ສູງ ເຊິ່ງພົບວ່າໃນໄລຍະການລະບາດຂອງໂຄວິດນັບຕັ້ງແຕ່ເດືອນເມສາ ສາມາດບັນທຶກຕົວເລກປະຊາຊົນທີ່ມີອາການໄຂ້ສູງເກືອບ  4.8 ລ້ານຄົນ. ນອກຈາກນີ້ແລ້ວຍັງມີລາຍງານຜູ້ເສຍຊີວິດຈາກໂຄວິດຈໍານວນ 74 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ