ເຮັດແທ້ທຳຈິງ! ກຸ່ມຄົນໃດຊື້ປີ້ລົດໄຟໄປຂາຍເອົາກຳໄລ ຈະຖືກສຶກສາອົບຮົມຢ່າງເດັດຂາດ

ປີ້ລົດໄຟ

ຕັ້ງແຕ່ລົດໄຟລາວ-ຈີນ ເປີດໃຫ້ບໍລິການ ກໍສ້າງຄວາມສະດວກສະບາຍຫຼາຍດ້ານໃຫ້ແກ່ປະເທດລາວ ໂດຍສະເພາະການຄົມມະນາຄົມຂົນສົ່ງ ແຕ່ນະຄອນຫຼວງວຽງຈັນໄປຍັງພາກເໜືອຂອງລາວ ຊາຍແດນລາວ-ຈີນ ໃຊ້ເວລາເດີນທາງບໍ່ດົນ, ການທ່ອງທ່ຽວກໍຄຶກຄື້ນ, ທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ຫຼັ່ງໄຫຼເຂົ້າມາຢ່າງບໍ່ຂາດສາຍ.

ແຕ່ຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນ ສ້າງຄວາມເສຍຫາຍຕໍ່ພາບພົດ ທີ່ກ່ຽວຂ້ອງກັບປະເທດ, ຕາງໜ້າກົມຕຳຫຼວດລົດໄຟ ກໍໄດ້ເຄັ່ງຄັດເລື່ອງນີ້ ຍ້ອນມີກຸ່ມຄົນຈຳນວນຫຼາຍຍັງນຳເອົາປີ້ໄປຂາຍຕໍ່ໃນລາຄາທີ່ສູງ ມີຄວາມຄິດຈົງໃຈ ຊື້ແລ້ວຊື້ອີກ ເພື່ອໃຫ້ປີ້ລົດໄຟໝົດແລ້ວໄປຂາຍຕໍ່ເອົາກຳໄລເກີນຂອບເຂດ ເຮັດໃຫ້ມີຄວາມສັບສົນຢູ່ໃນສັງຄົມ.

ປີ້ລົດໄຟ

ທາງເຈົ້າໜ້າທີ່ກົມຕຳຫຼວດ ຈະໄດ້ຕິດຕາມກຸ່ມຄົນຈຳນວນດັ່ງກ່າວ ເພື່ອມາສຶກສາອົບຮົມ ແລະ ຖ້າບໍ່ຢຸດເຊົາຈະໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ. ສາເຫດກໍມາຈາກຄວາມແອອັດ ທີ່ມີມາໃນໄລຍະໜຶ່ງແລ້ວ ເນື່ອງຈາກລະບົບການຊື້-ຂາຍ ປີ້ ຍັງບໍ່ອໍານວຍຄວາມສະດວກຫຼາຍເທົ່າທີ່ຄວນ.

ປີ້ລົດໄຟ

ສະນັ້ນແລ້ວ ບັນຫານີ້ ຈຶ່ງຕ້ອງໄດ້ປັບປຸງແກ້ໄຂ ແລະ ເຮັດລະບົບຊື້-ຂາຍ ແບບອອນລາຍ (ໃນອະນາຄົດອາດມີ). ພ້ອມກັນນັ້ນ ກໍຈະໄດ້ແກ້ໄຂບັນຫາແອອັດໃນການຊື້-ຂາຍປີ້ລົດໄຟ ເພື່ອບໍ່ໃຫ້ເກີດເຫດການແບບນີ້ຂຶ້ນ ເຊິ່ງອາດຈະໄດ້ເພີ່ມບ່ອນຊື້ປີ້ລົດໄຟ ແລະ  ຂະຫຍາຍຊ່ອງຂາຍປີ້ອອກ.

ປີ້ລົດໄຟ

ຂໍ້ມູນຈາກ: https://cutt.ly/jZZ42YU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ