Manchester United ເສຍໄຊໃນນັດເປີດສະໜາມເປັນເທື່ອທຳອິດ ໃນຮອບ 8 ປີ ນັບຕັ້ງແຕ່ຍຸກຂອງ Louis van Gaal ຄຸມທີມຢູ່

Manchester United

ເອີ້ນໄດ້ວ່າເປີດຕົວບໍ່ຄ່ອຍດີປານໃດ ກັບ ອີຣິກ ເທັນຮາດ ແລະ ທັບນັກເຕະ ແມນເຊັສເຕີ ຢູໄນເຕັດ ທີ່ຫຼາຍຄົນໃນນັດເປີດສະໜາມນີ້ ເຮັດຜົນງານໄດ້ຕໍ່າກວ່າມາດຕະຖານ ຈົນເຮັດໃຫ້ເສຍໄຊໃນບ້ານໃຫ້ກັບ ໄບຣຕັ້ນ ໄປ 1 ປະຕູຕໍ່ 2 ເຮັດໃຫ້ການເສຍໄຊໃນນັດນີ້ ຖືເປັນນັດທຳອິດທີ່ ແມນຢູເສຍໄຊໃນນັດເປີດສະໜາມ ນັບຕັ້ງແຕ່ປີ 2014 ທີ່ຕອນນັ້ນເປັນການຄຸມທີມຂອງ ລູຍສ ຟານກາວ.

ເລີ່ມເກມມາໃນນັດນີ້ ແມນຢູ ແມ່ນຍັງຈັບຈັງຫວະຕົນເອງຍັງບໍ່ໄດ້ ແລະ ເສຍໄປເຖິງ 2 ປະຕູຕັ້ງແຕ່ ເຄິ່ງເວລາທຳອິດ ຈາກ ປາສເຄວ ກອສ (Pascal Gross) ກອງກາງເລືອດ ເຢຍລະມັນ ຂອງ ໄບຣຕັ້ນ. ແຕ່ ແມນຢູ ກັບເຂົ້າມາໃນເກມຂອງຕົນເອງໄດ້ໃນ ເຄິ່ງເວລາທີ 2 ແລະ ບຸກກົດດັນ ໄບຣຕັ້ນ ເລື້ອຍໆ ຈົນມາໄດ້ປະຕູ ຕີຕື້ນຂຶ້ນມາເປັນ 1 ຕໍ່ 2 ຈາກການເຮັດເຂົ້າປະຕູຕົນເອງຂອງ ອາເລັກຊິສ ແມັກ ອາລິສເຕີ້ (Alexis Mac Allister) ກອງກາງຊາວ ອາເຈນຕິນາ ຂອງໄບຣຕັ້ນ.

Manchester United

ແຕ່ສຸດທ້າຍກໍບໍ່ທັນເວລາ ໂດຍຈົບເກມໄປເປັນໄຊຊະນະຂອງໄບຣຕັ້ນ. ຖ້າສັງເກດເບິ່ງດີໆ ທັງ 3 ປະຕູທີ່ເກີດຂຶ້ນໃນນັດນີ້ ແມ່ນມາຈາກນັກເຕະຂອງ ໄບຣຕັ້ນທັງໝົດ ນັ້ນໝາຍຄວາມວ່າ ໃນນັດນີ້ ແມນຢູ ແມ່ນບໍ່ສາມາດຍິງປະຕູຄູ່ແຂ່ງໄດ້ເລີຍ. 

Manchester United

ສຳລັບນັດເປີດສະໜາມໃນນັດນີ້ ທັບນັກເຕະ ແມນຢູ ຫຼາຍຄົນ ເອີ້ນໄດ້ວ່າຕໍ່າກວ່າມາດຕະຖານ ໂດຍສະເພາະຕຳແໜ່ງກອງກາງຂອງທີມຢ່າງ ສະກັອດ ແມັກໂທມິເນ່ ແລະ ເຟຣັດ ທີ່ຖືກແຟນບານ ແລະ ບັນດານັກວິຈານ ກ່າວຕຳໜິຢ່າງໜັກ.

Manchester United

ຣອຍຄີນ ຕຳນານຂອງທີມແມນຢູໄດ້ກ່າວເຖິງຟອມການຫຼິ້ນຂອງ 2 ກອງກາງນີ້ວ່າ: “ເຟຣັດ ແລະ ແມັກ ໂທມິເນ່ ຍັງດີບໍ່ພໍ, ພວກເຂົາສອງຄົນບໍ່ສາມາດພາແມນຢູ ກັບໄປແຂ່ງຂັນໃນລະດັບສູງໄດ້ ເຮົາເຫັນສອງຄົນນີ້ຫຼິ້ນແບບນີ້ມາຫຼາຍເທື່ອແລ້ວ ເຊິ່ງຂ້ອຍບອກເລີຍວ່າພວກເຂົາເຮັດແບບນັ້ນບໍ່ໄດ້”.

ສຳລັບນັດຕໍ່ໄປຂອງແມນຢູ ແມ່ນຈະມີຄິວ ອອກໄປຢາມ ເບັນຟອດ ທີ່ສະໜາມ Gtech Community Stadium ໃນວັນເສົາທີ 13 ສິງຫາ ນີ້ ເຮົາມາເບິ່ງນຳກັນວ່າບົດຮຽນຈາກນັດນີ້ຈະຊ່ວຍເຮັດໃຫ້ຜົນງານຂອງ ແມນຢູ ດີຂຶ້ນໄດ້ແນວໃດແດ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ