ໄຕ້ຫວັນກຽມຊ້ອມຮົບແບບໃຊ້ລູກປືນແທ້ ເພື່ອກະກຽມຄວາມພ້ອມທາງການທະຫານ ຫາກເກີດສະຖານະການສຸກເສີນ

ໄຕ້ຫວັນ

ສື່ທ້ອງຖິ່ນຂອງໄຕ້ຫວັນໄດ້ລາຍງານວ່າ ໃນວັນທີ 9 ສິງຫາ 2022 (ມື້ນີ້) ກອງທັບຂອງໄຕ້ຫວັນ, ສັງກັດ ແລະໜ່ວຍງານຕ່າງໆ ໄດ້ກະກຽມຊ້ອມຮົບແບບໃຊ້ລູກປືນແທ້ ທີ່ເມືອງ ຜິງຕົງ (Pingtung) ເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງໄຕ້ຫວັນ ເພື່ອກະກຽມຄວາມພ້ອມທາງການທະຫານຫາກເກີດສະຖານະການສຸກເສີນຂຶ້ນ.

ໄຕ້ຫວັນ

ເຊິ່ງແຜນການຊ້ອມຮົບທາງກອງທັບໄຕ້ຫວັນ, ສັງກັດຕ່າງໆ ມີກໍານົດຊ້ອມຮົບຢ່າງຕໍ່ເນື່ອງໂດຍເລີ່ມຕົ້ນໃນມື້ນີ້ ແລະ ວັນທີ 11 ສິງຫາ ແລະ 5 ກັນຍາ 2022 ຕາມລໍາດັບ ພາຍໃນເຂດຂອງເມືອງຜິງຕົງ ເພື່ອເສີມສ້າງຄວາມແຂງແກ່ນ ແລະ ເພີ່ມປະສິດທິພາບໃນການຮົບ ເຊິ່ງກ່ອນໜ້ານີ້ ໄຊ່ອິງເຫວິນ ປະທານາທິບໍດີຂອງໄຕ້ຫວັນຊີ້ວ່າ ໄຕ້ຫວັນກໍາລັງປະເຊີນກັບແຮງກົດດັນທາງທະຫານ ແຕ່ຈະບໍ່ຍອມຖອຍຫຼັງກັບ ເພາະວ່າໄຕ້ຫວັນພ້ອມເດີນໜ້າເພື່ອປ້ອງກັນອະທິປະໄຕແລະປະຊາທິປະໄຕຂອງໄຕ້ຫວັນ.

ໄຕ້ຫວັນ

ທັງນີ້ ການຊ້ອມຮົບດັ່ງກ່າວແມ່ນມີຂຶ້ນຫຼັງຈາກທີ່ກອງທັບຈີນໄດ້ສິ້ນສຸດພາລະກິດຊ້ອມຮົບແບບໃຊ້ລູກປືນແທ້ອ້ອມຮອບເກາະໄຕ້ຫວັນ ເມື່ອວັນທີ 4-7 ສິງຫາທີ່ຜ່ານມາ ເພື່ອເປັນການໂຕ້ຕອບ ແລະ ສະແດງຄວາມບໍ່ພໍໃຈການເດີນທາງມາຢາມໄຕ້ຫວັນຂອງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາສະດອນຂອງສະຫະລັດອາເມຣິກາ ໃນອາທິດທີ່ຜ່ານມາ. ນອກຈາກນີ້ ແນນຊີ່ ຍັງຖືວ່າເປັນຜູ້ແທນລະດັບສູງຂອງສະຫະລັດອາເມຣິກາທີ່ຕັດສິນໃຈມາຢາມໄຕ້ຫວັນເປັນຄັ້ງທໍາອິດໃນຮອບ 25 ປີ.

ໄຕ້ຫວັນ

ແລະຈາກການມາໄຕ້ຫວັນຂອງ ແນນຊີ ເຮັດໃຫ້ຈີນເບິ່ງວ່າ ທາງສະຫະລັດອາເມຣິການັ້ນບໍ່ຍຶດຖືນະໂຍບາຍຈີນດຽວ ແລະ ລະເມີດອະທິປະໄຕຂອງຈີນແຜ່ນດິນໃຫຍ່ ສົ່ງຜົນໃຫ້ຄວາມສໍາພັນຂອງທັງສອງປະເທດມະຫາອໍານາດຢູ່ໃນພາວະທີ່ເຄັ່ງຕຶງ.

ນອກຈາກນີ້ ການຊ້ອມຮົບຂອງທາງການຈີນທີ່ເກີດຂຶ້ນນັ້ນ ເຮັດໃຫ້ອຸນກະພູມຂອງຊ່ອງແຄບໄຕ້ຫວັນມີຄວາມຮ້ອນເພີ່ມຂຶ້ນເຊັ່ນດຽວກັນ ໂດຍທາງໄຕ້ຫວັນກ່າວວ່າ ກອງທັບຈີນໄດ້ຍິງຈະຫຼວດມິສໄຊຜ່ານເຂດທ້ອງຟ້າຂອງໄຕ້ຫວັນ ປ່ອຍໃຫ້ເຮືອຮົບແລະເຮືອບິນຮົບລຸກລ້ຳເຂົ້າມາຍັງເຂດປ້ອງກັນຂອງໄຕ້ຫວັນອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ