ຜ່ານມາ ສປປ ລາວ ສົ່ງສິນຄ້າໃຫ້ອິນເດຍ ມີໂລຫະຄຳປະສົມເງິນ, ກົ່ວ, ຜະລິດຕະພັນໄມ້, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ

ສປປ ລາວ

ໃນວັນທີ 10 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ດິງກາ ອັດຕະນາ (Dinkar Asthana), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອິນເດຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ເນື່ອງໃນໂອກາດທີ່ທ່ານ ມະໄລທອງ ກົມມະສິດ ໄດ້ດຳລົງຕໍາແໜ່ງເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ໃໝ່,

ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ດິງກາ ອັດຕະນາ ທີ່ໄດ້ເຂົ້າຢ້ຽມໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອິນເດຍ, ອິນເດຍ -ລາວ ກໍຄື ປະຊາຊົນສອງປະເທດ ໂດຍສະເພາະ ດ້ານການຄ້າລາວ-ອິນເດຍ ໃຫ້ນັບມື້ຂະຫຍາຍຕົວດີຂຶ້ນ.

ສປປ ລາວ

ໃນໂອກາດນີ້, ທ່ານ ທູດອິນເດຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ມະໄລທອງ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ການພົບປະຄັ້ງນີ້ ເພື່ອສະແດງຄວາມຍິນດີກັບ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ໃໝ່, ພ້ອມທັງຖືໂອກາດນີ້ ແລກປ່ຽນ ແລະ ປຶກສາຫາລືບັນດາວຽກທີ່ຕິດພັນ ລະຫວ່າງການຄ້າຂອງ ສປປ ລາວ ແລະ ອິນເດຍ.

ສປປ ລາວ

ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປອິນເດຍໃນໄລຍະຜ່ານມາ ມີໂລຫະຄຳປະສົມເງິນ, ກົ່ວ, ຜະລິດຕະພັນໄມ້, ກາເຟ (ຍັງບໍ່ທັນປຸງແຕ່ງ), ຂີ້ຊີ, ເກືອໂບຣມ, ເຄື່ອງນຸ່ງ ແລະ ອື່ນໆ; ສິນຄ້າຫຼັກທີ່ ສປປ ລາວ ນຳເຂົ້າຈາກອິນເດຍ ມີຜະລິດຕະພັນການຢາ, ພາຫະນະທາງບົກ (ລົດໄຖນາ ແລະ ລົດຈັກ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນລົດຈັກ, ຝ້າຍ ແລະ ຜະລິດຕະພັນຈາກຝ້າຍ, ເຄື່ອງນຸ່ງ ແລະ ອື່ນໆ.

ຂໍ້ມູນຈາກ: https://cutt.ly/IZ5PcWc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ