FIFA ຕົກລົງອະນຸມັດເລື່ອນການແຂ່ງຂັນບານໂລກ 2022 ໃຫ້ໄວຂຶ້ນ ມາເປັນວັນທີ 20 ພະຈິກ

ບານໂລກ

ສະຫະພັນບານເຕະສາກົນ ຫຼືວ່າ FIFA ປະກາດອະນຸມັດເລື່ອນໂປຣແກຣມການແຂ່ງຂັນ ບານໂລກ 2022 ທີ່ປະເທດກາຕາ ໃຫ້ໄວກວ່າກຳນົດຂຶ້ນອີກ 1 ມື້ ມາເປັນວັນທີ 20 ພະຈິກ 2022 ຈາກກຳນົດການກ່ອນໜ້ານີ້ແມ່ນວັນທີ 21 ພະຈິກ 2022.

ບານໂລກ

ສືບເນື່ອງມາຈາກຄວາມຕ້ອງການຂອງທາງເຈົ້າພາບ ປະເທດ ກາຕ້າ ທີ່ຕ້ອງການລົງຫຼິ້ນເປັນຄູ່ທຳອິດຂອງການແຂ່ງຂັນ ຈາກກ່ອນໜ້ານີ້ຄູ່ເປີດສະໜາມທີ່ຖືກວາງໄວ້ ແມ່ນ ຄູ່ລະຫວ່າງ ເຊເນກັລ ພົບກັບ ເນເທີແລນ ໃນວັນທີ 21 ພະຈິກ ກາຕ້າຈຶ່ງຂໍໃຫ້ທາງ FIFA ເລື່ອນຄູ່ຂອງຕົນ ທີ່ຈະພົບກັບ ທີມຊາດ ເອກວາດໍ ມາເຕະໃຫ້ໄວຂຶ້ນ ໃນວັນທີ 20 ພະຈິກ ແທນ.

ບານໂລກ

ໂດຍຂໍ້ສະເໜີດັ່ງກ່າວ ແມ່ນໄດ້ຮັບອະນຸມັດຈາກ ສະພາ FIFA ເຊິ່ງນຳໂດຍ ປະທານ FIFA ຄົນປັດຈຸບັນຢ່າງ ອິນຟານຕິໂນ ລວມເຖິງ ໄດ້ຮັບຄວາມເຫັນດີຈາກປະທານສະຫະພັນບານເຕະ ທັງ 6 ທະວີບ.

ສ່ວນວັນທີ 21 ພະຈິກ ທີ່ກ່ອນໜ້ານີ້ຖືກວາງໃຫ້ເປັນມື້ທຳອິດໃນການແຂ່ງຂັນ ຈະມີເຕະ ກັນ 3 ຄູ່ ຄື: ເຊເນກັລ ພົບກັບ ເນເທີແລນ ຂອງກຸ່ມ A ຕໍ່ດ້ວຍ ເກມຂອງກຸ່ມ B ລະຫວ່າງ ອັງກິດ ພົບກັບ ອີຣ່ານ ແລະ ສະຫະລັດອາເມຣິກາ ພົບກັບ ເວວ ຕາມລຳດັບ.

ບານໂລກ

ໂດຍ FIFA ລະບຸກ່ຽວກັບການເລື່ອນໂປຣແກຣມໃນຄັ້ງນີ້ວ່າ ເຫດຜົນທີ່ໃຫ້ ກາຕ້າ ເຈົ້າພາບ ເລື່ອນການແຂ່ງຂັນມາເຕະເປັນຄູ່ເປີດສະໜາມ ກໍເພື່ອຮັກສາທຳນຽມທີ່ປະຕິບັດກັບປະເທດທີ່ເປັນເຈົ້າພາບ ວ່າຕ້ອງໄດ້ລົງເຕະເປັນຄູ່ທຳອິດ ຕາມຮອຍຂອງ ເຢຍລະມັນ, ອາຟຣິກາໃຕ້, ບຣາຊິວ ແລະ ຣັດເຊຍ ເຈົ້າພາບບານໂລກ 4 ຄັ້ງຫຼ້າສຸດ ແລະ ທາງ FIFA ຢືນຢັນວ່າ ຄົນທີ່ຊື້ປີ້ເຂົ້າມາເບິ່ງການແຂ່ງຂັນ ໃນມື້ທຳອິດ ທີ່ກຳນົດການເກົ່າແມ່ນວັນທີ 21 ພະຈິກ ແມ່ນສາມາດໃຊ້ປີ້ນັ້ນ ມາເຂົ້າມາເບິ່ງໃນວັນທີ 20 ພະຈິກ ໄດ້ຄືເກົ່າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ