lao x

ໃນວັນຈັນທີ 8 ສິງຫາ 2022 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ ຫຼາຍພື້ນທີ່ຂອງນະຄອນໂຊລ ປະເທດເກົາຫຼີໃຕ້ ກໍລັງປະເຊີນກັບຝົນຕົກໜັກ ເປັນເຫດໃຫ້ນ້ຳສູງຖ້ວມຕາມຖະໜົນຫົນທາງ ແລະ ຍານພາຫະນະເຊັ່ນ ລົດຕູ້, ລົດສ່ວນຕົວ ລວມເຖິງອາຄານບ້ານເຮືອນຂອງປະຊາຊົນ. ນອກຈາກນີ້ ນໍ້າຍັງລົງໄປທີ່ສະຖານີລົດໄຟໃຕ້ດິນ ເຊິ່ງທາງການຕ້ອງອອກມາປະກາດສັ່ງໃຫ້ປະຊາຊົນຕ້ອງອົບພະຍົບຢ່າງເລັ່ງດ່ວນ.

lao x

ຕາມການລາຍງານຂອງສື່ໃນປະເທດລະບຸວ່າ ຝົນທີ່ຕົກໜັກເຮັດໃຫ້ປະລິມານນ້ຳສູງເຖິງ 170 ມິນລີແມັດ ໃນພາກກາງຂອງປະເທດ ເຊິ່ງລວມເຖິງເຂດເມືອງຫຼວງຢ່າງໂຊລ ໂດຍຝົນທີ່ຕົກລົງມາເຮັດໃຫ້ເກີດນ້ຳຖ້ວມແລະໄຟດັບໃນບາງພື້ນທີ່ ລວມເຖິງເຂດກັງນໍາອີກພ້ອມ. ປະຊາຊົນທີ່ອາໄສໃນພື້ນທີ່ຕໍ່າຕ້ອງເລັ່ງອົບພະຍົບໄປຍັງພື້ນທີ່ປອດໄພ ຂະນະດຽວກັນບໍລິການລົດໄຟໃຕ້ດິນບາງສາຍຕ້ອງໄດ້ຢຸດການບໍລິການເນື່ອງຈາກມີນ້ຳຖ້ວມ.

lao x

ແລະໃນເວລາ 20:00 (ຕາມເວລາທ້ອງຖິ່ນ) ຂອງມື້ດຽວກັນ ປະລິມານນ້ຳຝົນໃນນະຄອນໂຊລສູງເຖິງ 90.5 ມິນລິແມັດ. ສ່ວນເຂດທົງຈັກ ເຊິ່ງເປັນເຂດທາງໃຕ້ຂອງໂຊລໄດ້ຮັບນ້ຳຝົນເປັນຈໍານວນຫຼາຍເປັນສະຖິຕິທີ່ 137 ມິນລີແມັດຕໍ່ຊົ່ວໂມງ ເຊິ່ງຮຸນແຮງສຸດໃນຫຼາຍທົດສະວັດ ຂະນະທີ່ສໍານັກບໍລິການຂໍ້ມູນແລະຈັດການການຂົນສົ່ງນະຄອນໂຊລ ໄດ້ເຜີຍແຜ່ຂໍ້ຄວາມໃນເວລາ 22:10 ວ່າຖະໜົນ ຍັງແຈ-ແທໂຣ ຖືກນ້ຳຖ້ວມ ລົົດໃຫຍ່ບໍ່ສາມາດສັນຈອນຜ່ານໄດ້ ເຮັດໃຫ້ເກີດມີລົດຕິດຢ່າງໜັກທີ່ບໍລິເວນສີ່ແຍກ. ຕໍ່ມາໃນເວລາ 23:10 ທາງເຈົ້າໜ້າທີ່ເກົາຫຼີໃຕ້ໄດ້ສົ່ງຂໍ້ຄວາມເຕືອນປະຊາຊົນເຖິງຄວາມສ່ຽງຂອງການເກີດດິນເຈື່ອນ ພ້ອມທັງຮຽກຮ້ອງໃຫ້ຄົນທີ່ຢູ່ໃກ້ປ່າເລັ່ງອົບພະຍົບ.

lao x

ນອກຈາກນີ້ ມີລາຍງານລະບຸວ່າ ເຫດການນ້ຳຖ້ວມຄັ້ງນີ້ ນັບເປັນນ້ຳຖ້ວມຄັ້ງໃຫຍ່ສຸດທີ່ສຸດໃນຮອບ 80 ປີ ຝົນຕົກໜັກມີປະລິມານນ້ຳຝົນສະເລ່ຍວັດແທກໄດ້ເຖິງ 170 ມິນລີແມັດ ສູງກວ່າສະຖິຕິທີ່ເຄີຍວັດແທກໄວ້ເມື່ອວັນທີ 5 ສິງຫາ 1942. ໃນຂະນະດຽວກັນເຈົ້າໜ້າທີ່ກູ້ໄພເປີດເຜີຍວ່າມີຜູ້ເສຍຊີວິດລວມແລ້ວ 7 ຄົນ ບາດເຈັບ 9 ຄົນ ແລະສູນຫາຍອີກ 6 ຄົນຈາກເຫດການຄັ້ງນີ້.

ຝົນຕົກ

ຢ່າງໃດກໍຕາມເມື່ອ 2 ຊົ່ວໂມງທີ່ຜ່ານມາຂອງມື້ນີ້ (9 ສິງຫາ) ບັນດາຜູ້ໃຊ້ໂຊຊ່ຽວໃນນະຄອນໂຊລ ໄດ້ໂພສຄລິບວິດີໂອທີ່ສະແດງໃຫ້ເຫັນວ່ານ້ຳຖ້ວມສູງເມື່ອປະມານ 2-3 ຊົ່ວໂມງກ່ອນໜ້ານີ້ໄດ້ຮັບການລະບາຍໄປຢ່າງໄວວາ ເຮັດໃຫ້ໃນຫຼາຍພື້ນທີ່ ປະຊາຊົນເລີ່ມອອກມາເກັບກວາດຊາກຄວາມເສຍຫາຍຈາກນ້ຳຖ້ວມແລ້ວ.

ທີ່ມາ:

https://cutt.ly/PZBmOHk

https://cutt.ly/QZBmMgG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ