ການແຂ່ງຂັນ Baseball ຄັ້ງທີ 1 ໄດ້ໄຂຂຶ້ນຢ່າງເປັນທາງການ ຕັ້ງແຕ່ວັນທີ 9 ມັງກອນເຖິງ 27 ກຸມພາ 2021


ເປີດສາກຢ່າງເປັນທາງການແລ້ວ ໃນການແຂ່ງຂັນ Baseball ຢູ່ ສປປ ລາວ ເຊິ່ງຈະແຂ່ງຂັນທຸກໆວັນເສົາ-ອາທິດ ນັບຕັ້ງແຕ່ວັນທີ 9 ມັງກອນ ຈົນຮອດວັນທີ 27 ກຸມພາ 2021 ຢູ່ທີ່ເດີ່ນບານ Baseball ສະໜາມກິລາແຫ່ງຊາດຫຼັກ 16 ໄດ້ມີການເປີດພິທີແຂ່ງຊິງຂັນ ທ່ານເອກອັກຄະລາຊະທູດ ສ. ເກົາຫຼີ ປະຈໍາລາວ.

ການປະກອບສ່ວນນັກກິລາລາວ ມີ 3 ສະໂມສອນເຂົ້າຮ່ວມທັງເພດຍິງ ແລະ ເພດຊາຍຄື: ປະກອບດ້ວຍສະໂມສອນໂຮງຮຽນ ມັດທະຍົມສຶກສາວຽງຈັນ, ທີມຈາກສະໂມສອນ ເຈບຣາເດີ, ທີມສະໂມສອນ ມີຣາໂຄ ຈາກມະຫາວິທະຍາໄລແຫ່ງຊາດ.

ຈຸດປະສົງໃນການແຂ່ງຂັນແມ່ນເພື່ອເປັນການສະເຫຼີມສະຫຼອງສາຍພົວພັນລະຫວ່າງ ການທູດລາວ ແລະ ເກົາຫຼີ ຄົບຮອບ 25 ປີ ທັງຍັງເປັນການທົດສອບທັກສະຂອງນັກກິລາຂອງລາວ ທີ່ຜ່ານການຝຶກຝົນຕະຫຼອດໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນຍົກລະດັບຂີດຄວາມສາມາດຂອງນັກກິລາ ໃຫ້ກ້າວສູ່ລະດັບສາກົນ.

ໃນການເຂົ້າຮ່ວມພິທີເປີດກິລາໃນຄັ້ງນີ້ຖືເປັນກຽດເຂົ້າຮ່ວມໂດຍ:  ທ່ານ ອິມມູຮົງ ເອກອັກຄະລາຊະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດທະມົນຕີກະຊວງສຶກສາ ແລະ ກິລາ, ທ່ານ ປະລິນຍາເອກ ຄໍາຜ່າຍ ສີສະຫວັນ ປະທານສະຫະພັນກິລາ Baseball ແຫ່ງຊາດລາວ ພ້ອມແຂກຖືກເຊີນຄູຝຶກກິລາເຂົ້າຮ່ວມຈໍານວນ 100 ຄົນ.

ກິລາ Baseball ຖືໄດ້ວ່າເປັນກິລາທີ່ມີຄວາມນິຍົມກັນທົ່ວໂລກ ແລະ ກໍາລັງເປັນທີ່ນິຍົມ ພ້ອມທັງໄດ້ຮັບການພັດທະນາຂຶ້ນເລື້ອຍໆຢູ່ໃນ ສປປ ລາວ. ກິລາ Baseball ທໍາອິດຂອງລາວແມ່ນໄດ້ເປີດຂຶ້ນຢ່າງເປັນທາງການໃນປີ 2013 ໂດຍ ຄູຝຶກ ທ່ານ ເຈຊົງອຶນ ຄົນປະເທດເກົາຫຼີ ຫຼັງຈາກນັ້ນ ໃນປີ 2014 ທ່ານ ລີມັນຊູ ເຊິ່ງເປັນອະດີດນັກກິລາທີມຊາດ ສ. ເກົາຫຼີ ແມ່ນໄດ້ມາສົ່ງເສີມກິລາໃຫ້ແກ່ປະເທດລາວ ພ້ອມທັງຈັດການແຂ່ງຂັນກິລາ Baseball ມິດຕະພາບລາວ ແລະ ເກົາຫຼີ ຂຶ້ນຫຼາຍຄັ້ງ, ຕົກມາໃນປີ 2017 ແມ່ນໄດ້ສ້າງສະຫະພັນກິລາ Baseball ຢ່າງເປັນທາງການ.

ໃນປີ 2019 ແມ່ນລາວເຮົາໄດ້ເຂົ້າເປັນສະມາຊິກສະຫະພັນ Baseball ໂລກ ແລະ ສະຫະພັນກິລາ Baseball ອາຊີ ຢ່າງເປັນທາງການພ້ອມທັງຍັງມີການຍົກລະດັບໃຫ້ທຽບເທົ່າກັບສາກົນ. 

ຂອບໃຈທີ່ມາ: https://fb.watch/2-OWSViVXT/

ຂໍຂອບໃຈຮູບພາບ: https://www.facebook.com/1550034271879684/posts/2777286472487785/?d=n