ເກມຈົບຄົນບໍ່ຈົບ! Thomas Tuchel ແລະ Antonio Conte ເກືອບວາງມວຍກັນ ຫຼັງຈົບເກມທີ່ສະເໝີກັນໄປ 2 ປະຕູຕໍ່ 2

Thomas Tuchel

ຈົບລົງໄປແລ້ວ ກັບການແຂ່ງຂັນອັນດຸເດືອດ ໃນເສິກລອນດອນ ດາບີ້ ເຊິ່ງເປັນການພົບກັນ ລະຫວ່າງ ເຊວຊີ ທີ່ເປີດສະໜາມ Stamford Bridge ຕ້ອນຮັບການມາຢາມຂອງ ທັອດແນັມ ຮັອດສະເປີ ທີມທີ່ກຳລັງມາແຮງໃນຕອນນີ້.

Thomas Tuchel

ໃນເກມການແຂ່ງຂັນນັ້ນເອີ້ນໄດ້ວ່າ ດຸເດືອດສົມສັກສີຂອງທັງສອງ ທີມ ເພາະໃນຮູບເກມແມ່ນຕ່າງຝ່າຍຕ່າງຫຼິ້ນຢູ່ໃນເກມຂອງຕົນເອງ ແລະ ຍິງປະຕູລວມກັນໄປເຖິງ 4 ປະຕູ ໃນຮູບແບບທີ່ວ່າ ໄລ່ຍິງຕາມກັນ ແບບບີບຫົວໃຈສຸດໆ.

Thomas Tuchel

ໂດຍໃນນັດນິ້ ມີປະຕູຕັ້ງແຕ່ນາທີ 19 ຂອງເກມ ໂດຍເປັນທາງຂອງ ເຊວຊີ ໃນມືຂອງ ໂທມາສ ທູເຄີ ທີ່ໄດ້ເຮກ່ອນ ແລະ ເປັນປະຕູທີ່ເຮັດໃຫ້ແຟນໆ ເຊວຊີ ນັ້ນຍິ້ມບໍ່ຢຸດ ເພາະເປັນປະຕູທີ່ເກີດຈາກການປະສານງານກັນຂອງ 2 ນັກເຕະໃໝ່ທີ່ຫາກໍຊື້ເຂົ້າມາຮ່ວມທີມໃນປີນີ້. ໂດຍເປັນທາງຂອງ ມາກ ຄຸຄູເລຍ່າ (Marc Cucurella) ແບັກຊ້າຍຄົນໃໝ່ ທີ່ເປີດບານເຕະແຈ ເຂົ້າມາໃຫ້ກັບ ຄາລິບູ ຄູລິບາລີ້ (Kalidou Koulibaly) ຍິງເຂົ້າໄປຢ່າງສວຍງາມ ຊ່ວຍໃຫ້ເຊວຊີຂຶ້ນນຳໄປກ່ອນ 1 ປະຕູຕໍ່ 0 ແລະ ຈົບເຄິ່ງເວລາທຳອິດໄປດ້ວຍ ສະກໍນີ້.

Thomas Tuchel

ເລີ່ມຕົ້ນເຄິ່ງເວລາທີ 2 ມາໃນນາທີ 68 ສະເປີ ກໍມາຍິງປະຕູຕີສະເໝີເປັນ 1 ປະຕູຕໍ່ 1 ໄດ້ໂດຍ ປິແອ ຮອຍແບກ (Pierre-Emile Hojbjerg) ກອງກາງເລືອດ ເດນມາກ ທີ່ຄວ້າໂອກາດຈາກຄວາມຜິດພາດຂອງທາງຝັ່ງ ເຊວຊີ ເອງ ແລະ ປະຕູນີ້ ອາດເປັນປະຕູທີ່ເປີດຄວາມດຸເດືອດຂ້າງສະໜາມ ເພາະ ເຮັດໃຫ້ ອັນໂຕນິໂອ ຄັອນເຕ້ ຄູເຝິກເຈົ້າລະບຽບຂອງ ທັອດແນັມ ຮັອດສະເປີ ສະແດງອາການດີໃຈ ຫຼາຍ ຈົນລືມຕົວໄປສະແດງທ່າທີ່ດີໃຈໃກ້ກັບ ໂທມາສ ທູເຄີ ຄູເຝິກຂອງ ເຊວຊີ ຈົນເກີນໄປ ເຮັດໃຫ້ເກີດຄວາມບໍ່ພໍໃຈ ແລະ ໄດ້ມີການຖົກຖຽງກັນເລັກນ້ອຍ.

ແຕ່ຫຼັງແຟນ ສະເປີ ໄດ້ເຮພຽງແຕ່ 10 ນາທີເທົ່ານັ້ນ ສຽງນັ້ນກໍຕ້ອງໄດ້ງຽບລົງ ເພາະ ເຊວຊີ ກັບມາຕີຍິງປະຕູຂຶ້ນນຳໄປອີກເທື່ອໜຶ່ງ ເປັນ 2 ປະຕູຕໍ່ 1 ໃນນາທີ 77 ຈາກ ຣິສ ເຈມ (Reece James) ແບັກຂວາ ທີ່ໂດດເດັ່ນສຸດໆໃນການຫຼິ້ນເກມບຸກ.

Thomas Tuchel

ເກມນັດນີ້ເບິ່ງຄືວ່າຈະເປັນໄຊຊະນະຂອງ ເຊວຊີ ເຈົ້າບ້ານໄປຢູ່ແລ້ວ ແຕ່ໃນນາທີ 90+6 ມືທີ່ຊູຂຶ້ນເພື່ອກຽມສະຫຼອງໄຊຊະນະຂອງແຟນບານ ເຊວຊີ ນັ້ນກໍຕ້ອງເອົາມາຈັບຫົວດ້ວຍຄວາມ ຕົກໃຈ ແລະ ຄວາມເຫຼືອເຊື່ອ ເມື່ອ ເຮຣີ່ ເຄນ ກອງໜ້າຂອງ ສະເປີ ມາເອົາຫົວຕີບານເຂົ້າປະຕູໄປຢ່າງສວຍງາມ ເຮັດໃຫ້ນຳມາຕີສະເໝີໄດ້ ເປັນ 2 ປະຕູຕໍ່ 2 ແລະ ຈົບເກມແບ່ງຄະແນນກັນໄປທີມ ລະ 1 ຄະແນນ.

ຫຼັງຈົບເກມ ຈັງຫວະທີ່ຄູເຝິກທັງ 2 ຢ່າງມາຈັບມືກັນ ໂທມາສ ທູເຄິນ ຄູເຝິກຂອງ ເຊວຊີໄດ້ມີການບີບມື ແລ້ວບໍ່ຍອມປ່ອຍ ເຮັດໃຫ້ ຄັອນເຕ້ ບໍ່ພໍໃຈ ແລະ ໄດ້ປະທະອາລົມກັນຢ່າງຮຸນແຮງ ຈົນບັນດານັກເຕະ ແລະ ທີມງານຕ້ອງຟ້າວແລ່ນເຂົ້າມາຫ້າມ ແລະ ແຍກທັງສອງ ອອກຈາກກັນ ຈົນເກີດເປັນຄວາມວຸ້ນວາຍໃນໄລຍະໜຶ່ງ ກ່ອນທີ່ທັງສອງຈະໄດ້ຮັບໃບແດງ ຈາກກຳມະການ ແລະ ຖືກຫ້າມບໍ່ໃຫ້ລົງມາຄຸມທີມຂ້າງສະໜາມເປັນເວລາ 4 ນັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ