ສປປລາວ

ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ແລະ ອາຊຽນ ໄດ້ຖືເອົາວັນທີ 8 ສິງຫາ ເປັນວັນອາຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ເຊິ່ງປີນີ້ກໍເປັນປີຄົບຮອບ 25 ປີ ທີ່ ສປປ ລາວ ເປັນສະມາຊິກອາຊຽນ.

ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານ ທີ່ມີເອກະລັກສະເພາະ, ເພາະອາຊີຕາເວັນອອກສຽງໃຕ້ ເປັນພາກພື້ນທີ່ມີຄວາມຫຼາກຫຼາຍ ດ້ານວັດທະນະທຳ, ຮີດຄອງປະເພນີ, ສາສະໜາ, ປະຫວັດສາດ, ລະບອບການເມືອງ, ລະດັບການພັດທະນາ ແລະ ອື່ນໆ ເຊິ່ງບໍ່ຄືກັບພາກພື້ນອື່ນໆໃນໂລກ. ຕະຫຼອດໄລຍະ 55 ປີ ຜ່ານມາ, ອາຊຽນ ໄດ້ດຳເນີນການຮ່ວມມື ດ້ວຍ “ວິຖີທາງອາຊຽນ” ເຊິ່ງອີງໃສ່ຈຸດພິເສດຂອງພາກພື້ນ ກໍຄືບັນດາຫຼັກການພື້ນຖານຂອງອາຊຽນ, ອັນໄດ້ເຮັດໃຫ້ອາຊຽນສາມາດຜ່ານຜ່າອຸປະສັກ ແລະ ການທົດສອບນານາປະການ ແລະ ໄດ້ປະສົບຜົນສໍາເລັດ ໃນການພັດທະນາເສດຖະກິດ, ສັງຄົມມີການເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ ແລະ ກາຍມາເປັນປະຊາຄົມອາຊຽນທີ່ມີເສດຖະກິດໃຫຍ່ອັນດັບ 5 ຂອງໂລກ ແລະ ມີພົນລະເມືອງຫຼາຍກວ່າ 600 ລ້ານຄົນ.

ພ້ອມດຽວກັນນັ້ນ, ກໍໄດ້ເສີມຂະຫຍາຍການຮ່ວມມືກັບພາຍນອກ ບົນຫຼັກການເປີດກວ້າງ, ກວມລວມ ແລະ ບໍ່ຈຳແນກ ພາຍໃຕ້ກົນໄກການຮ່ວມມືທີ່ອາຊຽນສ້າງຂຶ້ນ ແລະ ອາຊຽນມີບົດບາດເປັນແກນກາງ ເຊິ່ງໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມມືພາຍນອກ.

ໃນຊຸມປີຜ່ານມາ ກໍຄືໃນປີ 2022 ນີ້, ອາຊຽນ ແລະ ພາກພື້ນຕ່າງໆໃນໂລກ ສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຕ່າງໆທາງດ້ານພູມສາດ, ການເມືອງ, ຄວາມໝັ້ນຄົງ, ວິກິດການດ້ານເສດຖະກິດ-ການເງິນ, ພະຍາດລະບາດ ໂດຍສະເພາະແມ່ນພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ຂາດແຄນດ້ານພະລັງງານ ແລະ ດ້ານສະບຽງອາຫານ ແລະ ອື່ນໆ. ຕໍ່ໜ້າສະພາບການດັ່ງກ່າວ, ອາຊຽນ ໄດ້ຮັດແໜ້ນການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ ເພື່ອຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະບາດໂຄວິດ-19 ແລະ ສິ່ງທ້າທາຍຕ່າງໆເຫຼົ່ານັ້ນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ຢ່າງມີປະສິດທິຜົນ ແລະ ກະກຽມສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025 ໃຫ້ແທດເໝາະກັບຈຸດພິເສດຂອງອາຊຽນ ກໍຄືສະພາບການທີ່ພວມຜັນແປໄປໃນປັດຈຸບັນ ແລະ ຕໍ່ໜ້າ.

ສປປລາວ

ບົນຈິດໃຈດັ່ງກ່າວ, ສປປ ລາວ ເຊື່ອໝັ້ນວ່າ ການເປັນປະທານອາຊຽນຂອງ ກຳປູເຈຍ ໃນປີ 2022 ພາຍໃຕ້ຄຳຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ຈະໄດ້ຮັບຜົນສຳເລັດ ອັນເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງອາຊຽນໃນການຮັບມືກັບສິ່ງທ້າທາຍຕ່າງໆ.

ບັນດາທ່ານ, ພໍ່ແມ່ພີ່ນ້ອງ ທີ່ຮັກແພງ ທັງຫຼາຍ,

ອາຊຽນ ເປັນບູລິມະສິດໜຶ່ງ ທີ່ສຳຄັນຂອງນະໂຍບາຍຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຂອງ ສປປ ລາວ. ຕະຫຼອດໄລຍະ 25 ປີ ຂອງການເປັນສະມາຊິກອາຊຽນ ທຸກຂະແໜງການຂອງ ສປປ ລາວ ນັບແຕ່ສູນກາງຮອດທ້ອງຖິ່ນ ປະຊາຊົນລາວບັນດາເຜົ່າ ໄດ້ເຄື່ອນໄຫວວຽກງານອາຊຽນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ອັນເປັນການປະກອບສ່ວນເຂົ້າໃນພາລະກິດລວມ ແຫ່ງການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ ກໍຄື ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ.

ສປປລາວ

ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ, ປະເທດຂອງພວກເຮົາ ໄດ້ເປັນປະທານອາຊຽນ ດ້ວຍຜົນສຳເລັດອັນຈົບງາມ ມາແລ້ວ 2 ຄັ້ງ ແລະ ໃນປີ 2024 ນີ້, ພວກເຮົາກໍຈະໄດ້ຮັບກຽດເປັນປະທານໝຸນວຽນອາຊຽນອີກ ເປັນຄັ້ງທີ 3. ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊີນຊວນພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າ ຈົ່ງພ້ອມກັນເລີ່ມການກະກຽມຄວາມພ້ອມ ເພື່ອເປັນປະທານອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມອາຊຽນໃນລະດັບຕ່າງໆ ໃນປີ 2024. ຂ້າພະເຈົ້າ ເຊື່ອ ໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງການນຳພັກ-ລັດ ແລະ ຄວາມສາມັກຄີຂອງພີ່ນ້ອງຊາວລາວ, ພວກເຮົາຈະສາມາດເປັນປະທານອາຊຽນ ແລະ ເປັນເຈົ້າພາບທີ່ດີ ໃນປີ 2024 ໄດ້ຢ່າງສຳເລັດຜົນ.

ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງວັນອາຊຽນ ຄົບຮອບ 55 ປີ ກໍຄື ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ມີຄວາມໝາຍ.

ສປປລາວ

ຂໍ້ມູນຈາກ: https://cutt.ly/mZXdI1k

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ