Apple

ຫຼັງຈາກການມາຢາມໄຕ້ຫວັນຂອງ ທ່ານ ນາງ ແນນຊີ່ ເພໂລຊີ ປະທານສະພາຜູ້ແທນ ຂອງສະຫະລັດອາເຣິກາ ເບິ່ງຄືວ່າທາງການຈີິນຈະເຂັ້ມງວດຂຶ້ນກ່ຽວກັບຂໍ້ບັງຄັບໃນການຕິດສະຫຼາກສິນຄ້ານຳເຂົ້າທີ່ມາຈາກ ໄຕ້ຫວັນ ໂດຍບໍ່ອະນຸຍາດໃຫ້ມີຄວາມບໍ່ແນ່ນອນໃນຄວາມເປັນໄຕ້ຫວັນ ໂດຍສິນຄ້າທີ່ຜະລິດໃນໄຕ້ຫວັນຈະຕ້ອງຕິດສະຫຼາກວ່າ “Taiwan, China” ຫຼື “Chinese Taipei” ເທົ່ານັ້ນ.

Apple

ຫຼ້າສຸດ Apple ບໍລິສັດຜູ້ຜະລິດ ອຸປະກອນ IT ລາຍໃຫຍ່ຂອງໂລກ ໄດ້ຂໍໃຫ້ຜູ້ຜະລິດສ່ວນປະກອບຂອງອຸປະກອນຕ່າງໆ ຂອງ Apple ໃນໄຕ້ຫວັນ ຕິດສະຫຼາກສິນຄ້າວ່າມາຈາກ “Taiwan, China” ຫຼື “Chinese Taipei” ເພື່ອໃຫ້ສອດຄ່ອງກັບກົດລະບຽບພາສີຂອງຈີນແຜ່ນດິນໃຫຍ່ ແລະ ບໍ່ສົ່ງຜົນກະທົບຕໍ່ການຜະລິດ iPhone 14.

Apple

ຄຳເຕືອນດັ່ງກ່າວມີຂຶ້ນຫຼັງຈາກມີລາຍງານວ່າ ຊິ້ນສ່ວນຂອງ Apple ທີ່ຜະລິດໃນໄຕ້ຫວັນ ແລະ ຖືກສົ່ງໄປທີ່ ໂຮງງານ Pegatron ທີ່ເປັນໂຮງງານຜະລິດຂອງ Apple ໃນຈີນ ໄດ້ຖືກອາຍັດໄວ້ ໂດຍກົມພາສີຂອງຈີນ ເພື່ອກວດສອບວ່າຝ່າຍຜະລິດໄດ້ປະຕິບັດຕາມກົດລະບຽບຂອງຈີນ ຫຼືບໍ່.

Apple

ຕາມການລາຍງານຂອງ ສຳນັກຂ່າວ NIKKEI Asia ເຫັນວ່າ ຖ້າສິນຄ້າໃດຕິດສະຫຼາກວ່າ “Made in Taiwan” ຈະຖືກປັບໄໝເປັນເງິນປະມານ 4,000 ຢວນ ຫຼື ປະມານ 9 ລ້ານກີບ ຫຼື ບາງກໍລະນີອາດຈະຖືກປະຕິເສດການນຳເຂົ້າສິນຄ້າດັ່ງກ່າວໄປເລີຍ.

ທີ່ຜ່ານມາ ເຖິງແມ່ນວ່າ Apple ຈະໄດ້ກະຈາຍຖານການຜະລິດ ໄປໃນຫຼາຍໆພື້ນທີ່ເຊັ່ນ: ອິນເດຍ ແລະ ບຣາຊິວ ແຕ່ຖານຜະລິດເຫຼົ່ານັ້ນກໍເປັນການຕັ້ງຖານຜະລິດ ເພື່ອຕອບສະໜອງຄວາມຕ້ອງການໃນຕະຫຼາດທ້ອງຖິ່ນເທົ່ານັ້ນ ບໍ່ໄດ້ມີຈຸດປະສົງເພື່ອຜະລິດແລ້ວສົ່ງອອກໄປທົ່ວໂລກ ຈຶ່ງບໍ່ສາມາດນຳມາແທນສິນຄ້າທີ່ຜະລິດຈາກຈີນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ